ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນໄປຢ້ຽມຢາມໂຮງງານຊີມັງຄອນ (CONCH) ຢູ່ບ້ານຜາແດງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເມື່ອວັນທີ 6 ກັນຍາ 2020 ໃນໂອກາດໄປເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດັ່ງກ່າວ ໂດຍໄດ້ຮັບການຕ້ອນຮັບຈາກຜູ້ບໍລິຫານໂຮງງານ ພະນັກງານ-ກຳມະກອນ ແລະ ພາກສ່ວນກ່ຽວຂ້ອງ.

ບໍລິສັດຊີມັງ CONCH ແມ່ນບໍລິສັດຜະລິດຊີມັງຍີ່ຫໍ້ດຽວທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີຫຼາຍກວ່າ 100 ບໍລິສັດຍ່ອຍ ແຈກຢາຍຢູ່ 21 ແຂວງ ເທສະບານ ແລະ ເຂດປົກຄອງຕົນເອງໃນ ສປ ຈີນ ອິນໂດເນເຊຍ ມຽນມາ ລາວ ກຳປູເຈຍ ຣັດເຊຍ ແລະ ປະ ເທດອື່ນໆ ສຳລັບບໍລິສັດຊີມັງ CONCH ຫຼວງພະບາງຈຳກັດ ເປັນບໍລິສັດຂະໜາດໃຫຍ່ແຫ່ງໜຶ່ງ ທີ່ຕອບສະໜອງຄວາມຕ້ອງການນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງ ແລະ ປະຕິບັດຍຸດທະສາດ ການພັດທະນາສາກົນຂອງລັດຖະບານຈີນ ເປັນບໍລິສັດໃໝ່ຂອງປະເທດລາວ ທີ່ລົງທຶນໂດຍບໍລິສັດຊີມັງ CONCH ກຣຸບຈຳກັດ ຮ່ວມກັບບໍລິສັດກຣິດຕິພົງກຣຸບ ຈຳກັດ ບໍລິສັດມີແຜນຈະສ້າງສາຍຜະລິດຊີມັງກະລິງເກີ້ 2 ສາຍ ລະບົບໂມ້ຫີນປູນ ໂດຍວິທີແຫ້ງແບບໃໝ່ ກຳລັງຜະລິດ 2.500 ໂຕນຕໍ່ເດືອນໃນອະນາຄົດ ເຊິ່ງຈະໃຊ້ເຕັກໂນໂລຊີ ລວມທັງອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າທີ່ສຸດ ຕາມມາດຕະຖານສາກົນ ຖືສຳຄັນແນວຄວາມຄິດອະນຸຮັກສິ່ງແວດລ້ອມ ເພື່ອສະໜອງຜະລິດຕະພັນທີ່ດີທີ່ສຸດ ສ້າງຄວາມສວຍສົດງົດງາມຂອງ ສປປ ລາວ.
