ຕະຫຼອດໄລຍະ 5 ປີຜ່ານມາ (2014-2019) ຄະນະກຳມະການແນວລາວສ້າງຊາດເມືອງສີສັດຕະນາກ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນເມື່ອກ່ອນ ສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ໃຫ້ເປັນປຶກແຜ່ນແໜ້ນໜາ ປະສານສົມທົບກັບພາຄີ ແລະ ພາກສ່ວນຕ່າງໆ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ອະນຸຮັກ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເອກະລັກຂອງແຕ່ລະຊົນເຜົ່າ ປຸກລະດົມທຸກກຳລັງແຮງໃນທົ່ວສັງຄົມ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂະບວນການອື່ນໆ ເຊິ່ງຄະນະກຳມະການແນວລາວສ້າງຊາດເມືອງສີສັດຕະນາກ ສາມາດຍາດໄດ້ຜົນງານທີ່ເປັນໜ້າຊື່ນຊົມໃນຫຼາຍດ້ານ.

ທ່ານ ວິລະກອນ ສູນດາລາ ປະທານແນວລາວສ້າງຊາດເມືອງສີສັດຕະນາກ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນແນວລາວສ້າງຊາດ ເມືອງສີສັດຕະນາກ ບາງຕອນວ່າ: ພາຍໃຕ້ການນຳພາຂອງພັກ ປະຊາຊົນບັນດາເຜົ່າໄດ້ເສີມຂະຫຍາຍສິດສະເໝີພາບທາງການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ໄດ້ຮັບຜົນປະໂຫຍດ ອັນສຳຄັນແມ່ນບັນດາໂຄງການຈຸດສຸມພື້ນຖານໂຄງລ່າງເຊັ່ນ: ໄຟຟ້າ ເສັ້ນທາງຄົມມະນາຄົມ ລະບົບສື່ສານ ຊົນລະປະທານ ໂຮງຮຽນ ໂຮງໝໍ-ສຸກສາລາ ແລະ ອື່ນໆ ເຊິ່ງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ ຄະນະກຳມະການແນວລາວສ້າງຊາດເມືອງສີສັດຕະນາກ ໄດ້ຕັ້ງໜ້າສ້າງຄວາມຮັບຮູ້ທີ່ຖືກຕ້ອງ ກ່ຽວກັບສາສະໜາ ແລະ ເອົາໃຈໃສ່ສຶກສາອົບຮົມສາສະນິກະຊົນ ດ້ວຍຮູບການພົບປະໂອ້ລົມ ການດຳເນີນພິທີກຳຕ່າງໆໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ ແລະ ອື່ນໆ ຍ້ອນແນວນັ້ນ ສາສະໜາຕ່າງໆ ເຖິງມີຄວາມແຕກຕ່າງກັນ ແຕ່ກໍດຳລົງຄົງຕົວຢູ່ຮ່ວມກັນຢ່າງມີສະຖຽນລະພາບ ສັນຕິພາບ ແລະ ສາມັກຄີປອງດອງຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ ແນວລາວສ້າງຊາດພວກເຮົາຕ້ອງກຳແໜ້ນນະໂຍບາຍແນວໂຮມຂອງພັກ ເຊິ່ງພັກເຮົາຢືນຢັນຢ່າງໜັກແໜ້ນວ່າ ການເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ ຊັ້ນຄົນ ສາສະໜາ ແລະ ເພດໄວ ພາຍໃຕ້ການນຳພາຂອງພັກ ແມ່ນມູນເຊື້ອອັນດີງາມ ແມ່ນກຳລັງແຮງຊະນະເລີດ ແລະ ເປັນປັດໃຈຕັດສິນຊີ້ຂາດຕໍ່ໄຊຊະນະຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນແນວລາວສ້າງຊາດ ເມືອງສີສັດຕະນາກ ຈັດຂຶ້ນວັນທີ 3 ກັນຍາ 2020 ຢູ່ພັດຕາຄານແມ່ຂອງ (ຫຼັກ 4) ເມືອງສີສັດຕະນາກ ໂດຍມີທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ມີບັນດາກຳມະການແນວລາວສ້າງຊາດເມືອງສີສັດຕະນາກ ປະທານແນວລາວສ້າງຊາດ 8 ເມືອງ ພະອາຈານ ເຈົ້າອະທິການວັດທົ່ວເມືອງສີສັດຕະນາກ ນາຍບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນພິທີຍັງໄດ້ມີການປະກາດລາຍຊື່ ຄະນະກຳມະການແນວລາວສ້າງຊາດ ຊຸດທີ VII ຂອງເມືອງສີສັດຕະນາກ ຈຳນວນ 42 ທ່ານ ຍິງ 5 ທ່ານ ແລະ ພະສົງ 5 ອົງ ພ້ອມທັງມອບໃບຍ້ອງຍໍ ໃຫ້ກຳມະການແນວລາວສ້າງຊາດເມືອງ ອີກດ້ວຍ.