14 ຄົນ ສຳເລັດການສຶກສາສາທາລະນະສຸກສາດ ການແພດເຂດຮ້ອນ

     ວັນທີ 28 ສິງຫາ 2020 ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດຫຼັກສູດປະລິນຍາໂທການແພດເຂດຮ້ອນ ແລະ ສາທາລະນະສຸກສາດ ລະຫວ່າງຊາດຮຸ່ນທີ 19 (2018-2020) ເປັນກຽດມອບປະກາສະນີຍະບັດຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ນາງ ບຸນຍົງ ບຸບຜາ ທີ່ປຶກສາສະຖາບັນ ແລະ ເປັນປະທານຄະນະກຳມະການສາກົນໃນການສອບເສັງປ້ອງກັນບົດ ທ່ານ ນາງ ແສງຈັນ ກຸນນາວົງ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ພ້ອມດ້ວຍນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ສຳລັບການຮຽນ-ການສອນຮຸ່ນທີ 19 ສົກຮຽນ 2018 ຫາ 2020 ມີນັກສຶກສາ 14 ຄົນ ໃນນັ້ນ ມາຈາກ ສສ ຫວຽດນາມ 4 ຄົນ ຍິງ 2 ຄົນ ສປປ ລາວ 10 ຄົນ ຍິງ 4 ຄົນ ຫຼັກສູດດັ່ງກ່າວແມ່ນເລັ່ງໃສ່ສ້າງບຸກຄະລາກອນສາທາລະນະສຸກໃຫ້ເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດດ້ານການແພດເຂດຮ້ອນ: ດ້ານສາທາລະນະສຸກສາດ ແລະ ດ້ານການຄົ້ນຄວ້າວິທະຍາສາດໃນປີທີ່ນັກສຶກສາຈະລົງເລິກບັນດາວິຊາທາງທິດສະດີ ປົນກັບພາກປະຕິບັດຕົວຈິງພາກສະໜາມເປັນທິມ ສຳຫຼັບປີທີສອງ ແມ່ນລົງເລິກການພັດທະນາໂຄງການສະເໜີຄົ້ນຄວ້າວິທະຍາສາດ ການດຳເນີນງານພາກສະໜາມ ແລະ ຂຽນບົດວິທະຍານິພົນ ສ່ວນການສອບເສັງແມ່ນຜ່ານລະບົບເວບບີນາ ກັບຄະນະກຳມະການສອບເສັງສາກົນ ເປັນການດຳເນີນຄັ້ງທຳອິດ ແຕ່ກໍປະສົບຜົນສຳເລັດເປັນຢ່າງດີ.

  # ຂ່າວ & ພາບ: ເພັດສະໝອນ

error: Content is protected !!