ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງເຄື່ອນໄຫວຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ ວັນທີ 27 ສິງຫາ 2020 ເພື່ອລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດໃນ ນວ ເກັບກຳຄືນສະພາບການພັດທະນາ ບັນຫາຂໍ້ຄົງຄ້າງ ວິທີການແກ້ໄຂ ຂໍ້ສະເໜີ ແລະ ທິດທາງແຜນການໃນໄລຍະຕໍ່ໜ້າ ມີທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງໄຊເສດຖາ ແລະ ຫົວໜ້າພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸບັນ ຈຸນລາຊາ ຫົົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຄຸ້ມຄອງບໍລິຫານ ແລະ ພັດທະນາຂອງເຂດເສດຖະກິດພິເສດ ນວ ວ່າ: ນວ ປະກອບມີ 5 ເຂດເສດຖະກິດພິເສດ ໃນນີ້ມີ 4 ເຂດເທົ່ານັ້ນທີ່ຢູ່ໃນການຄຸ້ມຄອງຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ ເຂດເສດຖະກິດສະເພາະບຶງທາດຫຼວງ ເຂດເສດຖະກິດສະເພາະລ໋ອງແທ່ງ-ວຽງຈັນ ແລະ ເຂດເສດຖະກິດສະເພາະດົງໂພສີ ເຊິ່ງມີເນື້ອທີ່ທັງໝົດ 1.979,22 ເຮັກຕາ ບົນພື້ນຖານດ້ານງົບປະມານການທົດແທນເວນຄືນດິນສ່ວນໃຫຍ່ແມ່ນຜູ້ພັດທະນາຮັບຜິດຊອບ ສ່ວນພາກລັດຈະຮັບຜິດຊອບວຽກງານການໄກ່ເກ່ຍ ເພື່ອເວນຄືນທີ່ດິນ ມາຮອດປັດຈຸບັນທົດແທນເວນຄືນໄປແລ້ວປະມານ 1.934,72 ເຮັກຕາ ສ່ວນຍັງເຫຼືອ 44,5 ເຮັກຕາ ຕ້ອງໄດ້ສືບຕໍ່ໄກ່ເກ່ຍກັບເຈົ້າຂອງສິດ ໂດຍລວມແລ້ວເຈົ້າຂອງສິດແມ່ນເຫັນດີຕໍ່ການພັດທະນາ ແຕ່ຍັງບັນຫາໃນເລື່ອງອັດຕາຄ່າທົດແທນເວນຄືນທີ່ມີລາຄາຕໍ່າ ບາງເຂດເຈົ້າຂອງສິດເຫັນດີຮັບ ພ້ອມນັ້ນ ຜູ້ພັດທະ ນາ 4 ເຂດເສດຖະກິດພິເສດ ນວ ຫຼາຍເຂດແມ່ນສຳເລັດການດໍາເນີນໂຄງການໄລຍະທີ 1 ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງແມ່ນເປັນຮູບປະທຳ ສະແດງອອກການບຸກເບີກພັດທະນາທີ່ດິນ ການກໍ່ສ້າງຖະໜົນຫົນທາງພາຍໃນເຂດເຊື່ອມຕໍ່ກັບຖະໜົນໃຫຍ່ ໄຟຟ້າ ນໍ້າປະປາ ແລະ ສ້າງສິ່ງອຳນວຍຄວາມສະດວກຕ່າງໆ.

ປັດຈຸບັນ ໄດ້ມີບໍລິສັດທີ່ເຂົ້າມາລົງທຶນທັງໝົົດ 150 ບໍລິສັດ ໃນນັ້ນ ບໍລິສັດຕ່າງປະເທດ 134 ບໍລິສັດ ພາຍໃນ 14 ບໍລິສັດ ແລະ ຮ່ວມມືລະຫວ່າງພາຍໃນ ແລະ ຕ່າງປະເທດ 2 ບໍລິສັດ ກວມເອົາຂະແໜງບໍລິການ 52,66% ຂະແໜງອຸດສາຫະກໍາ 22,66% ແລະ ຂະແໜງການຄ້າ 24,66% ມີທຶນຈົດທະບຽນ 827 ລ້ານໂດລາສະຫະລັດ ແລະ ແຜນການລົງທຶນ 4,92 ຕື້ໂດລາ ສາມາດສ້າງວຽກເຮັດງານທຳໄດ້ 1.986 ຄົນ ໃນນັ້ນ ແຮງງານລາວ 1.510 ຄົນ ແລະ ແຮງງານຕ່າງປະເທດ 476 ຄົນ.
ໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງພ້ອມກັນຄົ້ນຄວ້າແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງປຶກສາຫາລືຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ກ່ຽວກັບຜົນການພັດທະນາເຂດເສດຖະກິດພິເສດໃນໄລຍະຜ່ານມາ ບັນຫາຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອພ້ອມກັນສົ່ງເສີມນຳໃຊ້ທ່າແຮງ ກໍຄືດ້ານຕັ້ງໜ້າທີ່ມີ ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ຕົກໄປ ແນໃສ່ເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນວ ໃຫ້ມີປະສິດທິຜົນ ແລະ ດີຂຶ້ນເທື່ອລະກ້າວ.
ນອກນີ້ ທ່ານຮອງເຈົ້າຄອງພ້ອມຄະນະ ຍັງໄດ້ລົງຕິດຕາມໂຄງການເສັ້ນທາງເຊື່ອມຕໍ່ອາຊຽນມໍ ແລະ ເສັ້ນທາງເຊື່ອມຕໍ່ບ້ານດອນກອຍ ຢ້ຽມຊົມຫ້ອງວາງສະແດງ ໂຄງການຕະຫຼາດກະສິກໍາ ແລະ ຢ້ຽມຊົມຄອນໂດມີນຽມເຂດເສດຖະກິດສະເພາະບຶງທາດຫຼວງ ຕື່ມອີກ.