ສ້າງຫາດຊາຍຟອງ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ​ ທັນສະໄໝ​ ໜ້າຢູ່ ແລະ​ ​ຍືນຍົງ

    ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຫາດຊາຍຟອງ ຈັດຂຶ້ນທີ່ວິທະຍາຄານໄກສອນ ພົມວິຫານ ມາຮອດວັນທີ 28 ສິງຫາ 2020 ໄດ້ສຳເລັດ ໂດຍເປັນປະທານຂອງສະຫາຍ ບຸນເພັງ ສີນະວົງພອນ ຮັກສາການເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອານຸພາບ ຕຸນາລົມ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ມີບັນດາຮອງເລຂາພັກເມືອງ ເລຂາຄະນະພັກຮາກຖານ ຜູ້ແທນສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ອານຸພາບ ຕຸນາລົມ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ອົງຄະນະພັກເມືອງຫາດຊາຍຟອງຍາດມາໄດ້ 5 ປີຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ໃຫ້ເອົາໃຈໃສ່ແກ້້ໄຂບັນຫາດ້ານອ່ອນ ຂໍ້ຄົງຄ້າງ ແລະ ປາກົດການຫຍໍ້ທໍ້ທີ່ບໍ່ທັນແກ້ໄຂໄດ້ຂາດຕົວ ເພື່ອເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັັກແໜ້ນ  ເສດຖະກິດ-ສັງຄົມໄດ້ຮັບການພັດທະນາທີ່ພົ້ນເດັ່ນ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ເຕົ້າໂຮມຄວາມສາມັກຄີປອງດອງທີ່ເປັນປຶກແຜ່ນທົ່ວລະບົບການຈັດຕັ້ງ ແລະ ທົ່ວປວງຊົນໃຫ້ໜັກແໜ້ນເຂົ້າສູ່ລະບົບ ສາມາດຈັດຕັ້ງປະຕິບັດສິດ ໜ້າທີ່ ພາລະບົດບາດດ້ວຍຄວາມຮັບຜິດຊອບ ມີປະສິດທິຜົນ ສຳລັບທິດທາງແຜນການ ຄາດໝາຍໃຫຍ່ ໂດຍສະເພາະການສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ທັນສະໄໝ ໜ້າຢູ່ ແລະ ຍືນຍົງຕາມທິດຕົວເມືອງທັນສະໄໝ ມີໜໍ່ແໜງກາຍເປັນເທ ສະບານເມືອງ ເຊິ່ງເປັນສິ່ງທ້າທາຍທີ່ຍັງບໍ່ທັນມີບົດຮຽນ ແລະ ແມ່ແບບທີ່ຊັດເຈນ ດັ່ງນັ້ນ ຄະນະບໍລິຫານງານພັກຊຸດໃໝ່ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຄົ້ນຄວ້າວິຊາການ ແລະ ກົນໄກຮັບໃຊ້ໃຫ້ແກ່ຂະບວນການດັ່ງກ່າວຢ່າງຮອບຄອບ ເອົາໃຈໃສ່ໃນການນຳພາທົ່ວສັງຄົມໃນແຕ່ລະໄລຍະໃຫ້ເຂົ້າສູ່ການຄຸ້ມຄອງບໍລິຫານລັດ ການຄຸ້ມຄອງສັງຄົມດ້ວຍກົດໝາຍທີ່ເຂັ້ມງວດ ເພີ່ມທະວີຍົກລະດັບຄວາມສາມາດ ແລະ ເປັນແບບຢ່າງນຳໜ້າຂອງອົງຄະນະພັກ ສະມາຊິກພັກ ພະນັກງານເພື່ອຍົກລະດັບຄວາມເຊື່ອໝັ້ນ ແລະ ບົດບາດການນຳພາຂອງພັກໃຫ້ສູງຂຶ້ນເລື້ອຍໆ.

    ຕອນທ້າຍກອງປະຊຸມ ຍັງໄດ້ປະກາດຜົນການເລືອກຕັ້ງຄະນະບໍລິຫານງານພັກເມືອງຊຸດໃໝ່ ຜ່ານການປ່ອນບັດໂດຍເລືອກເອົາສະຫາຍ ບຸນເພັງ ສີນະວົງພອນ ເປັນເລຂາຄະນະພັກ ເຈົ້າເມືອງຫາດຊາຍຟອງຊຸດໃໝ່  ສະຫາຍ ສຸກສະຫວັນ ບຸດຕະວົງ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ຄຳແກ່ງ ດວງພະຈັນ ເປັນຮອງເລຂາພັກເມືອງ.

error: Content is protected !!