ກົມໃຫຍ່ພະລາທິການກອງທັບ ເປີດຂະບວນການເສຍຄ່າທາງ ແລະ ພາສີທີ່ດິນ

    ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ກົມໃຫຍ່ພະລາທິການກອງທັບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ເປີດຂະບວນການເສຍຄ່າທາງ ແລະ ພາສີທີ່ດິນ ປະຈຳປີ 2020 ຜ່ານລະບົບທະນາຄານ ອົງການຈັດຕັ້ງລັດ ແລະ ພະນັກງານລັດຖະກອນ ເປັນແບບຢ່າງນຳໜ້າ ໃນວັນທີ 27 ສິງຫາ 2020 ທີ່ກົມໃຫຍ່ພະລາທິການກອງທັບ ໂດຍມີ ທ່ານ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ ທ່ານ ຄຳພັນ ພັນທຸລັກ ຫົວນ້າສ່ວຍສາອາກອນ ນວ ທ່ານນາງ ພອນສະຫວັນ ສິມມະ ໄລວົງ ຮອງພະແນກບໍລິການລູກຄ້າລາຍໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມີບັນດາຫົວໜ້າຫ້ອງການ ພາກສ່ວນກ່ຽວຂ້ອງ ນາຍ ແລະ ພົນທະຫານເຂົ້າຮ່ວມ.

    ທ່ານ ຄໍາພັນ ພັນທຸລັກ ໄດ້ແຈ້ງໃຫ້ຊາບວ່າ: ໂດຍປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ແລະ ແຈ້ງການຂອງຮອງນາຍົກລົດຖະມົນຕີ ກ່ຽວກັບພັນທະໜ້າທີ່ຂອງພົນລະເມືອງລາວ ໃນການປະກອບພັນທະ ເສຍພາສີ ເຊິ່ງເປັນໜ້າທີ່ຂອງພົນລະເມືອງລາວທຸກຄົນຕ້ອງປະຕິບັດ ສະເພາະຂະບວນການເສຍຄ່າທາງ ແລະ ພາສີທີ່ດີນ ໄດ້ດຳເນີນການຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ເປັນຕົ້ນມາ ໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ທົ່ວສັງຄົມ ໄດ້ເຂົ້າມາເສຍພາສີຜ່ານຫຼາຍຊ່ອງທາງ ພ້ອມກັບການໂຄສະນາເຜີຍແຜ່ຜ່ານສື່ຕ່າງໆໃຫ້ສັງຄົມໄດ້ ຮັບຊາບ.

    ມາຮອດປັດຈຸບັນ ຈາກສະຖິຕິທົ່ວນະຄອນຫຼວງວຽງຈັນ ມີພາຫະນະທັງໝົດປະມານ 9 ແສນກວ່າຄັນ ແຕ່ຕົວເລກສະຖິຕິຜ່ານມາ ທີ່ເຄີຍມາເສຍຄ່າທາງ ມີຈຳນວນ 5 ແສນກວ່າຄັນ ປັດຈຸບັນມາເສຍຄ່າທາງແລ້ວ 2 ແສນກວ່າຄັນ ສ່ວນພາສີທີ່ດີນ ມີຈຳນວນ 3 ແສນຕອນ ມາແລ້ວ 1 ແສນກວ່າຕອນ ໂອກາດນີ້ຈຶ່ງຮຽກຮ້ອງມາ ຍັງພະນັກງານ-ລັດຖະກອນ ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນປະກອບສ່ວນ ເສຍ ພັນທະພາສີ ປະຕິບັດໜ້າທີ່ ພັນທະຂອງພົນລະເມືອງລາວກັນຢ່າງທົ່ວເຖິງ.

error: Content is protected !!