ນະຄອນຫຼວງສະຫຼຸບຜົນການສອບເສັງນັກຮຽນເກ່ງ ແລະ ຈົບຂັ້ນ ມ4 ມ7

    ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາຕອນປາຍ (ມ7) ແລະ ການແຂ່ງຂັນສອບເສັງນັກຮຽນເກ່ງຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 27 ສິງຫາ 2020 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍເປັນປະທານ ຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ປະທານການສອບເສັງຈົບຊັ້ນ ມ4 ມ7 ແລະ ການແຂ່ງຂັນສອບເສັງນັກຮຽນເກ່ງຂັ້ນ ນວ ມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຕາງໜ້າຈາກະກະຊວງສຶກສາທິການ ແລະ ກີລາ ມີຜູ້ບໍລິຫານການສຶກສາ ຜູ້ອຳນວຍການ ພະນັກງານຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ ເຂົ້າຮ່ວມ.

    ຜົນການສອບເສັງຊັ້ນ ມ4 ສອບເສັງໄດ້ທັງໝົດ 11.342 ຄົນ ຍິງ 5.667 ຄົນ ເທົ່າກັບ 99,77% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,87% ເສັງໄດ້ຮອບດ້ານ 1.008 ຄົນ ຍິງ 657 ຄົນ ເທົ່າກັບ 8,87% ເພີ່ມຂຶ້ນ 3,2% ເສັງໄດ້ໃບປະກາດສະນິຍະບັດແດງ 29 ຄົນ ຍິງ 23 ຄົນ ເພີ່ມຂຶ້ນ 9 ຄົນ ຍິງ 9 ຄົນ ມີນັກຮຽນເສັງໄດ້ຄະ ແນນສູງສຸດ 58,41 ຄະແນນ ຈຳນວນ 1 ຄົນ.

     ສຳລັບ ມ7 ສອບເສັງໄດ້ທັງໝົດ 9.667 ຄົນ ຍິງ 4.860 ຄົນ ເທົ່າກັບ 99,59% ທຽບໃສ່ ປີຜ່ານມາ ເພີ່ມຂຶ້ນ 0,17% ເສັງໄດ້ຮອບດ້ານ 2.581 ຄົນ ຍິງ 1.593 ຄົນ ເທົ່າກັບ 26,59% ເພີ່ມຂຶ້ນ 11,6% ເສັງໄດ້ໃບປະກາດສະນິຍະບັດແດງ 39 ຄົນ ຍິງ 31 ຄົນ ເພີ່ມຂຶ້ນ 28 ຄົນ ຍິງ 26 ຄົນ ມີນັກຮຽນເສັງໄດ້ຄະແນນສູງສຸດ 39,28 ຄະແນນ ຈຳນວນ 1 ຄົນ.

     ສ່ວນຜົນການສອບເສັງແຂ່ງຂັນນັກຮຽນເກ່ງຂັ້ນ ນວ ອັນດັບ 1 ວິຊາພາສາລາວ ນາງ ເດຍຫັດໃສ ສີຫາວົງ ຈາກໂຮງຮຽນປະຖົມສັນທະລັກ ວິຊາຄະນິດສາດ ທ້າວ ພຶກສາ ພັນດາລາ ປະຖົມສິນໄຊ ວິຊາໂລກອ້ອມຕົວ ນາງ ສອນນາລິນ ແກ້ວມຸງຄຸນ ປະຖົມສະຖາພອນ.

    ອັນດັບ 1 ມ4 ວິຊາພາສາລາວ-ວັນນະຄະດີ ນາງ ສຸທິດາ ຕຸນາລົມ ມສ ນິຣະດາ ຈອມເພັດ ວິຊາເຄມີສາດ ທ້າວ ຍົດເຮືອງໄຊ ວົງອອນຈັນ ມສ ນິຣະດາ ຈອມເພັດ ວິຊາຟີຊີກສາດ ທ້າວ ຊິດານ ອໍສຸກໄຊ ມສ ປາຖະໜາ ມ7 ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ນາງ ຊົມພູ້ ໄຊຍະແສງ ວິຊາເຄມີ ທ້າວ ຮືສືຢາງ ກົງຈິ ທັງສອງມາຈາກ ມສ ພອນສະຫວັນຊົນເຜົ່າ ວິຊາຟີຊິກສາດ ນາງ ສຸພາພອນ ທຳມະວົງສາ ແລະ ວິຊາຄະນິດສາດ ທ້າວ ລີວາວາງ ທັງສອງມາຈາກ ມສ ວຽງຈັນ.

error: Content is protected !!