ກະຊວງສາທາລະນະສຸກໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດເພື່ອປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ປະກອບມີ: ຜ້າອັດປາກ ໝວກ ອັນຫຸ້ມເກີບ ຖົງມື ແລະ ເຄື່ອງຊ່ວຍຫາຍໃຈ ລວມມູນຄ່າ 1,3 ລ້ານໂດສະຫະລັດ ຫຼື ປະມານ 11,83 ຕື້ກີບ ເຊິ່ງຈະຊ່ວຍຮັບປະກັນໃຫ້ບັນດາແພດໝໍທີ່ເຮັດວຽກແນວໜ້າ ມີອຸປະກອນພຽງພໍ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ-19 ຈັດຂຶ້ນໃນວັນທີ 28 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ໂດຍການກ່າວມອບຂອງທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈໍາລາວ ແລະ ຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!