ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ນໍາພາສະມາຊິກກໍາມະບານ ຕະຫຼອດຮອດພະນັກງານລັດ-ຖະກອນ ອ້ອມຂ້າງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເຂົ້າຮ່ວມຂະບວນການອອກແຮງງານທີ່ສະຫະພັນກຳມະບານ ນວ ຈັດຂຶ້ນວັນທີ 29 ສິງຫາ 2020 ທີ່ເສັ້ນທາງ 450 ປີ.


ການອອກແຮງງານຄັ້ງນີ້ ສໍາລັບຈຸດທີ່ໄດ້ຮັບມອບໝາຍຂອງພະແນກ ຖວທ ແມ່ນມີຄວາມຍາວ 120 ແມັດ ໃນນີ້ ໄດ້ພ້ອມກັນຕັດຫຍ້າ ປັດກວາດ ແລະ ຊ້ວານດິນຢູ່ສອງຝາກທາງລຽບຄູກັນກາງ ເສັ້ນທາງ 450 ປີ ເພື່ອໃຫ້ມີຄວາມສະອາດຈົບງາມ ແນໃສ່ປະກອບສ່ວນສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກ ນວ ປະກອງປະຊຸມໃຫຍ່ຄັ້ງທີ 8 ຜູ້ແທນສູນກາງສະຫະພັນກຳມະບານລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະຫະພັນກຳມະບານ ນວ.

