ປະກາດສ້າງຕັ້ງສະມາຄົມຜູ້ອາຍຸສູງ ເມືອງສີສັດຕະນາກ

    ພິທີປະກາດສ້າງຕັ້ງ ສະມາຄົມຜູ້ອາຍຸສູງ ເມືອງສີສັດຕະນາກ (ສອສນ) ຈັດຂຶ້ນວັນທີ 28 ສິງຫາ 2020 ຢູ່ພັດຕາຄານແມ່ຂອງ (ຫຼັກ 4) ເມືອງສີສັດຕະນາກ ໂດຍມີທ່ານ ວິລະກອນ ສູນດາລາ ປະທານແນວລາວສ້າງຊາດ ເມືອງສີສັດຕະນາກ ທ່ານ ທອງແດງ ສິງທິລາດ ຫົວໜ້າຄະນະຂົນຂວາຍສ້າງຕັ້ງ ສອສນ ທ່ານ ບຸນສີ ແພງແກ້ວ ຮັກສາການ ສອສນ ມີບັນດາຜູ້ຕາງໜ້າຈາກກະຊວງພາຍໃນ ຈາກພະແນກພາຍໃນ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມ.

    ທ່ານ ທອງແດງ ສິງທິລາດ ກ່າວວ່າ: ສອສນ ພວກເຮົາໄດ້ເຕົ້າໂຮມກັນບົນພື້ນຖານຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃຕ້ກົດລະບຽບ ແລະ ແຜນດໍາເນີນງານຂອງຕົນ ຕັ້ງແຕ່ວັນທີ 13 ກັນຍາ 2015 ເປັນຕົ້ນມາ ມີສະມາຊິກເບື້ອງຕົ້ນເກືອບ 500 ຄົນ ເຊິ່ງໄລຍະຜ່ານມາ ພວກເຮົາໄດ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະດໍາລັດ 156/ລບ ລົງວັນທີ 14 ຕຸລາ 2004 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍແຫ່ງຊາດ ເພື່ອຜູ້ສູງອາຍຸ ຢູ່ ສປປ ລາວ ພ້ອມທັງ ໄດ້ນໍາພາແນວຄິດການເມືອງ ໄດ້ຈັດກິດຈະກໍາພົບປະສັງສັນຫຼາຍຄັ້ງ ໄດ້ປະຕິບັດນະໂຍບາຍສະຫວັດດີການສັງ ຄົມ ເພື່ອຊ່ວຍເຫຼືອຍາມເຈັບເປັນ 150 ກວ່າຄັ້ງ ແລະ ເສຍຊີວິດ 23 ຄັ້ງ ປະກອບສ່ວນຍາມມີໄພພິບັດ ແລະ ອຸປະຖໍາໃນການສ້າງສາພັດທະນາປະເທດຊາດ ນອກຈາກນີ້ ຍັງໄດ້ເຂົ້າຮ່ວມງານກິດຈະກໍາຕ່າງໆທີ່ອົງການຈັດຕັ້ງລັດ ສັງຄົມ ແລະ ປະຊາຊົນຈັດຂຶ້ນ ໃນນີ້ ພວກເຮົາໄດ້ສ້າງໜ່ວຍສິລະປະ ທົດລອງເຮັດຕະຫຼາດນັດ ສັກຢາກັນພະຍາດຕາມລະດູການ ກວດສຸຂະພາບໃຫ້ສະມາຊິກ ແລະ ຈັດຂະບວນທ່ອງທ່ຽວຫຼາຍຄັ້ງ ຈາກຜົນງານຫຼາຍດ້ານດັ່ງກ່າວ ໄດ້ເປັນທີ່ຍອມຮັບ ແລະ ກ່າວຍ້ອງຍໍຈາກຫຼາຍພາກສ່ວນ ທັງພາກລັດ ແລະ ປະຊາຊົນທົ່ວໄປ.

    ສໍາລັບແຜນເຄື່ອນໄຫວຂອງສະມາຄົມໃນຕໍ່ໜ້າ ຈະຕ້ອງໄດ້ເຊື່ອມຊືມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ວັດທະນະທໍາຂອງຊາດ ໂດຍສະເພາະຕ້ອງໄດ້ເຜີຍແຜ່ເຊື່ອມຊຶມ ເຂົ້າໃຈກົດລະບຽບຂອງ ສອສນ ແລະ ປະຕິບັດຢ່າງເຂັ້ມງວດ ສືບຕໍ່ຮັກສາສຸຂະພາບ ການອອກກໍາລັງກາຍ ຈັດງານກິດຈະກໍາ 2 ເດືອນ/ເທື່ອ ເພື່ອພົບປະສັງສັນ ສືບຕໍ່ປັບປຸງໜ່ວຍສິລະປະວັນນະຄະດີ ກີລາ ຂົນຂວາຍເບິ່ງແຍງສຸຂະພາບ ແລະ ປຸກລະດົມການທ່ອງທ່ຽວຢ່າງເປັນຂະບວນຟົດຟື້ນ ປະຕິບັດນະໂຍບາຍສະຫວັດດີການ ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະ ກັນ ຍາມເຈັບເປັນ ແລະ ເສຍຊີວິດ ເອົາໃຈໃສ່ກວດສຸຂະພາບຢ່າງເປັນລະບົບ ຂົນຂວາຍຊອກຫາແຫຼ່ງລາຍຮັບ-ທຶນຮອນ ເພື່ອແກ້ໄຂ ຍົກລະດັບຊີວິດການເປັນຢູ່ໃຫ້ສະມາຊິກ ສອສນ ຈາກພາຍໃນ ແລະ ຕ່າງປະເທດ ພ້ອມກັນນີ້ ສະມາຊິກທຸກທ່ານຕ້ອງເສຍສະຫຼະ ເປັນເຈົ້າການໃນການເສຍເງິນສະຕິ ເງິນຊ່ວຍເຫຼືອຊາປະນະກິດໃຫ້ເປັນປົກກະຕິ ຕາມລະບຽບຫຼັກການ ມີສ່ວນຮ່ວມຮັບຜິດຊອບທຸກເລື່ອງ ທຸກບັນຫາ ທີ່ໄດ້ປຶກສາຫາລື ແລະ ຕົກລົງເປັນມະຕິ ຂອງຄະນະບໍລິຫານງານ ສອສນ.

     ໃນພິທີ ຍັງໄດ້ປ່ອນບັດຄັດເລືອກຄະນະບໍລິຫານງານ ສອສນ ເຊິ່ງມີຜູ້ລົງສະໝັກຈໍານວນ 13 ຄົນ ແລະ ສາມາດຄັດເລືອກໄດ້ 11 ທ່ານ ປະກອບມີ: ທ່ານ ທອງແດງ ສິງທິລາດ ເປັນປະທານ ທ່ານນາງ ມະນີວັນ ສຸວັນນະສຸກ ທ່ານນາງ ບຸນມາລາ ສິມມາລາວົງ ແລະ ທ່ານ ວິທູນ ແດນຫັນສາ ເປັນຮອງປະທານ ທ່ານ ໜູໃສ ພະພັກດີ ເປັນປະທານກວດກາ ທ່ານ ອຸດົມ ວັນນະຕວນ ແລະ ທ່ານນາງ ແກ່ນທອງ ວົງສີປະສົມ ເປັນຮອງປະທານກວດກາ ແລະ ຄະນະກໍາມະການອີກ 4 ທ່ານ.

error: Content is protected !!