ແຕ່ລະປີ ລາວເຮົາຍັງມີຜູ້ຕິດເຊື້ອເອດສ໌ຫຼາຍກວ່າພັນຄົນ

     ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອດສ໌ (Aids) ຈັດຂຶ້ນວັນທີ 27 ສິງຫາ 2020 ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການຕ້ານເອດສ໌ແຫ່ງຊາດ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານຮອງປະທານຄະນະກໍາມະການແຫ່ງຊາດຕ້ານເອດສ໌ ຜູ້ປະສານງານວຽກງານຕ້ານເອດສ໌ ຫ້ອງການກະຊວງສາທາລະນະສຸກ ກົມກ່ຽວຂ້ອງ ພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.

   ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ປັດຈຸບັນ ອົງການຈັດຕັ້ງສາກົນຜູ້ໃຫ້ທຶນກໍຄືຜູ້ສະໜັບສະໜູນງົບປະມານນັບມື້ນັບໜ້ອຍລົງ ປະເທດເຮົາປະສົບກັບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ (HIV) ພະຍາດເອດສ໌ (Aids) ກໍຍັງມີຫຼາຍສິ່ງທ້າຍທາຍ ຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ HIV ແຕ່ລະປີຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ ຜູ້ຊາຍມີເພດສໍາພັນກັບຊາຍຍັງຕິດເຊື້ອສູງ ການສົ່ງເຊື້ອຈາກແມ່ຫາລູກກໍເຫັນວ່າມີທ່າອ່ຽງສູງຂຶ້ນ ນໍ້າຢາກວດເລືອດຊອກຫາການຕິດເຊື້ອ HIV ຍັງບໍ່ທັນພຽງພໍ ຜູ້ຕິດເຊື້ອ HIV ແລະ ຜູ້ທີ່ເປັນພະຍາດ Aids ຍັງຂາດການຕິດຕາມຫຼາຍ ການກິນຢາຍັງບໍ່ທັນຕໍ່ເນື່ອງ ແລະ ເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານສະພາບພະຍາດໂຄວິດ-19 ແລະ ຂາດງົບປະມານມາຮັບການບໍລິການກວດສຸຂະພາບ ແລະ ມາຮັບຢາ ແລະ ແຕ່ລະປີ ມີຜູ້ທີ່ຕ້ອງການການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ.

    ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ໄດ້ຊີ້ນໍາ-ນໍາພາຢ່າງໃກ້ຊິດ ວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV ແລະ ພະຍາດ Aids ໃນໄລຍະຜ່ານມາ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງ ເປັນຕົ້ນ ດ້ານວຽກງານປ້ອງກັນ ວຽກງານປິ່ນປົວ ແລະ ດູແລເບິ່ງແຍງຜູ້ທີ່ຕິດເຊື້ອ HIV ຜູ້ທີ່ເປັນພະຍາດ Aids ແລະ ຜູ້ທີ່ຖືກຜົນກະທົບຈາກເຊື້ອ HIV ແລະ ພະຍາດ Aids ສາມາດຮັກສາອັດຕາການຕິດເຊື້ອ HIV ໃນລະດັບຕໍ່າໄວ້ໄດ້.

    ເຖິງແນວນັ້ນກໍຕາມ ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສູ້ຊົນຜ່ານຜ່າ ຈະຕ້ອງໄດ້ເພີ່ມທະວີການຊີ້ນໍາ-ນໍາພາ ການປະສານງານ ການເຊື່ອມສານວຽກງານຕ້ານ Aids ເຂົ້າໃນແຜນການເຄື່ອນ ໄຫວຂອງຕົນໃນສະພາວະຄວາມຫຍຸ້ງຍາກດ້ານງົບປະມານ ແລະ ໄລຍະໃດກໍຕາມ ຂໍໃຫ້ຖືວຽກງານຕ້ານ Aids ແມ່ນໜ້າທີ່ຂອງພວກເຮົາໝົດທຸກຄົນ ບໍ່ແມ່ນວຽກຂອງໂຄງການ ແລະ ບໍ່ແມ່ນວຽກຂອງຜູ້ໃດຜູ້ໜຶ່ງຂໍໃຫ້ທ່ານຊີ້ນໍາ-ນໍາພາບໍ່ໃຫ້ມີການຈໍາແນກ ແລະ ບໍ່ລັງກຽດຜູ້ຕິດເຊື້ອ ຜູ້ທີ່ເປັນພະຍາດ Aids ແລະ ພ້ອມກັນຕອບໂຕ້ຢ່າງເອົາຈິງເອົາຈັງ ບໍ່ດັ່ງນັ້ນພວກເຮົາຈະພົບຄວາມຫຍຸ້ງຍາກໃນອະນາຄົດ.    

  # ຂ່າວ & ພາບ: ສີພອນ

error: Content is protected !!