ວັນທີ 26 ສິງຫາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພິທີມອບເຄື່ອງຊ່ວຍເຫຼືອເດັກນ້ອຍທີ່ຢູ່ໃນສະຖານດູແລເດັກ ແລະ ສູນປົກປ້ອງ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ມີສະບູ ນ້ຳຢາຊັກຜ້າ ແຟັບຊັກເຄື່ອງ ແລະ ອຸປະກອນແຕ້ມຮູບໃຫ້ເດັກນ້ອຍ 1.000 ກວ່າຄົນ ຈາກລັດຖະບານສະຫະລັດອາເມຣິກາ ຍີ່ປຸ່ນ ແລະ ອົງການອຸຍນິເຊັບ (UNICEF) ກ່າວມອບໂດຍທ່ານ ນາງ ເພຍ ບຣີໂຕ ຜູ້ຕາງໜ້າຈາກອົງການອຸຍນິເຊັບປະຈຳລາວ ແລະ ກ່າວຮັບໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ທ່ານ ເຄໂຊ ທາເກວາກະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ຄຳແພງ ໄຊສົມແພງ ຕາງໜ້າໃຫ້ລັດຖະບານລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຄັ້ງນີ້ ກໍຄືຜ່ານມາ ທີ່ອົງການອຸຍນິເຊັບ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແລະ ສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ເປັນການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາປະເທດລາວ ແລະ ຄວາມຢູ່ດີກິນດີຂອງລູກຫຼານປະຊາຊົນລາວບັນດາ ເຜົ່າ ເຄື່ອງຊ່ວຍເຫຼືອຄັ້ງນີ້ ຈະໄດ້ນຳໄປແຈກຢາຍໃຫ້ເດັກນ້ອຍຜູ້ດ້ອຍໂອກາດ ຊ່ວຍເຫຼືອເດັກນ້ອຍ SOS ລາວ ຢູ່ 6 ແຂວງຄື: ນະຄອນຫຼວງວຽງຈັນ ແຂວງຫົວພັນ ຊຽງຂວາງ ຫຼວງພະບາງ ສະຫວັນນະເຂດ ແລະ ແຂວງຈໍາປາສັກ ສູນເພື່ອນມິດທີ່ນະຄອນຫຼວງວຽງຈັນ ໂຮງຮຽນນ້ອງນ້ອຍ ແລະ ບັນດາສູນທີ່ໃຫ້ການຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດທີ່ຍັງຂາດເຂີນວັດຖຸອຸປະກອນດັ່ງກ່າວ.

ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນມາຍັງທ່ານ ນາງ ເພຍ ບຣິດໂຕ ທີ່ໄດ້ມີຄວາມພະຍາຍາມສູງໃນການຂົນຂວາຍທຶນຮອນ ເຕັກນິກວິຊາການ ແລະ ວັດຖຸອຸປະກອນຕ່າງໆມາຊ່ວຍເຫຼືອລາວ ເວົ້າລວມ ເວົ້າສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມຄັ້ງນີ້ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວຕື່ມອີກ.