ໂຄງການບີຄວາ ສືບຕໍ່ຍົກລະດັບຫຼັກສູດໃຫ້ຄູສອນ

ໂດຍ​ການ​ສະ­ໜັບ­ສະ­ໜູນ​ຈາກ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ ແລະ ສະ­ຫະ­ພາບ​ເອີ​ຣົບ ຮ່ວມ​ກັບ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຜ່ານ​ແຜນ​ງານ​ການ​ປັບ­ປຸງ​ຄຸນ​ນະ​ພາບ ແລະ ຂະ­ຫຍາຍ​ໂອ­ກາດ​ເຂົ້າ​ຮຽນ​ສຳ­ລັບ​ການ​ສຶກ​ສາ​ຂັ້ນ​ພື້ນ­ຖານ​ໃນ​ລາວ (ບີ​ຄວາ) ໄດ້​ຈັດ​ເຝິກ­ອົບ­ຮົມ​ລວມ​ທັງ​ໝົດ 366 ຄັ້ງ ພາຍ­ຫຼັງ​ໂຮງ­ຮຽນ​ທຸກ​ແຫ່ງ​ ເລີ່ມ​ພັກ​ພາກ­ຮຽນ​ໃນ​ເດືອນ​ກໍ­ລະ­ກົດ ຈຸດ­ປະ­ສົງ​ເພື່ອ​ເຝິກ​ວິ­ທີ​ການ​ນຳ​ໃຊ້​ຫຼັກ­ສູດ​ປະ­ຖົມ​ສຶກ​ສາ​ສະ­ບັບ​ປັບ­ປຸງ​ໃໝ່ ໃຫ້​ຄູ​ສອນ​ຊັ້ນ​ປະ­ຖົມ ຂັ້ນ ປ2 ເພື່ອ​ເປັນ​ການ​ກະ­ກຽມ​ຄວາມ​ພ້ອມ​ຂັ້ນ​ພື້ນ­ຖານ ແລະ ທັກ​ສະ​ທີ່​ຈຳ­ເປັນ​ໃນ​ການ​ສອນ​ຫຼັກ­ສູດ​ສະ­ບັບ​ປັບ­ປຸງ​ໃໝ່​ນີ້​ ທີ່​ຈະ​ນຳ​ເຂົ້າ​ສອນ​ສົກ­ຮຽນ 2020-2021.

ການ​ເຝິກ­ອົບ­ຮົມ ແມ່ນ​ສອນ​ໂດຍ​ຄູ​ເຝິກ​ຂັ້ນ​ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ 597 ຄົນ ທີ່​ໄດ້​ຜ່ານ​ການ​ເຝິກ­ອົບ­ຮົມ​ຫຼັກ­ສູດ​ນີ້​ມາ​ແລ້ວ​ກ່ອນ​ໜ້າ​ນີ້ ເຊິ່ງ​ໄດ້​ແບ່ງ​ອອກ​ເປັນ 18 ທີມ ລົງ​ເຝິກ​ໃຫ້​ຄູ​ສອນ ຂັ້ນ ປ2 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຈຳ­ນວນ​ຄູ​ທີ່​ໄດ້​ເຝິກ 6 ອາ­ທິດ​ຄັ້ງ​ນີ້ ມີ​ທັງ​ໝົດ 10.283 ຄົນ ໃນ​ນັ້ນ​ຄູ​ສອນ ຂັ້ນ ປ2 9.883 ຄົນ ແລະ ຄູ​ສຶກ​ສາ​ນິ­ເທດ 421 ຄົນ.

ວັນ​ທີ 24-28 ສິງ­ຫາ 2020 ທີ່​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ຜາງ​ແຫ້ງ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ)  ໄດ້​ຈັດ​ເຝິກ­ອົບ­ຮົມ​ໃຫ້​ຄູ​ສອນ ຂັ້ນ ປ2 ທົ່ວ​ເມືອງ​ນາ​ຊາຍ​ທອງ ໂດຍ​ການ​ຄັດ​ເລືອກ​ຕົວ​ແທນ​ຄູ​ສອນ​ຂັ້ນ​ປະ­ຖົມ​ໃນ​ແຕ່​ລະ​ໂຮງ­ຮຽນ​ເຂົ້າ​ຮ່ວມ ມີ​ທ່ານ ນາງ ອຳ­ພອນ ອາ​ນຸ​ໄຊ​ຍາ ຫົວ­ໜ້າ​ຂະ­ແໜງ​ພັດ­ທະ­ນາ​ຄູ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ພະ­ນັກ­ງານ​ຄູ-ອາ­ຈານ ແລະ ຄະ­ນະ​ຮັບ­ຜິດ­ຊອບ​ໂຄງ­ການ​ເຂົ້າ​ຮ່ວມ.

ຊຸດ​ອົບ­ຮົມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ການ​ເຝິກ­ຝົນ​ກ່ຽວ​ກັບ​ຫຼັກ­ສູດ ຂັ້ນ ປ2 ສະ­ບັບ​ປັບ­ປຸງ​ໃໝ່​ທັງ​ດ້ານ​ເນື້ອ​ໃນ​ການ​ສອນ ແລະ ອຸ­ປະ­ກອນ​ເສີມ ໂຄງ​ຮ່າງ ແລະ ວິ­ທີ​ການ​ສອນ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ຫຼັກ­ສູດ​ໃໝ່ ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເນື້ອ​ໃນ​ອັນ​ໃໝ່ ເຝິກ­ຝົນ​ສິ່ງ​ໃໝ່ໆ​ທີ່​ນຳ​ເຂົ້າ​ມາ​ໃນ​ຫຼັກ­ສູດ ພ້ອມ​ທັງ​ແຫຼ່ງ​ຂໍ້​ມູນ​ອັນ​ໃໝ່ ຜູ້​ເຂົ້າ​ຮ່ວມ​ໄດ້​ມີ​ໂອ­ກາດ​ສຶກ​ສາ ທົດ​ລອງ ແລະ ທົບ​ທວນ­ຄືນ​ກິດ­ຈະ­ກຳ​ຕ່າງໆ​ໃນ​ຫ້ອງ​ຮຽນ ​ທີ່​ຖືກ​ອອກ​ແບບ​ມາ​ໃຫ້​ນຳ​ໃຊ້​ເຂົ້າ​ກັບ​ການ​ຮຽນ​ຮູ້​ແບບ​ມີ​ສ່ວນ​ຮ່ວມ ພວກ​ເຂົາ​ໄດ້​ຄົ້ນ​ພົບ​ເຕັກ­ນິກ​ຕ່າງໆ​ເຊັ່ນ​ການ​ຕັ້ງ​ຄຳ​ຖາມ ເພື່ອ​ໃຫ້​ນັກ­ຮຽນ​ປະ­ກອບ­ສ່ວນ ແລະ ຊຸກ­ຍູ້​ໃຫ້​ເຂົາ­ເຈົ້າ​ນຳ​ໃຊ້​ຄວາມ​ຮູ້​ທີ່​ມີ​ຢູ່​ປະ­ກອບ­ສ່ວນ​ເຂົ້າ​ໃນ​ຫົວ­ຂໍ້​ບົດ­ຮຽນ ນອກ​ນີ້​ຍັງ​ຮຽນ​ຮູ້​ກ່ຽວ​ກັບ​ການ​ກະ­ກຽມ​ຫ້ອງ​ຮຽນ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ຮຽນ​ແບບ​ມີ​ສ່ວນ​ຮ່ວມ​ໄດ້​ດີ​ທີ່​ສຸດ​ຕື່ມ​ອີກ.

error: Content is protected !!