ເປີດໂຕການເປັນຄູ່ຮ່ວມທຸລະກິດ ຂາຍປະກັນໄພຊີວິດຜ່ານທະນາຄານ

ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ ລາວ ຈຳ­ກັດ (ພຣູ​ເດັນ​ໂຊລ໌ ລາວ) ແລະ ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ໄດ້​ລົງ​ນາມ​ສັນ­ຍາ​ເປັນ​ຄູ່​ຮ່ວມ​ທຸ­ລະ​ກິດ​ໃນ​ການ​ຂາຍ​ປະ­ກັນ​ໄພ​ຊີ­ວິດ​ຜ່ານ​ທະ­ນາ­ຄານ ໄລ­ຍະ​ຍາວ ເຊິ່ງ​ທັງ​ສອງ​ບໍ­ລິ­ສັດ​ຈະ​ຮ່ວມ​ມື​ກັນ​ພັດ­ທະ­ນາ ແລະ ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ການ​ປະ­ກັນ​ໄພ​ຊີ­ວິດ​ໃຫ້​ປະ­ຊາ­ຊົນ​ລາວ ເພື່ອ​ຊ່ວຍ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ເຂົາ­ເຈົ້າ.

ທ່ານ​ນາງ ວັນ​ດາ​ລີ ສຸ­ວັນ­ນະ​ສຸກ ຫົວ­ໜ້າ​ພະ​ແນກ​ກົດ­ໝາຍ ລະ­ບຽບ​ການ​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ ລາວ ຈຳ­ກັດ ກ່າວ​ວ່າ: ພວກ​ເຮົາ​ມີ​ຄວາມ​ພາກ­ພູມ​ໃຈ​ທີ່​ໄດ້​ເປັນ​ຄູ່​ຮ່ວມ​ທຸ­ລະ​ກິດ​ກັບ​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ແລະ ຈະ​ໄດ້​ນຳ​ເອົາ​ການ​ບໍ­ລິ­ການ​ຂອງ​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ທີ່​ມີ​ຫຼາຍ​ຊ່ອງ​ທາງ ມາ​ນຳ​ສະ­ເໜີ​ໃຫ້​ປະ­ຊາ­ຊົນ​ລາວ ດ້ວຍ​ຜະ­ລິດ​ຕະ​ພັນ​ປະ­ກັນ​ໄພ​ຊີ­ວິດ​ຂອງ​ພວກ​ເຮົາ ທີ່​ຖືກ​ອອກ​ແບບ​ມາ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າ ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຮ່ວມ​ມື​ຢ່າງ​ໃກ້­ຊິດ​ກັບ​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ເພື່ອ​ມອບ​ການ​ປົກ​ປ້ອງ ແລະ ຄຸ້ມ​ຄອງ​ໃຫ້​ກັບ​ຄົນ​ທີ່​ລູກ​ຄ້າ​ຮັກ ແລະ ເພື່ອ​ອະ­ນາ­ຄົດ​ທີ່​ສົດ­ໃສ​ຂອງ​ພວກ​ເຂົາ ການ​ເປັນ​ຄູ່​ຮ່ວມ​ທຸ­ລະ​ກິດ​ຂາຍ​ປະ­ກັນ​ໄພ​ຊີ­ວິດ​ຜ່ານ​ທະ­ນາ­ຄານ​ຄັ້ງ​ນີ້ ລູກ​ຄ້າ​ຂອງ​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ສາ­ມາດ​ເຂົ້າ​ເຖິງ​ການ​ໃຫ້​ບໍ­ລິ­ການ​ໃນ​ການ​ໃຫ້​ຄຳ​ປຶກ­ສາ​ທາງ​ດ້ານ​ປະ­ກັນ​ໄພ​ຊີ­ວິດ​ທີ່​ເໝາະ​ສົມ​ທີ່​ສຸດ ໂດຍ​ຜ່ານ​ເຄືອ​ຂ່າຍ​ຂອງ​ທະ­ນາ­ຄານ ລວມ​ເຖິງ​ການ​ບໍ­ລິ­ການ​ຜ່ານ​ທາງ​ອິນ​ເຕີ​ເນັດ ແລະ ຜ່ານ​ລະ­ບົບ​ທະ­ນາ­ຄານ​ເທິງ​ໂທລະ­ສັບ​ມື​ຖື​ທີ່​ຈະ​ມີ​ຂຶ້ນ​ໃນ​ອະ­ນາ­ຄົດ.

ທ່ານ ແອນ​ໂທ​ນີ່ ຊິນ ຜູ້­ອຳ­ນວຍ­ການ​ໃຫຍ່​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ກ່າວ​ວ່າ: ພວກ​ເຮົາ​ຮູ້­ສຶກ​ຕື່ນ­ເຕັ້ນ​ຢ່າງ​ຍິ່ງ ທີ່​ໄດ້​ຮ່ວມ​ມື​ກັບ ພຣູ​ເດັນ​ໂຊລ໌ ລາວ ເຊິ່ງ​ເປັນ​ໜຶ່ງ​ໃນ​ຜູ້​ໃຫ້​ບໍ­ລິ­ການ​ດ້ານ​ການ​ປະ­ກັນ​ຊີ­ວິດ​ອັນ​ດັບ​ຕົ້ນໆ​ໃນ​ປະ­ເທດ​ລາວ ແລະ ເປັນ​ອົງ­ການ​ບໍ­ລິ­ຫານ​ດ້ານ​ການ​ເງິນ​ຊັ້ນ​ແນວ​ໜ້າ​ຂອງ​ໂລກ ການ​ຮ່ວມ​ມື​ກັບ ພຣູ​ເດັນ​ໂຊລ໌ ລາວ ຈະ​ຍົກ​ລະ­ດັບ​ທຸ­ລະ​ກິດ​ການ​ປະ­ກັນ​ໄພ​ຂອງ​ພວກ​ເຮົາ​ໄປ​ອີກ​ຂັ້ນ​ໜຶ່ງ ແລະ ເສີມ​ຂະ­ຫຍາຍ​ຊື່​ສຽງ​ຂອງ​ພວກ​ເຮົາ​ໃນ​ລະ­ດັບ​ພາກ​ພື້ນ ພຣູ​ເດັນ​ໂຊລ໌ ລາວ ໄດ້​ຕົກ­ລົງ​ຮ່ວມ​ດຳ­ເນີນ​ງານ​ກັບ​ທະ­ນາ­ຄານ ມາ​ຣູ​ຮານ ເຈ​ແປນ ລາວ ໃນ​ຂະ­ນະ​ທີ່​ພວກ​ເຮົາ​ໝູນ​ໃຊ້​ຄວາມ​ເຂັ້ມ­ແຂງ ຄວາມ​ສາ­ມາດ ແລະ ການ​ປະ­ຕິ­ບັດ​ງານ​ທີ່​ດີ​ທີ່​ສຸດ​ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ທາງ​ດ້ານ​ການ​ເງິນ​ຂອງ​ລູກ​ຄ້າ ແລະ ການ​ປົກ​ປ້ອງ​ຄຸ້ມ​ຄອງ​ໃນ​ອະ­ນາ­ຄົດ.

error: Content is protected !!