ກຸ່ມກະສິກຳອິນຊີບ້ານທົ່ງມັ່ງ ຂະຫຍາຍເນື້ອທີ່ການຜະລິດໄດ້ 30 ກວ່າເຮັກຕາ

ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ບ້ານ​ທົ່ງ​ມັ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ກຸ່ມ​ໜຶ່ງ​ທີ່​ວາງ​ເປົ້າ​ໝາຍ​ການ​ຜະ­ລິດ ໃສ່​ຜູ້​ມີ​ລາຍ​ຮັບ​ໜ້ອຍ​ໃຫ້​ສາ­ມາດ​ບໍ­ລິ­ໂພກ​ພືດ-ຜັກ​ປອດ​ສານ­ພິດ ແລະ ໃຫ້​ມີ​ພືດ-ຜັກ​ອິນ​ຊີ​ເຂົ້າ​ເຖິງ​ຕະ­ຫຼາດ​ໃນ​ທຸກ​ລະ­ດັບ ເພີ່ມ​ປະ­ລິ­ມານ​ການ​ຜະ­ລິດ​ໃຫ້​ມີ​ຄຸນ​ນະ​ພາບ ຕອບ​ສະ­ໜອງ​ໄດ້​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ.

ທ່ານ​ນາງ ຄຳ​ມອນ ຫຼວງ​ລາດ ຕາງ­ໜ້າ​ຜູ້​ປູກ​ພືດ​ກະ­ສິ­ກຳ​ອິນ​ຊີ ບ້ານ​ທົ່ງ​ມັ່ງ ໄດ້​ຂຶ້ນ​ປະ­ກອບ​ຄຳ​ເຫັນ​ໃນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VIII ຜູ້​ແທນ​ແມ່­ຍິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ວ່າ: ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ພວກ​ເຮົາ ສ້າງ­ຕັ້ງ​ຂຶ້ນ​ເດືອນ​ພຶດ­ສະ­ພາ 2015 ເບື້ອງ​ຕົ້ນ​ມີ​ສະ­ມາ­ຊິກ 12 ຄອບ­ຄົວ ການ​ດຳ­ເນີນ​ການ​ປູກ​ຜັກ​ກະ­ສິ­ກຳ​ອິນ​ຊີ 6 ເດືອນ​ທຳ​ອິດ ມີ​ທ່າ​ອ່ຽງ​ຈະ​ລົ້ມ​ລະ­ລາຍ ມາ​ຮອດ​ທ້າຍ​ປີ 2015 ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ໄຊ​ທາ­ນີ ໄດ້​ລະ­ດົມ ແລະ ປັບ­ປຸງ​ໂຄງ​ຮ່າງ​ການ­ຈັດ­ຕັ້ງ​ເລືອກ­ເຟັ້ນ​ສະ­ມາ­ຊິກ​ຊຸດ​ໃໝ່ ເຊິ່ງ​ໃຫ້​ໂອ­ກາດ​ສະ­ເພາະ​ຄອບ­ຄົວ​ທີ່​ມີ​ຄວາມ​ເຂົ້າ­ໃຈ ຕໍ່​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ພືດ-ຜັກ​ອິນ​ຊີ ແລະ ຜູ້​ທີ່​ມີ​ຄວາມ​ຄິດ​ອຸ­ດົມ​ການ​ດຽວ​ກັນ ພ້ອມ​ທັງ​ໄດ້​ຈັດ​ສັນ​ເນື້ອ­ທີ່​ການ​ຜະ­ລິດ​ຄືນ­ໃໝ່ ເຊິ່ງ​ໄດ້​ເຊົ່າ​ດິນ 1 ຕອນ ເນື້ອ­ທີ່ 1,5 ເຮັກ­ຕາ ໂດຍ​ອອກ­ທຶນ​ກັນ​ບຸກ­ເບີກ​ເນື້ອ­ທີ່ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ໄດ້​ສະ­ໜັບ­ສະ­ໜູນ​ຜ້າ​ຢາງ 5 ກໍ້ ແລະ ແນວ​ພັນ​ພືດ ມູນ​ຄ່າ 18 ລ້ານ​ກີບ ນອກ​ນັ້ນ​ແມ່ນ​ທຶນ​ຂອງ​ຊາວ​ສວນ ສ່ວນ​ວິ­ຊາ​ການ​ກໍ​ໄດ້​ຮັບ​ການ​ເຝິກ­ອົບ­ຮົມ​ການ​ເຮັດ​ສະ​ໝຸນ​ໄພ ຝຸ່ນ​ບົ່ມ ການ​ບໍ­ລິ­ຫານ-ຈັດ­ການ​ກຸ່ມ ການ​ກວດ​ມາດ­ຕະ­ຖານ​ນາ​ອິນ​ຊີ ແລະ ອື່ນໆ.

ປີ 2016 ໄດ້​ຈັດ​ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ບໍ­ລິ­ຫານ​ງານ​ກຸ່ມ 5 ສະ­ຫາຍ ຍິງ 3 ສະ­ຫາຍ ໄດ້​ປັບ­ປຸງ​ນິ­ຕິ​ກຳ​ຄືນ­ໃໝ່ ໄດ້​ຮັບ­ຮອງ​ມາດ­ຕະ­ຖານ​ອິນ​ຊີ​ຈາກ​ທາງ​ການ ຈາກ​ນັ້ນ ຈຶ່ງ​ໄດ້​ນຳ​ຜົນ​ຜະ­ລິດ​ເຂົ້າ​ຂາຍ​ໃນ​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ເວ­ລາ​ນັ້ນ ເນື້ອ­ທີ່​ການ​ຜະ­ລິດ​ມີ​ເຮືອນ​ຮົ່ມ 15 ຫຼັງ ລາຍ​ຮັບ​ຂອງ​ສະ­ມາ­ຊິກ 800.000 ກີບ​ຕໍ່​ເດືອນ​ຕໍ່​ຄອບ­ຄົວ ມາ​ຮອດ​ປີ 2017 ການ​ປູກ​ຜັກ​ອິນ​ຊີ​ມີ​ລາຍ​ໄດ້​ດີ ຈຶ່ງ​ໄດ້​ຂະ­ຫຍາຍ​ເນື້ອ­ທີ່​ຈາກ 1,5 ເຮັກ­ຕາ ເປັນ 4 ເຮັກ­ຕາ ຂະ­ຫຍາຍ​ສະ­ມາ­ຊິກ​ເປັນ 18 ຄອບ­ຄົວ ພິ­ເສດ ປີ​ນີ້​ໄດ້​ເຂົ້າ​ເປັນ​ສະ­ມາ­ຊິກ​ເຄືອ​ຄ່າຍ​ຊາວ​ກະ­ສິ­ກອນ​ລາວ ໄດ້​ນຳ​ສະ­ເໜີ​ຂໍ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ອິນ​ຊີ​ຈາກ​ກົມ​ປູກ­ຝັງ ເພື່ອ​ຢັ້ງ­ຢືນ​ຜົນ​ຜະ­ລິດ​ເປັນ​ສິນ­ຄ້າ ພ້ອມ​ນີ້​ຍັງ​ຂະ­ຫຍາຍ​ເຮືອນ​ຮົ່ມ ຈາກ 15 ຫຼັງ ເປັນ 50 ຫຼັງ ມາ​ຮອດ​ປີ 2019 ໄດ້​ຂະ­ຫຍາຍ​ເນື້ອ­ທີ່​ຈາກ 4 ເຮັກ­ຕາ ເປັນ 31,5 ເຮັກ­ຕາ ໃນ​ນີ້ ມີ​ໄມ້​ໃຫ້​ໝາກ 11,5 ເຮັກ­ຕາ ຕົ້ນ​ກ້ວຍ ແລະ ໝາກ​ຮຸ່ງ 12 ເຮັກ­ຕາ ພືດ​ຜັກ 4 ເຮັກ­ຕາ ສະ­ມາ­ຊິກ​ເພີ່ມ​ເປັນ 56 ຄົນ ແລະ ມີ​ໄວ​ໜຸ່ມ​ມາ​ເປັນ​ອາ­ສາ​ສະ­ໝັກ 12 ຄົນ ເຊິ່ງ 6 ເດືອນ​ທ້າຍ​ປີ 2019 ສາ­ມາດ​ສົ່ງ​ຜົນ​ຜະ­ລິດ​ປ້ອນ​ຕະ­ຫຼາດ ຄື: ພືດ​ກິນ​ໝາກ ກິນ​ໜໍ່ 5.240 ກິ​ໂລ ພືດ​ກິນ​ໃບ 29.400 ກິ​ໂລ ສະ­ເລ່ຍ​ລາ­ຄາ​ຂາຍ 10.000 ກີບ​ຕໍ່​ກິ​ໂລ ສ້າງ​ລາຍ​ຮັບ 346 ລ້ານ​ກວ່າ​ກີບ​ຕໍ່​ປີ.

error: Content is protected !!