ເຊີນຢ້ຽມຊົມຮູບພາບ ແລະ ແຜນຜັງການພັດທະນາ ນວ

ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ ວັນ​ຄ້າຍ​ວັນ​ເກີດ​ປະ­ທານ​ໄກ­ສອນ ພົມ­ວິ­ຫານ ຄົບ­ຮອບ 100 ປີ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ການ​ສະ­ເຫຼີມ­ສະ­ຫຼອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຄົບ­ຮອບ 460 ປີ.

ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ງານ​ວາງ­ສະ­ແດງ​ຮູບ​ພາບ ແລະ ແຜນ­ຜັງ​ການ​ພັດ­ທະ­ນາ​ຕະ­ຫຼອດ​ໄລ­ຍະ 45 ປີ­ຜ່ານ­ມາ ຂຶ້ນ​ຢູ່​ສຳ­ນັກ­ງານ​ປົກ­ຄອງ ນວ ບ້ານ​ໂພນ​ໄຊ ເມືອງ​ໄຊ​ເສດ​ຖາ ດັ່ງ­ນັ້ນ ຫ້ອງ​ວ່າ­ການ ນວ ກໍ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ ຈຶ່ງ​ແຈ້ງ​ມາ​ຍັງ​ສຳ­ນັກ­ງານ​ອົງ­ການ​ພັກ-ລັດ ເອ­ກະ​ຊົນ ແລະ ຊາວ ນວ ເຂົ້າ​ຮ່ວມ​ຮັບ​ຊົມ​ກາ­ນວາງ­ສະ­ແດງ​ດັ່ງ­ກ່າວ ເລີ່ມ​ແຕ່​ວັນ​ທີ 21 ສິງ­ຫາ ຫາ​ວັນ​ທີ 30 ກັນ­ຍາ 2020 ເວ­ລາ 16-18:00 ໂມງ ຖ້າ​ອົງ​ການ­ຈັດ­ຕັ້ງ ແລະ ບຸກ­ຄົນ​ໃດ​ມີ​ຄວາມ​ສົນ­ໃຈ​ເຂົ້າ​ຢ້ຽມ​ຊົມ ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ໄດ້​ທີ່​ເບີ­ໂທລະ­ສັບ 020 22232944 ນາງ ສິດ­ທິ​ພອນ.

ເພື່ອ​ເຮັດ​ໃຫ້​ຂະ​ບວນ​ການ​ຢ້ຽມ​ຊົມ​ງານ​ວາງ­ສະ­ແດງ​ຄັ້ງ​ນີ້​ມີ​ຄວາມ​ຄືກ­ຄື້ນ ແລະ ໄດ້​ຮັບ​ການ​ເຜີຍ­ແຜ່​ໂຄ­ສະ­ນາ​ຢ່າງ​ກວ້າງ­ຂວາງ​ໄວ​ນັ້ນ ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ ໄດ້​ເປີດ​ໂອ­ກາດ​ໃຫ້​ພະ­ນັກ­ງານ​ສື່​ມວນ​ຊົນ ນວ ປະ­ກອບ​ມີ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ວິ­ທະ­ຍຸ-ໂທລະ­ພາບ ນວ ເຂົ້າ​ຢ້ຽມ​ຊົມ ໃນ​ວັນ​ທີ 25 ສິງ­ຫາ 2020 ພາຍ­ຫຼັງ​ທີ່​ເປີດ​ຢ່າງ​ເປັນ​ທາງ​ການ​ມາ​ແຕ່​ວັນ​ທີ 21 ສິງ­ຫາ 2020 ເຊິ່ງ​ນຳ​ໂດຍ​ທ່ານ ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່  ແລະ ທ່ານ ສົມ​ປະ­ສົງ ສົມ​ພັກ­ດີ ອຳ­ນວຍ​ການ​ວິ­ທະ­ຍຸ-ໂທລະ­ພາບ ນວ ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ.

ການ​ຢ້ຽມ​ຊົມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ບັນ​ລະ​ຍາຍ​ຈາກ​ຄະ­ນະ​ຮັບ­ຜິດ­ຊອບ​ເປັນ​ຢ່າງ​ດີ ໃນ​ການ​ອະ­ທິ­ບາຍ​ຮູບ​ພາບ​ຕ່າງໆ​ຂອງ 4 ຂົງ­ເຂດ​ນັບ​ແຕ່​ອະ­ດີດ​ເຖິງ​ປັດ­ຈຸ­ບັນ ທີ່​ວາງ­ສະ­ແດງ​ຢູ່​ຊັ້ນ 1 ນອກ​ນັ້ນ ຍັງ​ມີ​ຮູບ​ການ​ນຳ ນວ ກໍ​ຄື​ບັນ­ດາ​ເຈົ້າ​ຄອງ ນວ ນັບ​ແຕ່​ປີ 1975 ເຖິງ​ປັດ­ຈຸ­ບັນ ຄະ­ນະ​ບໍ­ລິ­ຫານ​ງານ ແລະ ສະ­ມາ­ຊິກ​ອົງ­ການ​ປົກ­ຄອງ ນວ ແຕ່​ລະ­ສະ​ໄໝ ສ່ວນ​ຢູ່​ຊັ້ນ 2 ຈະ​ມີ​ແຜນ­ຜັງ​ຕົວ​ເມືອງ ນວ ທີ່​ເປັນ​ແຜນ­ຜັງ​ຈຳ­ລອງ​ໃນ​ປັດ­ຈຸ­ບັນ ແລະ ໃນ​ອະ­ນາ­ຄົດ ທີ່​ຈະ​ມີ​ການ​ພັດ­ທະ­ນາ​ໄປ​ໃນ​ຮູບ​ແບບ​ໃດ​ທີ່​ເປັນ​ແຜນ​ຜັງ­ເມືອງ​ທີ່​ໄດ້​ມາດ­ຕະ­ຖານ ແລະ ມີ​ຄວາມ​ທັນ​ສະ­ໄໝ ຖ້າ​ພັດ­ທະ­ນາ​ໄປ​ຕາມ​ແຜນ­ຜັງ ນວ ວາງ​ໄວ້​ນັ້ນ ຈະ​ເຮັດ​ໃຫ້ ນວ ໄດ້​ຮັບ​ການ​ພັດ­ທະ­ນາ​ເປັນ​ເຂດ​ຕາມ​ການ​ຈັດ​ສັນ​ແບ່ງ­ປັນ​ດິນ​ທີ່​ເໝາະ​ສົມ​ແຕ່​ລະ​ເຂດ ເປັນ­ຕົ້ນ​ເຂດ​ຕົວ​ເມືອງ ຊານ­ເມືອງ ແລະ ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ ເສັ້ນ­ທາງ​ຫຼວງ ເສັ້ນ­ທາງ​ລົດ­ໄຟ​ລາວ-ຈີນ ເສັ້ນ­ທາງ​ລົດ­ໄຟ​ລາວ-ໄທ ເສັ້ນ­ທາງ​ດ່ວນ ເສັ້ນ­ທາງ​ໝາຍ​ເລກ 1 ແລະ ເສັ້ນ­ທາງ​ອື່ນໆ.

error: Content is protected !!