ຫຼາຍພາກສ່ວນສະໜັບສະໜູນສົ່ງເສີມໂພຊະນາການ

ກອງ​ປະ­ຊຸມ​ປະ­ຈຳ​ປີ​ຂອງ​ເຄືອ​ຂ່າຍ​ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ເພື່ອ​ສົ່ງ­ເສີມ​ໂພ­ຊະ​ນາ​ການ (SUN CSA) ຈັດ​ຂຶ້ນ​ວັນ​ທີ 25 ສິງ­ຫາ 2020 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ພອນ​ປະ­ເສີດ ອຸ​ນາ​ພົມ ຫົວ­ໜ້າ​ກົມ​ອະ­ນາ­ໄມ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ຕາງ­ໜ້າ​ຈາກ​ສະ­ມາ­ຊິກ​ຂອງ SUN CSA ແລະ ອົງ​ກອນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພອນ​ປະ­ເສີດ ອຸ​ນາ​ພົມ ກ່າວ​ວ່າ: ຂະ​ບວນ​ການ​ສົ່ງ­ເສີມ​ໂພ­ຊະ​ນາ​ການ​ໃນ​ລາວ ໄດ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ໂຄງ​ຮ່າງ​ການ­ຈັດ­ຕັ້ງ​ວຽກ ໃນ​ດ້ານ​ການ​ປະ­ສານ​ສົມ­ທົບ​ຄວາມ​ພະ­ຍາ­ຍາມ​ຮ່ວມ​ກັນ ໃນ​ການ​ປັບ­ປຸງ​ໂພ­ຊະ​ນາ​ການ​ຈາກ​ຂະ­ແໜງ­ການ​ຕ່າງໆ ສູນ​ໂພ­ຊະ​ນາ​ການ​ແຫ່ງ​ຊາດ ແມ່ນ​ຈຸດ​ປະ­ສານ​ງານ​ຂອງ​ວຽກ​ງານ​ຂະ​ບວນ​ການ​ສົ່ງ­ເສີມ​ໂພ­ຊະ​ນາ​ການ​ໃນ​ລາວ ແລະ ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ​ລາວ​ນັບ​ຕັ້ງ­ແຕ່ SUN CSA ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ປີ 2014 ຖື​ເປັນ​ສິ່ງ​ສຳ­ຄັນ​ສຳ­ລັບ​ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ​ທັງ​ລາວ ແລະ ສາ­ກົນ ໃນ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດ້ານ​ໂພ­ຊະ​ນາ​ການ ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້­ຊິດ​ກັບ​ພາກ​ລັດ­ຖະ­ບານ ເພື່ອ​ໃຫ້​ວຽກ​ງານ​ກະ­ສິ­ກຳ ສາ­ທາ­ລະ­ນະ​ສຸກ ການ​ສຶກ​ສາ ແລະ ແຮງ​ງານ ສະ­ຫວັດ­ດີ​ການ​ສັງ­ຄົມ ສາ­ມາດ​ປະ­ກອບ­ສ່ວນ​ສະ­ໜັບ­ສະ­ໜູນ​ໃຫ້​ວຽກ​ງານ​ໂພ­ຊະ​ນາ​ການ​ໄດ້​ຮັບ​ການ​ປັບ­ປຸງ.

ຕາງ­ໜ້າ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ທີ່​ເຮັດ​ວຽກ​ດ້ານ​ໂພ­ຊະ​ນາ​ການ ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ໃນ​ການ​ປັງ​ປຸງ​ໂພ­ຊະ​ນາ​ການ​ໃນ​ລາວ ເຖິງ​ຢ່າງ­ໃດ​ກໍ​ຕາມ ພວກ​ເຮົາ​ຕ່າງ​ກໍ​ຮູ້​ວ່າ­ການ​ປັບ­ປຸງ​ໂພ­ຊະ​ນາ​ການ​ແມ່ນ​ຄວາມ​ພະ­ຍາ­ຍາມ ແລະ ໃຊ້​ເວ­ລາ ເນື່ອງ​ຈາ​ກວ່າ​ຕ້ອງ​ມີ​ການ​ປ່ຽນ­ແປງ​ພຶດ­ຕິ​ກຳ​ຂອງ​ບ້ານ ຄອບ­ຄົວ ແລະ ໂຕ​ບຸກ­ຄົນ​ເອງ ພວກ​ເຮົາ​ຄວນ​ສືບ­ຕໍ່​ການ​ເຮັດ​ວຽກ​ເພື່ອ​ປ່ຽນ­ແປງ​ພຶດ­ຕິ​ກຳ ແລະ ປັບ­ປຸງ​ໂພ­ຊະ​ນາ​ການ ແລະ ສືບ­ຕໍ່​ລາຍ​ງານ​ຜົນ­ສຳ­ເລັດ​ນີ້​ໃນ​ລະ­ດັບ​ຊາດ.

ພາຍ­ຫຼັງ​ທີ່​ສຳ­ເລັດ​ກອງ​ປະ­ຊຸມ​ສາ­ມັນ​ປະ­ຈຳ​ປີ ຂອງ​ເຄືອ​ຂ່າຍ​ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ​ເພື່ອ​ໂພ­ຊະ​ນາ​ການ​ແລ້ວ ກໍ​ໄດ້​ມີ​ກອງ​ປະ­ຊຸມ​ສຳ​ມະ​ນາ​ແລກ­ປ່ຽນ​ບົດ­ຮຽນ​ຂອງ​ອົງ​ກອນ​ທີ່​ເຮັດ​ວຽກ​ດ້ານ​ໂພ­ຊະ​ນາ​ການ​ໃນ​ວັນ​ທີ 26 ສິງ­ຫາ 2020 ເຊິ່ງ​ຈະ​ເນັ້ນ​ໃສ່​ການ​ແລກ­ປ່ຽນ ແລະ ສົນ­ທະ­ນາ​ກ່ຽວ​ກັບ​ບົດ­ຮຽນ ແລະ ຜົນ​ໄດ້​ຮັບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແບ່ງ­ປັນ​ການ​ຮຽນ​ຮູ້ ແລະ ຜົນ​ກະ­ທົບ​ຂອງ​ພະ­ນັກ­ງານ​ຈາກ​ບັນ­ດາ​ອົງ​ກອນ​ທີ່​ເຮັດ​ວຽກ​ດ້ານ​ໂພ­ຊະ​ນາ​ການ ເປັນ​ການ​ເປີດ​ໂອ­ກາດ​ໃນ​ການ​ແລກ­ປ່ຽນ​ຜົນ­ສຳ­ເລັດ​ການ​ຫຼຸດ­ຜ່ອນ​ການ​ຂາດ​ສານ​ອາ­ຫານ ແລະ ການ​ສົ່ງ­ເສີມ​ສຸ­ຂະ­ພາບ​ຂອງ​ຊຸມ​ຊົນ​ໃນ​ລາວ ທີ່​ເປັນ​ສ່ວນ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ວິ­ຊາ​ຊີບ ແລະ ການ​ປະ­ສານ​ງານ​ຢ່າງ​ໃກ້­ຊິດ ເຊິ່ງ​ຈະ​ສົ່ງ​ຜົນ​ກະ­ທົບ​ໃນ​ໄລ­ຍະ​ຍາວ ຕໍ່​ສະ­ຖາ­ນະ​ໂພ­ຊະ​ນາ​ການ​ຂອງ​ປະ­ຊາ­ຊົນ​ລາວ​ທົ່ວ​ປະ­ເທດ.

error: Content is protected !!