ກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ສິງຫາ 2020 ທີ່ໂຮງຮຽນດັ່ງກ່າວ ເປັນປະທານຂອງສະຫາຍ ນາງ ວຽງພອນ ແກ້ວຄູນສີ ເລຂາຄະນະພັກຮາກຖານ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ມີສະຫາຍ ອຸດອນ ໄຊມຸນຕີ ຄະນະປະຈຳພັກ ຮອງປະທານສະພາປະຊາຊົນ ນວ ພ້ອມດ້ວຍຮອງເລຂາຄະນະພັກຮາກຖານ ເລຂາ ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ສະຫາຍນາງ ວຽງພອນ ແກ້ວຄູນສີ ໄດ້ຂຶ້ນຜ່ານບົດລາຍການເມືອງທັງສອງພາກ ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງການຊີ້ນຳ-ນຳພາຂອງຄະນະພັກຮາກຖານຕະຫຼອດໄລຍະ 5 ປີຜ່ານມາ (2015-20219) ຄະນະພັກໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນຫຼັກ ແລະ ເປັນບຸລິມະສິດສຳຄັນໃນການຈັດຕັ້ງເຄື່ອນໄຫວວຽກງານຂອງຕົນ ສ້າງແຜນການເຄື່ອນໄຫວສຶກສາອົບຮົມໃຫ້ສະມາຊິກພັກ ພະນັກງານ ຄູອາຈານ ຕິດພັນກັບວຽງການວິຊາສະເພາະ ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນໃນການສຶກສາອົບຮົມທິດສະດີພຶດຕິກຳກ່ຽວກັບການເມືອງ ສັງຄົມ ການປົກຄອງ ແລະ ແຜນການຄຸ້ມຄອງໃຫ້ພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆໃນລະບົບການເມືອງ ຖືເອົາການຮຽນ-ການສອນເປັນວຽກງານຕົ້ນຕໍ ຖືເອົາຄຸນນະພາບ ແລະ ປະສິດທິຜົນຂອງການບຳລຸງກໍ່ສ້າງພະນັກງານ ສະມາຊິກພັກ ສຸມໃສ່ຈັດຕັ້ງປະຕິບັດຫຼັກສູດບຳລຸງຫົວຂໍ້ສະເພາະ ບຳລຸງໄລຍະສັ້ນ ຊັ້ນຕົ້ນ ຊັ້ນກາງ ແລະ ອະນຸປະລິນຍາຕີ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ເປັນເຈົ້າການສົມທົບກັບບັນດາພະແນກການຕ່າງໆ ເມືອງ ລັດວິສາຫະກິດ ກະຊວງ ອົງການຂັ້ນສູນກາງ ສ້າງ ແລະ ດຳເນີນໂຄງການບຳລຸງຍົກລະດັບທິດສະດີການເມືອງ ແລະ ການປົກຄອງໃຫ້ພະນັກງານສະມາຊິກພັກດ້ວຍຫຼາຍຮູບການ ເຮັດໃຫ້ໄດ້ຜົນສຳເລັດເປັນກ້າວໆມາ.

ສຳລັບແຜນການ 5 ປີຕໍ່ໜ້າ (2020-2024) ສືບຕໍ່ປະຕິບັດຫຼັກສູດການຮຽນ-ການສອນຂັ້ນຕ່າງໆ ກໍ່ສ້າງບຳລຸງພະນັກງານຄູອາຈານ ສ້າງຖັນແຖວພະນັກງານໜຸ່ມໃຫ້ມີຄວາມໜັກແໜ້ນທາງດ້ານເມືອງ ຍົກລະດັບພື້ນຖານໂຄງລ່າງ ວັດຖຸເຕັກນິກ ອຸປະກອນຮັບໃຊ້ການຮຽນ-ການສອນ ເສີມຂະຫຍາຍການມືກັບປະເທດເພື່ອນມິດຍຸດທະສາດ ສ້າງໂຮງຮຽນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຕົ້ນການຫັນປ່ຽນທາງດ້ານເນື້ອໃນ ວິທີການຮຽນ-ການສອນ ແບບແຜນວິທີກໍ່ສ້າງບຳລຸງ ຖືເອົາການແນະນຳປະກອບຄວາມຮູ້ໄປຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມດ້ານຄຸນສົມບັດ ຍົກສູງທັກສະຄວາມສາມາດ ນຳພາຖືເອົາການຄົ້ນຄວ້າຮ່ຳຮຽນທາງດ້ານທິດສະດີ ຕິດພັນກັບພຶດຕິກຳ ແລະ ອື່ນໆ.

ກອງປະຊຸມຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການຍຸບຄະນະພັກຮາກຖານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ເປັນຄະນະໜ່ວຍພັກ ໂດຍໄດ້ແຕ່ງຕັ້ງສະຫາຍ ນາງ ວຽງພອນ ແກ້ວຄູນສີ ເປັນເລຂາໜ່ວຍພັກຮາກຖານ ສະຫາຍ ພວນສະຫວັດ ອອນລັດບຸນມີ ເປັນຮອງເລຂາ ທັງເປັນປະທານກວດກາພັກ ພ້ອມທັງປ່ອນຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກ ນວ 3 ສະຫາຍ ໂດຍເລືອກເອົາສະຫາຍ ນາງ ວຽງພອນ ແກ້ວຄູນສີ ແລະ ສະຫາຍ ຄຳເພັດ ຈັນທະສົມບູນ ເປັນຜູ້ແທນສົມບູນ ສະຫາຍ ບຸນທັນ ທັນຫົງສາ ເປັນຜູ້ແທນສຳຮອງ ພ້ອມທັງຮັບຟັງໂອ້ລົມໃຫ້ທິດເຍືອງທາງຈາກສະຫາຍ ອຸດອນ ໄຊມຸນຕີ.
