ຄະນະກຳມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ລົງກວດກາການດຳເນີນກິດຈະການຂອງຮ້ານບັນເທີງ-ຄາຣາໂອເກະຢູ່ຂອບເຂດ ນວ ວັນທີ 21 ສິງຫາ 2020 ເພື່ອກວດກາຄືນ ການສືບຕໍ່ປະຕິບັດຕາມຄຳສັ່ງ ກໍຄືມາດຕະການຕ່າງໆກ່ຽວກັບການຕ້ານ ຄວບຄຸມ ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ໄດ້ກ່າວວ່າ: ຄະນະສະເພາະກິດຂອງ ນວ ໂດຍມີຄະນະພະແນກ ຖວທ ນວ ຕາງໜ້າກະຊວງ ຖວທ ຫ້ອງວ່າການປົກຄອງ ນວ ພ້ອມດ້ວຍເຈົ້າໜ້າທີ່ກອງພັນເຄື່ອນທີ່ ສົມທົບກັນລົງຕິດຕາມກວດກາກ່ຽວກັບການເຄື່ອນໄຫວຂອງຮ້ານບັນເທີງ ເຊິ່ງໄດ້ກຳນົດລົງກວດ 12 ເປົ້າໝາຍໃນຂອບເຂດເມືອງຈັນທະບູລີ ສີໂຄດຕະບອງ ໄຊທານີ ໄຊເຊດຖາ ແລະ ເມືອງສີສັດຕະນາກ ເຊັ່ນ: ຮ້ານບັນເທີງວັອດຄລັບ ເຟດທູເຟດ ໄວຫວານ ປາໄນຄຳ ເດິຊິກເຄຣັດ ຟີນິກ ມາກທູ ຊາຍຄາຮົ່ມເຢັນ ດາວຄຳ ວີໂປ້ ມາຣີນ່າ ແລະ ຮ້ານບັນເທີງພອຍໄພລິນ ຜ່ານການລົງກວດກາຕົວຈິງ ຮ້ານບັນເທີງສ່ວນໃຫຍ່ໄດ້ຕື່ນຕົວປະຕິບັດຕາມຂໍ້ກຳນົດກົດລະບຽບ ເປັນຕົ້ນ ຮ້ານບັນເທີງຊາຍຄາຮົ່ມເຢັນ ວີໂປ້ ໄວຫວານ ເດິຊິກເຄຣັດ ຟີນິກ ມີບາງຮ້ານໄດ້ປິດບໍລິການດ້ານບັນເທີງ ແຕ່ໃຫ້ບໍລິການຮ້ານອາຫານ ເຊິ່ງມີຜູ້ມາໃຊ້ບໍລິການຫຼາຍ ເປີດສຽງດັງ ບໍ່ສາມາດຮັກສາໄລຍະຫ່າງ ແລະ ສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ ເປັນຕົ້ນຮ້ານອາຫານເຟດທູເຟດ ມາກທູ ດາວຄຳ ພອຍໄພລິນ ແລະ ມີຮ້ານບັນເທີງ-ຄາຣາໂອເກະຈຳນວນໜຶ່ງຍັງຝ່າຝືນ ແລະ ເປີດບໍລິການລູກຄ້າ ເປັນຕົ້ນຮ້ານບັນເທີງວັອດ ຄລັບ ປາໄນຄຳ ຄາຣາໂອເກະດອກຄາຍທອງ ແລະ ອັອດສະກ້າໄນຄລັບ.
ສຳລັບຮ້ານບັນເທີງ-ຄາຣາໂອເກະທີ່ຍັງເປີດບໍລິການ ຄະນະສະເພາະກິດຈະໄດ້ເຊີນເອົາບັນດາເປົ້າໝາຍດັ່ງກ່າວມາປະຕິບັດຕາມລະບຽບກົດໝາຍ ແລະ ທິດຊີ້ນຳຂອງຂັ້ນເທິງ ໂດຍສະເພາະຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຕ້ານ ຄວບຄຸມ ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.