ລາວ-ຍີ່ປຸ່ນ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື

ທ່ານ ໂມ​ເຕ​ງິ ໂທ​ຊິ​ມິດ​ຊຶ  ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຍີ່­ປຸ່ນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ລະ­ຫວ່າງ​ວັນ​ທີ 22-24 ສິງ­ຫາ 2020.

ໃນ​ວັນ​ທີ 23 ສິງ­ຫາ 2020 ທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ລະ­ຫວ່າງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ແຫ່ງ ສປປ ລາວ ແລະ ທ່ານ ໂມ​ເຕ​ງິ ໂທ​ຊິ​ມິດ​ຊຶ ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຍີ່­ປຸ່ນ ໃນ​ໂອ­ກາດ​ນີ້ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ແລະ ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ສປປ ລາວ ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຍີ່­ປຸ່ນ ພ້ອມ​ດ້ວຍ​ຄະ­ນະ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ນິ­ມິດ​ໝາຍ​ທີ່​ສຳ­ຄັນ​ໃນ​ການ​ສືບ­ຕໍ່​ເພີ່ມ​ທະ­ວີ​ຮັດ​ແໜ້ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື ລະ­ຫວ່າງ ສປປ ລາວ ແລະ ຍີ່­ປຸ່ນ ໂດຍ​ສະ­ເພາະ​ການ​ຢ້ຽມ­ຢາມ​ໃນ​ຄັ້ງ​ນີ້ ໄດ້​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ໃນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ ຄົບ­ຮອບ 65 ປີ (05 ມິ​ນາ 1955) ແລະ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ­ຫວ່າງ​ສອງ​ປະ­ເທດ ລາວ ແລະ ຍີ່­ປຸ່ນ ຄົບ­ຮອບ 05 ປີ ໃນ​ປີ 2020 ໃນ​ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ­ເທດ ລາວ-ຍີ່­ປຸ່ນ ໃນ​ຖາ­ນະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ນັບ​ມື້​ນັບ​ຂະ­ຫຍາຍ­ຕົວ​ເຂົ້າ​ສູ່​ລວງ​ກວ້າງ ລວງ​ເລິກ ແລະ ເປັນ​ຮູບ​ປະ​ທຳ​ຢ່າງ​ຕໍ່​ເນື່ອງ ສອງ​ຝ່າຍ​ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ທີ່​ສອງ​ປະ­ເທດ​ໄດ້​ມີ​ການ​ຮ່ວມ​ມື​ເພື່ອ​ພັດ­ທະ­ນາ ສປປ ລາວ ແບບ​ຍືນ​ຍົງ​ຮ່ວມ​ກັນ ເຊິ່ງ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ປີ 2016 ເປັນ­ຕົ້ນ​ມາ ແຜນ­ການ​ຮ່ວມ​ມື​ດັ່ງ­ກ່າວ ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 8 ຂອງ ສປປ ລາວ ແລະ ໄດ້​ນຳ​ເອົາ​ໝາກ­ຜົນ​ທີ່​ເປັນ​ຮູບ​ປະ​ທຳ​ມາ­ສູ່​ປະ­ຊາ­ຊົນ​ລາວ​ຢ່າງ​ແທ້​ຈິງ. ພ້ອມ​ດຽວ​ກັນ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປັບ­ປຸງ​ແຜນ​ປະ­ຕິ­ບັດ​ງານ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ­ຫວ່າງ ສປປ ລາວ ແລະ ຍີ່­ປຸ່ນ ໃຫ້​ແທດ­ເໝາະ​ກັບ​ສະ­ພາບ​ຕົວ​ຈິງ ແນ­ໃສ່​ຊຸກ­ຍູ້​ສົ່ງ­ເສີມ ແລະ ຮັດ​ແໜ້ນ​ການ​ພົວ­ພັນ​ຮ່ວມ​ມື​ໃຫ້​ໃກ້­ຊິດ ແລະ ຂະ­ຫຍາຍ­ຕົວ​ຍິ່ງໆ​ຂຶ້ນ ນອກ​ນີ້ ສອງ​ຝ່າຍ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ຄວາມ​ອາດ​ສາ­ມາດ ແລະ ເງື່ອນ­ໄຂ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ​ສຳ­ລັບ​ພົນ­ລະ­ເມືອງ​ຂອງ​ສອງ​ປະ­ເທດ ຜູ້​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ມາ​ຢູ່​ໄລ­ຍະ​ຍາວ ທີ່​ມີ​ທີ່​ຕັ້ງ​ພູມ­ລຳ­ເນົາ​ແລ້ວ (Residence Track) ແລະ ສຳ­ລັບ​ພາກ​ທຸ­ລະ​ກິດ (Business Track) ເຊິ່ງ​ຈະ​ໄດ້​ສືບ­ຕໍ່​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ໃຫ້​ມີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຊ່ອງ​ທາງ​ດັ່ງ­ກ່າວ​ໃນ​ອະ­ນາ­ຄົດ ພ້ອມ​ນີ້ ຝ່າຍ​ລາວ​ໄດ້​ເຊີນ­ຊວນ ແລະ ຊຸກ­ຍູ້​ຝ່າຍ​ຍີ່­ປຸ່ນ​ຂົນ­ຂວາຍ​ນັກ​ລົງ­ທຶນ​ໃຫ້​ມາ​ລົງ­ທຶນ​ຢູ່ ສປປ ລາວ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ສອງ​ຝ່າຍ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ເສດ­ຖະ­ກິດ ການ​ພັດ­ທະ­ນາ​ລະ­ບົບ​ພື້ນ­ຖານ​ໂຄງ​ລ່າງ (ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ອອກ​ແບບ​ກໍ່­ສ້າງ​ເສັ້ນ­ທາງ​ດ່ວນ ວຽງ​ຈັນ-ຮ່າ​ໂນ້ຍ) ແລະ ອື່ນໆ ພ້ອມ​ດຽວ​ກັນ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ສະ­ພາບ​ການ​ພາກ​ພື້ນ ແລະ ສາ­ກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈ​ຮ່ວມ​ກັນ.

ໃນ​ໂອ­ກາດ​ນີ້ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ແລະ ຂອບ­ໃຈ​ຢ່າງ​ເລິກ­ເຊິ່ງ ຕໍ່​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຍີ່­ປຸ່ນ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ຊ່ວຍ­ເຫຼືອ ສປປ ລາວ ຕະ­ຫຼອດ​ມາ ໂດຍ​ສະ­ເພາະ​ການ​ຊ່ວຍ­ເຫຼືອ​ທາງ​ການ ເພື່ອ​ການ​ພັດ­ທະ­ນາ (ODA) ຕໍ່ ສປປ ລາວ ການ​ສົ່ງ​ອາ­ສາ​ສະ­ໝັກ ແລະ ຊ່ຽວ­ຊານ ຂອງ ຍີ່­ປຸ່ນ ມາ​ຊ່ວຍ­ເຫຼືອ ສປປ ລາວ ໃນ​ທຸກໆ​ປີ ລວມ​ທັງ​ການ​ໃຫ້­ການ​ຊ່ວຍ­ເຫຼືອ​ລັດ­ຖະ­ບານ​ລາວ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ ໂຄ​ວິດ-19.

ພ້ອມ​ດຽວ​ກັນ​ນີ້ ທ່ານ ໂມ​ເຕ​ງິ ໂທ​ຊິ​ມິດ​ຊຶ ກໍ​ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ແລະ ຕີ​ລາ­ຄາ​ສູງ​ຕໍ່​ການ​ຮ່ວມ​ມື​ລະ­ຫວ່າງ ສປປ ລາວ ແລະ ຍີ່­ປຸ່ນ ທັງ​ໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ພ້ອມ​ທັງ​ສະ­ແດງ​ຄວາມ​ຍິນ​ດີ ສືບ­ຕໍ່​ໃຫ້­ການ​ຮ່ວມ​ມື​ກັບ​ຝ່າຍ​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ດີ­ງາມ ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ລະ­ຫວ່າງ ສປປ ລາວ ແລະ ຍີ່­ປຸ່ນ ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ພາຍ­ຫຼັງ​ກອງ​ປະ­ຊຸມ​ພົບ​ປະ​ສອງ​ຝ່າຍ ໄດ້​ມີ​ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ 2 ໂຄງ­ການ ຄື: 1) ໂຄງ­ການ​ປັບ­ປຸງ​ວິ­ທະ­ຍາ­ໄລ​ສ້າງ​ຄູ ໃຫ້​ແກ່ ສປປ ລາວ ມູນ​ຄ່າ 1.922 ລ້ານ​ເຢັນ ຫຼື ປະ­ມານ 18 ລ້ານ ໂດ​ລາ​ສະ­ຫະ­ລັດ 2)ໂຄງ­ການ​ຊ່ວຍ­ເຫຼືອ​ລົດ­ເມ ອາ​ໄຫຼ່ ແລະ ອຸ­ປະ­ກອນ​ສຳ­ລັບ​ສ້ອມ­ແປງ​ລົດ­ເມ ມູນ​ຄ່າ 500 ລ້ານ​ເຢັນ ຫຼື ປະ­ມານ 4,6 ລ້ານ ໂດ​ລາ​ສະ­ຫະ­ລັດ ນອກ­ຈາກ​ນັ້ນ ໄດ້​ມີ​ພິ­ທີ​ມອບ-ຮັບ ອຸ­ປະ­ກອນ​ການ​ແພດ​ຈຳ­ນວນ​ໜຶ່ງ ຂອງ​ໂຄງ­ການ​ຊ່ວຍ­ເຫຼືອ​ອຸ­ປະ­ກອນ​ການ​ແພດ​ໃຫ້​ແກ່ ສປປ ລາວ ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ມູນ​ຄ່າ 1,5 ຕື້​ເຢັນ (13,7 ລ້ານ​ໂດ​ລາ​ສະ­ຫະ­ລັດ).

ໃນ​ໂອ­ກາດ​ຢ້ຽມ­ຢາມ ສປປ ລາວ ໃນ​ຄັ້ງ​ນີ້ ທ່ານ ໂມ​ເຕ​ງິ ໂທ​ຊິ​ມິດ​ຊຶ ພ້ອມ​ດ້ວຍ​ຄະ­ນະ ຍັງ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ພະ­ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ທີ່ ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຕື່ມ​ອີກ.

error: Content is protected !!