VITA Park ໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນອ້ອມຂ້າງ 3.500 ກວ່າຄົນ

ວັນ​ທີ 22 ສິງ­ຫາ 2020 ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ຄະ­ນະ ໄດ້​ລົງ​ຢ້ຽມ­ຢາມ ແລະ ຊຸກ­ຍູ້​ການ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ນິ­ຄົມ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ວຽງ​ຈັນ​ໂນນ​ທອງ (VITA PARK) ຖືກ​ຕ້ອນ­ຮັບ​ໂດຍ​ຄະ­ນະ​ສະ­ພາ​ບໍ­ລິ­ຫານ ແລະ ນັກ­ທຸ­ລະ­ກິດ.

ເຂດ VITA PARK ມີ​ເນື້ອ­ທີ່ 110 ເຮັກ­ຕາ ແລະ ໄດ້​ສ້າງ­ຕັ້ງ​ຂຶ້ນ​ປີ 2010 ພາຍ​ໃຕ້​ສັນ­ຍາ​ຮ່ວມ​ມື​ພັດ­ທະ­ນາ​ລະ­ຫວ່າງ​ລັດ­ຖະ­ບານ​ລາວ (ຕາງ­ໜ້າ​ໂດຍ​ກະ­ຊວງ​ອຸດ­ສາ­ຫະ­ກຳ – ການ​ຄ້າ) ແລະ ຜູ້​ພັດ­ທະ­ນາ​ຈາກ​ໄຕ້​ຫວັນ (ບໍ­ລິ­ສັດ ໝຳ​ເວ​ພັດ­ທະ­ນາ ຈຳ­ກັດ) ມາ​ຮອດ​ປັດ­ຈຸ­ບັນ ໄດ້​ອະ­ນຸ­ມັດ​ການ​ລົງ­ທຶນ​ໃຫ້ 67 ບໍ­ລິ­ສັດ ມີ​ທຶນ​ຈົດ​ທະ­ບຽນ 72 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 653 ຕື້​ກີບ ໃນ​ນັ້ນ 32 ບໍ­ລິ­ສັດ ໄດ້​ດຳ­ເນີນ​ການ​ຜະ­ລິດ ແລະ ສົ່ງ​ອອກ​ສິນ­ຄ້າ​ຫຼາຍ​ກວ່າ 206 ລ້ານ​ໂດ​ລາ ຫຼື ປະ­ມານ 1.871.017 ຕື້​ກີບ ມີ​ນັກ​ລົງ­ທຶນ​ຕ່າງ­ປະ­ເທດ​ມາ​ຈາກ​ຈີນ ຍີ່­ປຸ່ນ ໄທ ໄຕ້​ຫວັນ ຮົງ​ກົງ ແລະ ເດນ​ມາກ ສິນ­ຄ້າ​ສົ່ງ​ອອກ​ຕົ້ນ­ຕໍ​ແມ່ນ​ເຄື່ອງ­ນຸ່ງ​ຫົ່ມ ຊິ້ນ​ສ່ວນ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ ສາຍ​ໄຟ​ສຳ­ລັບ​ປະ­ກອບ​ນ້ຳ​ອຸ່ນ ສາຍ​ໄຟ​ແອ​ເຢັນ ທູບ​ຈອດ ເຄື່ອງ­ມື ອຸ­ປະ­ກອນ​ການ​ຜະ­ລິດ​ເຕັກ­ນິກ ແລະ ຜະ­ລິດ​ຕະ​ພັນ​ປຸງ​ແຕ່ງ­ອາ­ຫານ​ອື່ນໆ ເຂດ VITA Park ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ອ້ອມ​ຂ້າງ 3.500 ກວ່າ​ຄົນ ໃນ​ນັ້ນ ຕ່າງ­ປະ­ເທດ 85 ຄົນ ແລະ ຄາດ​ວ່າ​ປີ 2021 ຈະ​ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ລາວ​ໄດ້ 4.000-5.000 ຄົນ ແລະ ໄດ້​ມອບ​ພັນ­ທະ​ອາ­ກອນ 2 ຕື້​ກວ່າ​ກີບ ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ (ປີ 2019) ແລະ ໄດ້​ປະ­ກອບ­ສ່ວນ​ໃນ​ການ​ປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ເຊັ່ນ: ນ້ຳ​ປະ­ປາ ແລະ ໄຟ­ຟ້າ ໃນ​ອະ­ນາ­ຄົດ ເຂດ VITA PARK ມີ​ແຜນ​ພັດ­ທະ­ນາ​ໂຄງ­ການ​ໄລ­ຍະ​ທີ 2 ເນື້ອ­ທີ່ 142 ເຮັກ­ຕາ.

ໂອ­ກາດ​ນີ້​ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ມາ​ຍັງ​ຄະ­ນະ​ສະ­ພາ​ບໍ­ລິ­ຫານ ​ເຂດ​ເສດ­ຖະ­ກິດ​ນິ­ຄົມ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ວຽງ​ຈັນ​ໂນນ​ທອງ ທີ່​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຂອງ​ປະ­ຊາ­ຊົນ ທີ່​ສຳ­ຄັນ​ເປັນ​ເຂດ 1 ໃນ 12 ເຂດ​ເສດ­ຖະ­ກິດ​ທີ່​ມີ​ການ​ພັດ­ທະ­ນາ​ດີ ແລະ ສາ­ມາດ​ດຶງ​ດູດ​ການ​ລົງ­ທຶນ​ຂອງ​ຕ່າງ­ປະ­ເທດ​ເຂົ້າ​ມາ​ເຂດ​ດັ່ງ­ກ່າວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ພ້ອມ​ທັງ​ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ການ​ພັດ­ທະ­ນາ​ທີ່​ທັນ​ສະ­ໄໝ ແຕ່​ໃຫ້​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ໂດຍ​ສະ­ເພາະ​ໃຫ້​ເນັ້ນ​ໃສ່​ອຸດ­ສາ­ຫະ­ກຳ​ສີ­ຂຽວ​ຕາມ​ທິດ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

error: Content is protected !!