ລະນຶກຄຸນງາມຄວາມດີຂອງນັກຮົບປະຕິວັດ ໃນໂອກາດວັນຢຶດອຳນາດ

ຄະ­ນະ​ພັກ ຄະ­ນະ​ສະ­ພາ​ປະ­ຊາ­ຊົນ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ອົງ­ການ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ແລະ ເມືອງ​ໄຊ​ທາ­ນີ ເຂົ້າ​ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້ ເພື່ອ​ລະ­ນຶກ​ເຖິງ​ຄຸນ­ງາມ­ຄວາມ­ດີ​ຂອງ​ນັກ­ຮົບ​ປະ­ຕິ­ວັດ ແລະ ຜູ້​ເສຍ­ສະ­ຫຼະ​ຊີ­ວິດ​ເພື່ອ​ປະ­ເທດ​ຊາດ ວັນ​ທີ 22 ສິງ­ຫາ 2020 ຢູ່​ອະ­ນຸ­ສາ­ວະ­ລີ​ນັກ­ຮົບ​ນິ­ລະ­ນາມ ແລະ ຫໍ​ພິ​ພິ​ຕະ​ພັນ​ໄກ­ສອນ ພົມ­ວິ­ຫານ ແລະ ສຸ­ສານ​ນັກ­ຮົບ​ຫຼັກ 24 ເນື່ອງ​ໃນ​ໂອ­ກາດ​ວັນ​ຢຶດ​ອຳ­ນາດ ຄົບ­ຮອບ 45 ປີ (23/8/1975-23/8/2020).

ການ​ເຂົ້າ​ຄຳ­ນັບ​ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້​ຄັ້ງ​ນີ້ ຄະ­ນະ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ນຳ​ໂດຍ​ສະ­ຫາຍ ສິນ​ລະ​ວົງ ຄຸນ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຄະ­ນະ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ສະ­ຫາຍ ໂພ​ຄຳ ໄຊ​ຍະ​ສອນ ຄະ­ນະ​ພັກ​ນະ­ຄອນ­ຫຼວງ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ເສດ​ຖາ ຄະ­ນະ​ພັກ​ເມືອງ​ໄຊ​ທາ­ນີ ສະ­ຫາຍ ຄຳ​ປະ­ດິດ ເຂັມ​ມາ­ນິດ ຄະ­ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ທາ­ນີ ຄະ­ນະ​ກອງ​ບັນ­ຊາ​ການ​ທະ­ຫານ​ນະ­ຄອນ­ຫຼວງ​ວຽງ​ຈັນ ນຳ​ໂດຍ​ສະ­ຫາຍ ພົນ​ຈັດ­ຕະ­ວາ ສີ​ພອນ ຈັນ​ສົມ​ວົງ ຫົວ­ໜ້າ​ການ­ເມືອງ ກອງ​ບັນ­ຊາ​ການ​ທະ­ຫານ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຄະ­ນະ​ປ້ອງ​ກັນ​ຄວາມ​ສະ­ຫງົບ ສະ­ຫາຍ ພັນ​ເອກ ສຸ​ພະ­ຈັນ ບຸດ​ດາ​ຄຳ ຫົວ­ໜ້າ​ກອງ​ບັນ­ຊາ​ການ​ປ້ອງ​ກັນ ຄວາມ​ສະ­ຫງົບ​ນະ­ຄອນ­ຫຼວງ​ວຽງ​ຈັນ.

error: Content is protected !!