ຕອນເຊົ້າວັນເສົາ 22 ສິງຫາ 2020 ຢູ່ທີ່ໂຮງແຮມ ລາວພລາຊາ ສະຫະພັນບານເຕະແຫ່ງຊາດ ລາວ ໄດ້ຈັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດຂອງ ສຕລ ປະຈຳປີ 2020 ພາຍໃຕ້ ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນທີ່ປຶກສາສະຫະພັນບານເຕະແຫ່ງຊາດລາວ ພ້ອມ ດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ບັນດາຜູ້ຕາງໜ້າສະຫະພັນບານເຕະນະ ຄອນຫຼວງ ສະຫະພັນບານເຕະແຂວງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ສຳລັບຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນກັບສະຫະພັນ ບານເຕະບັນດາແຂວງ ແລະ ນະຄອນຫຼວງ ເສີມຂະຫຍາຍຈໍານວນພົນເຂົ້າຮ່ວມກິດຈະກໍາກີລາບານເຕະ ໃນທົ່ວປະເທດໃຫ້ຫຼາຍຂຶ້ນ ສ້າງອາຊີບ ແລະ ພັດທະນາບຸກຄະລາກອນກີລາບານເຕະ ເສີມຂະຫຍາຍກີ ລາບານເຕະຂັ້ນພື້ນຖານໃນຊຸມຊົນ ແລະ ທ້ອງຖິ່ນ ແລະ ສ້າງກີລາບານເຕະໃຫ້ເປັນກິດຈະກໍາຍອດນິຍົມ ອັນດັບໜຶ່ງໃນ ສປປ ລາວ.

ກອງປະຊຸມນັ້ນ ໄດ້ມີການແບ່ງຈຸເພື່ອສົນທະນາໃນ 5 ຫົວຂໍ້ ຄື: ການຈັດຕັ້ງຂອງສະຫະພັນບານເຕະ ແຂວງຂອງຕົນ ທິດທາງໃນການເພີ່ມຈໍານວນພົນກີລາບານເຕະໃຫ້ຫຼາຍຂຶ້ນໃນທົ່ວປະເທດ ການເຝິກ ອົບຮົມ: ກໍາມະການຕັດສິນ ຄູເຝິກ ພະນັກງານເຕັກນິກພາກສະໜາມ ແລະ ບໍລິຫານ ແລະ ສົ່ງເສີມບັນ ດາຄູຝຶກພາຍໃນປະເທດ ໃຫ້ເປັນຜູ້ເຝິກສອນຄູເຝິກລະດັບ D C B A ສົ່ງເສີມນັກກິລາບານເຕະໃນທ້ອງ ຖິ່ນ ເພື່ອເປັນຕົວແທນໃຫ້ກັບແຂວງ ແລະ ວິທີການສະກັດກັ້ນການລົ້ມບານໃນທຸກຮູບແບບ ຫຼັງຈາກສົນ ທະນາກັນແລ້ວ ໃນແຕ່ລະກຸ່ມແມ່ນໄດ້ຂຶ້ນສະເໜີຜົນການສົນທະນາ.

ນອກຈາກນັ້ນແລ້ວ ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ເຮັດໜັງສືເຊີນແຕ່ລະແຂວງ ແລະ ນະຄອນຫຼວງ ເພື່ອກຽມຈັດການແຂ່ງຂັນບານເຕະທົ່ວປະເທດ (ປະເພດຍິງ ແລະ ຊາຍ) ເພື່ອຄໍານັບຮັບ ຕ້ອນວັນຊາດ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ເຊິ່ງການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂຶ້ນໃນເດືອນພະຈິກ 2020.
# ຂ່າວ & ພາບ: ສີພອນ ຈັນທະດາລາ