ເປີດສາກເປັນທາງການ ດອກປີກໄກ່ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ

    ພິທີເປີດການແຂ່ງຂັນກີລາດອກປີກໄກ່ ລາຍການ Beerlao Open 2020 ຊີງຂັນປະທານສະພາແຫ່ງຊາດ ຈັດຂຶ້ນວັນທີ 20 ສິງຫາ 2020 ຢູ່ສະໜາມກີລາດອກປີກໄກ່ເສດຖາ ໂດຍມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດ ແລະ ພາກສ່ວຍກ່ຽສຂ້ອງເຂົ້າຮ່ວມ. 

    ການແຂ່ງຂັນຄັ້ງນີ້ ມີນັກກິລາຈາກ 7 ແຂວງ ຄື: ຫຼວງພະບາງ ຫຼວງນໍ້າທາ ໄຊຍະບູລີ ບໍ່ແກ້ວ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ພ້ອມ 33 ພາກສ່ວນຈາກນະຄອນຫຼວງວຽງຈັນ ລວມ 328 ຄົນເຂົ້າຮ່ວມຊີງໄຊ 12 ລາຍການ ໂດຍການແຂ່ງຂັນເລີ່ມແຕ່ວັນທີ 20-23 ສິງຫາ 2020 ເຂົ້າຊົມໂດຍບໍ່ໄດ້ເສຍຄ່າ.

error: Content is protected !!