ເຈົ້າຄອງ ນວ ເຄື່ອນໄຫວເຮັດວຽກຢູ່ບ້ານໂພນຕ້ອງສະຫວາດ

     ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ວັນທີ 20 ສິງຫາ 2020 ທີ່ຫ້ອງການປົກຄອງບ້ານດັ່ງກ່າວ ຖືກຕ້ອນຮັບຈາກທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ.

    ການລົງເຄື່ອນໄຫວຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຂະແໜງການກ່ຽວຂ້ອງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີ ແລະ ຂໍ້ສະເໜີຈໍານວນໜຶ່ງຈາກທ່ານ ນາງ ອ່ອນຄໍາ ວິຈິດວົງສາ ນາຍບ້ານໂພນຕ້ອງສະຫວາດ ເປັນຕົ້ນ ໃຫ້ແກ້ໄຂບັນຫານໍ້າຖ້ວມເສັ້ນທາງຢູ່ເຂດຊາຍແດນບ້ານໂພນສະຫວ່າງ ແລະ ບ້ານໂພນພະເນົາ  ເມືອງໄຊເຊດຖາ ຕໍ່ໜ້າປໍ້ານໍ້າມັນພາສ ການເສຍພາສີທີ່ດິນໃນລະບົບທະນາຄານ ໃຫ້ພາກສ່ວນກ່ຽວຂ້ອງ ປະສານງານສະໜອງຂໍ້ມູນການເສຍພາສີທີ່ດິນຈາກທະນາຄານສົ່ງໃຫ້ບ້ານ ເພື່ອຈະໄດ້ສັງລວມວ່າຕອນໃດໄດ້ເສຍແລ້ວ ແລະ ຍັງຕອນໃດບໍ່ທັນໄດ້ເສຍ ເພື່ອຈະທວງງ່າຍຂຶ້ນ ສ່ວນລາຍຮັບ 10% ຄ່າເກັບພາສີທີ່ດິນຂອງຜູ້ໄປເສຍຢູ່ທະນາຄານ ຢາກໃຫ້ມອບຄືນໃຫ້ບ້ານ ເພື່ອມາພັດທະນາບ້ານ ແລະ ໃຫ້ແກ້ໄຂລະບົບໄຟເຍືອງທາງ 2 ຈຸດຄື: ຈຸດທີ 1 ແຕ່ຂົວຮ່ອງແຊງ ບ້ານຮ່ອງໄກ່ແກ້ວ ຫາຄ້ອຍບ້ານໂພນສະຫວ່າງ (ໂຮງໝໍ 150 ຕຽງ) ຈຸດທີສອງ ແຕ່ຕະຫຼາດໂພນຕ້ອງ ບ້ານໂພນຕ້ອງຈອມມະນີ ຫາຄ້ອຍບ້ານໂພນສະຫວ່າງ.

    ຕໍ່ກັບສະເໜີທີ່ກ່າວມານັ້ນທ່ານ ສິນລະວົງ ຄຸດໄພທູນ ໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ເພື່ອເປັນການແລກປ່ຽນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາດັ່ງກ່າວ ພ້ອມນັ້ນ ກໍໄດ້ເນັ້ນໃຫ້ຄະນະພັກ ອໍານາດການປົກຄອງບ້ານ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກບ້ານໂພນຕ້ອງສະຫວາດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີ ໂດຍໃຫ້ເຮັດເປັນແຜນອັນລະອຽດ ໃຫ້ສອດຄ່ອງກັບນະໂຍບາຍຂອງເມືອງ ແລະ ທ່າແຮງຂອງບ້ານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເອົາໃຈໃສ່ຮັກສາມູນເຊື້ອບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແຕ່ຕ້ອງຍົກສູງຄຸນນະພາບໃໝ່ ສຸມໃສ່ພັດທະນາເສດຖະກິດຂອງບ້ານ ໂດຍການເພີ່ມລາຍຮັບເປັນບັນຫາສໍາຄັນ ແກ້ໄຂຈຸດທີ່ມັນຫຍຸ້ງຍາກ ພ້ອມນັ້ນດ້ານວັດທະນະທໍາ-ສັງຄົມ ໃຫ້ຊຸກຍູ້ສົ່ງເສີມຜູ້ທີ່ມີພອນສະຫວັນ ຜູ້ທີ່ມີຜົນງານດີເດັ່ນ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ ອຸບັດເຫດຕາມທ້ອງຖະໜົນ ນອກນັ້ນດ້ານການເມືອງໃຫ້ເອົາໃຈໃສ່ກໍ່ສ້າງພັກ ພະນັກງານ ແລະ ພົນລະເມືອງດີເດັ່ນ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ສ່ວນການບໍລິການ ແລະ ການປົກຄອງບ້ານ ໃຫ້ອີງໃສ່ກົດໝາຍ ນິຕິກໍາໃຕ້ກົດໝາຍເປັນບ່ອນອີງໃນການເຮັດວຽກ.

error: Content is protected !!