ຈຳປາທອງ ແບ່ງປັນປະສົບການເລີ່ມຕົ້ນທຸລະກິດ

    ໃນໂອກາດທີ່ທ່ານ ນາງ ຈຳປາທອງ ທະລົງແສງຈັນ ຜູ້ອຳນວຍການບໍລິສັດ ລາວອິນເຕີເທຣດ ຈຳກັດ ຖືກເຊີນເປັນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 8 ຄະນະບໍລິຫານງານແມ່ຍິງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 19 ສິງຫາ 2020 ທ່ານໄດ້ຂຶ້ນປະກອບຄຳເຫັນ ການແບ່ງປັນປະສົບການເລີ່ມຕົ້ນທຸລະກິດແບບງ່າຍ ໂດຍແບ່ງອອກເປັນ 3 ຂັ້ນຕອນຄື: ຂັ້ນຕອນທີ 1 ເອີ້ນວ່າຕົ້ນນໍ້າ ເຊິ່ງໄດ້ແກ່ແຫຼ່ງວັດຖຸດິບ ແລະ ການເລືອກວັດຖຸດິບທີ່ອຳນວຍຄວາມສະດວກໃຫ້ແກ່ພວກເຮົາ ຄົນລາວສາມາດປູກກ້ວຍ ລ້ຽງປາກະຊັງ ລ້ຽງສັດ ປູກເຂົ້າໄດ້ ຖືວ່າ

ເປັນແຫຼ່ງວັດຖຸດິບທີ່ມີໃນມື ບໍ່ຈຳເປັນນຳເຂົ້າຈາກຕ່າງປະເທດ ຂັ້ນຕອນທີ 2 ເອີ້ນວ່າ ກາງນໍ້າ ການປ່ຽນວັດຖຸດິບໃຫ້ເປັນສິນຄ້າ ແລະ ບໍລິການ ເຊັ່ນ ປ່ຽນກ້ວຍໃຫ້ເປັນກ້ວຍສອງ ກ້ວຍນໍ້າເຜີ້ງ ປ່ຽນປານິນໃຫ້ເປັນປາແດດດຽວ ປາແຫ້ງ ປ່ຽນໄຂ່ເປັນໃຫ້ເປັນໄຂ່ເຄັມ ໄຂ່ຍ່ຽວມ້າ ປ່ຽນຊີ້ນງົວໃຫ້ເປັນຊີ້ນແດດດຽວ ຊິ້ນທຸລະກິດສຳລັບຮ້ານອາຫານ ແລະ ຂັ້ນຕອນທີ 3 ເອີ້ຍວ່າປາຍນໍ້າ ການນຳເອົາສິນຄ້າ ແລະ ບໍລິການໄປຈຳໜ່າຍ ຄື: ການຈຳໜ່າຍສິນຄ້າ ແລະ ການບໍລິການງ່າຍ ຖ້າເອື້ອຍນ້ອງແມ່ຍິງຈັບມືກັນ ພາຍໃຕ້ການສະໜັບສະໜັບຂອງພັກ-ລັດເຊັ່ນສ້າງສາຍພົວພັນລະຫວ່າງຜູ້ຜະລິດ ກັບຫົວໜ່ວຍທຸລະກິດຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຢູ່ລາວເຮົາ ເປັນຕົ້ນ ຮ້ານມີນີບິກຊີ ເຈມາດ ພີທີທີ ຊຸບເປີມາເກັດ ແລະ ອື່ນໆ ເພື່ອຊ່ວຍຂາຍຜະລິດຕະພັນ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!