ຫາລືສ້າງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2021-25

ກອງ​ປະ­ຊຸມ​ລະ­ດັບ​ຜູ້​ບໍ­ລິ­ຫານ​ຂອງ​ໜ່ວຍ​ງານ​ວິ­ຊາ​ການ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ (Education Sector Working Group Meeting: Executive Level) ຈັດ​ຂຶ້ນ​ວັນ​ທີ 18 ສິງ­ຫາ 2020 ທີ່​ໂຮງ­ແຮມ​ແລນ​ມາກ ແມ່​ຂອງ​ຣີ​ເວີ​ໄຊ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ມີ​ທ່ານ ພໍ​ລ ສະ­ຕີ​ເຟັນ ອຸ­ປະ​ທູດ​ສະ­ຖານ­ທູດ​ອົດ​ສະ​ຕຣາ​ລີ​ປະ­ຈຳ​ລາວ ທ່ານ ບຣາຍ​ອັນ ຟໍ​ນາ​ຣີ ອຸ­ປະ​ທູດ ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ສະ­ຫະ­ພາບ​ເອີ​ຣົບ​ປະ­ຈຳ​ລາວ ພ້ອມ​ດ້ວຍ​ທ່ານ​ຫົວ­ໜ້າ​ກົມ ຮອງ​ກົມ ຜູ້­ອຳ­ນວຍ­ການ ຮອງ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ ພະ­ແນກ­ການ ຕາງ­ໜ້າ​ຈາກ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ ຈັດ​ຂຶ້ນເພື່ອ​ປຶກ­ສາ​ຫາ­ລື ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ຮັບ­ຮອງ​ເອົາ​ບັນ­ດາ​ເອ­ກະ­ສານ​ສຳ­ຄັນ​ຕ່າງໆ ປະ­ກອບ​ມີ​ເອ­ກະ­ສານ​ເຊັ່ນ: ແຜນ​ພັດ­ທະ­ນາ​ຂະ­ແໜງ​ສຶກ​ສາ​ທິ​ການ ແລະ ກີ­ລາ ປີ 2021-2025 ເພື່ອ​ຮັບ­ຮອງ​ການ​ຕອບ​ຄືນ ຕໍ່​ກັບ​ບົດ​ປະ​ເມີນ​ແຜນ​ພັດ­ທະ­ນາ​ຂະ­ແໜງ​ສຶກ​ສາ​ທິ​ການ ແລະ ກີ­ລາ ປີ 2021-2025 ຂອງ​ນັກ​ປະ​ເມີນ​ອິດ­ສະ­ຫຼະ ແລະ ເພື່ອ​ເຜີຍ­ແຜ່​ຂໍ້​ຕົກ­ລົງ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກ່ຽວ​ກັບ​ພາ­ລະ​ບົດ­ບາດ​ຂອງ​ໜ່ວຍ​ງານ​ວິ­ຊາ​ການ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ (ສະ­ບັບ​ປັບ­ປຸງ).

ສຳ­ລັບ​ແຜນ​ພັດ­ທະ­ນາ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ ປີ 2021-2025 ແມ່ນ​ໄດ້​ແນ­ໃສ່​ບົດ­ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ການ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ການ​ສຶກ​ສາ ແລະ ກິ­ລາ ປີ 2016-2020 ແລະ ໄດ້​ກຳ­ນົດ​ບຸ­ລິ­ມະ­ສິດ​ຕ່າງໆ​ໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຕ້ອງ­ການ​ຕົວ​ຈິງ ໂດຍ​ເລັ່ງ​ໃສ່​ປັບ­ປຸງ​ຜົນ​ການ​ຮຽນ ແລະ ຫຼຸດ­ຜ່ອນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ​ສຶກ​ສາ​ໃນ​ເຂດ​ຕົວ​ເມືອງ ແລະ ຊົນ­ນະ­ບົດ ໂດຍ​ສະ­ເພາະ​ໃນ​ບັນ­ດາ​ເມືອງ​ທີ່​ດ້ອຍ​ໂອ­ກາດ​ທາງ​ດ້ານ​ການ​ສຶກ​ສາ 40 ເມືອງ ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກຳ­ນົດ​ໃນ​ປັດ­ຈຸ­ບັນ ເປົ້າ​ໝາຍ​ລວມ​ຂະ­ແໜງ­ການ​ສຶກ​ສາ  ແລະ  ກິ­ລາ​ສຳ­ລັບ​ປີ  2021-2025 ແມ່ນ  “ພາຍ​ໃນ​ປີ 2025 ຂະ­ແໜງ­ການ​ສຶກ​ສາ ແລະ ກິ­ລາ ຢູ່ ສປປ ລາວ ມີ​ໂຄງ​ສ້າງ ແລະ ມີ​ຊັບ­ພະ­ຍາ­ກອນ​ທີ່​ເໝາະ​ສົມ​ເພື່ອ​ເຮັດ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ເຂົ້າ​ເຖິງ​ການ​ສຶກ​ສາ ແລະ ກິ­ລາ-ກາຍ­ຍະ­ກຳ ທີ່​ມີ​ຄຸນ​ນະ​ພາບ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ເປີດ​ໂອ­ກາດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ທຸກ​ທ່ານ ​ໄດ້​ປະ­ກອບ­ສ່ວນ​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ­ຫາ​ທີ່​ສຳ­ຄັນ ​ຕາມ​ເນື້ອ​ໃນ​ຕ່າງໆ​ທີ່​ໄດ້​ນຳ​ມາ​ສະ­ເໜີ ໂດຍ​ໃຫ້​ໄປ​ຕາມ​ພາ­ລະ​ບົດ­ບາດ ສິດ ແລະ ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ຂອງ​ທຸກ​ພາກ­ສ່ວນ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ບັນ­ລຸ​ໄດ້​ຕາມ​ຈຸດ­ປະ­ສົງ ແລະ ເປົ້າ​ໝາຍ ທີ່​ວາງ​ໄວ້.

ສ່ວນ​ບາດ­ກ້າວ​ຕໍ່​ໄປ ແມ່ນ​ຈະ​ໄດ້​ຮັບ­ຮອງ​ແຜນ​ດັ່ງ­ກ່າວ​ຢ່າງ​ເປັນ​ທາງ​ການ ​ໃນ​ກອງ​ປະ­ຊຸມ​ປະ­ຈຳ​ປີ​ຂອງ​ຂະ­ແໜງ­ການ​ສຶກ​ສາ ແລະ ກິ­ລາ ໃນ​ທ້າຍ​ເດືອນ​ສິງ­ຫາ 2020.

error: Content is protected !!