ຜູ້ທີ່ເດີນທາງເຂົ້າລາວ ໄດ້ກວດຫາເຊື້ອໂຄວິດ ກ່ອນນຳສົ່ງໄປຈຳກັດບໍລິເວນ

ສປປ ລາວ ກວດ​ພົບ​ຜູ້​ຕິດ­ເຊື້ອ​ໂຄ​ວິດ-19 ເພີ່ມ​ອີກ 2 ກໍ­ລະ­ນີ ໃນ​ອາ­ທິດ​ຜ່ານ​ມາ ເຊິ່ງ​ສະ­ແດງ​ໃຫ້​ເຫັນ​ວ່າ​ພະ­ຍາດ​ນີ້​ຍັງ​ວົນ­ວຽນ ແລະ ເຂົ້າ​ມາ​ລາວ​ໄດ້​ຕະ­ຫຼອດ​ເວ­ລາ ການ​ທີ່​ກວດ​ພົບ​ຜູ້​ຕິດ­ເຊື້ອ​ໃໝ່ ອາດ​ເປັນ​ສັນ­ຍານ​ເຕືອນ​ໃຫ້​ທຸກ​ຄົນ​ຫັນ​ມາ​ເອົາ­ໃຈ­ໃສ່​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ​ຢ່າງ​ເຂັ້ມ​ງວດ​ຂຶ້ນ ດ້ວຍ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ກໍ​ຄື​ສືບ­ຕໍ່​ການ​ດຳ­ລົງ​ຊີ­ວິດ​ປົກ­ກະ­ຕິ​ແບບ​ໃໝ່ ເພື່ອ​ບໍ່​ໃຫ້​ມີ​ການ​ລະ­ບາດ​ເກີດ​ຂຶ້ນ​ອີກ.

ວັນ​ທີ 18 ສິງ­ຫາ 2020 ທ່ານ ດຣ ສີ​ສະ­ຫວາດ ສຸດ​ທາ­ນີ​ລະ​ໄຊ ຮອງ​ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ລາຍ​ງານ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ວ່າ: ມາ​ຮອດ 17 ໂມງ ຂອງ​ວັນ​ທີ 17 ສິງ­ຫາ 2020 ທົ່ວ​ປະ­ເທດ​ມີ​ຜູ້​ເດີນ­ທາງ​ເຂົ້າ​ມາ 2.212 ຄົນ ໃນ​ນີ້ ຜ່ານ​ດ່ານ ລາວ-ໄທ 1.093 ຄົນ ດ່ານ ລາວ-ຈີນ 117 ຄົນ ແລະ ຜ່ານ​ສະ­ໜາມ​ບິນ​ວັດ​ໄຕ 329 ຄົນ (ຄົນ​ຈີນ 255 ຄົນ ຄົນ​ລາວ 7 ຄົນ ຕ່າງ­ປະ­ເທດ 67 ຄົນ) ເຊິ່ງ​ທຸກ​ຄົນ​ໄດ້​ຮັບ​ການ​ວັດ­ແທກ​ອຸນ­ຫະ­ພູມ​ຮ່າງ­ກາຍ ແຕ່​ບໍ່​ພົບ​ຜູ້​ມີ​ອາ­ການ​ເປັນ­ໄຂ້ ແລະ ໄດ້​ເກັບ​ຕົວ­ຢ່າງ​ທຸກ​ຄົນ​ມາ​ກວດ (ຍົກ­ເວັ້ນ​ແຕ່​ຜູ້​ຂັບ​ລົດ​ຂົນ­ສົ່ງ ແລະ ຜູ້​ຕິດ­ຕາມ) ແລ້ວ​ຈຶ່ງ​ນຳ​ສົ່ງ​ໄປ​ຫາ​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ທີ່​ກຳ­ນົດ​ໄວ້​ຈົນ​ກວ່າ​ຈະ​ຄົບ​ກຳ­ນົດ 14 ວັນ ປັດ​ຈຸ ບັນ ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ 53 ສູນ ມີ​ຜູ້​ຖືກ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 3.773 ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ ທັງ​ໝົດ​ບໍ່​ພົບ​ຜູ້​ຕິດ­ເຊື້ອ ແລະ ວັນ​ທີ 17 ສິງ­ຫາ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ 422 ຄົນ ຜົນ​ກວດ​ວິ­ເຄາະ​ທັງ​ໝົດ​ບໍ່​ພົບ​ເຊື້ອ ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່ ປັດ­ຈຸ­ບັນ​ມີ​ຄົນ​ເຈັບ​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ປິ່ນ­ປົວ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 3 ຄົນ.

ທ່ານ ດຣ ສີ​ສະ­ຫວາດ ສຸດ​ທາ­ນີ​ລະ​ໄຊ ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ຫຼຸດ­ຜ່ອນ ແລະ ຢັບ​ຢັ້ງ​ການ​ລະ­ບາດ​ແຜ່​ລາມ​ຂອງ​ພະ­ຍາດ​ນີ້ ຂໍ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ໃຫ້​ເຫັນ​ຄວາມ​ສຳ­ຄັນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ ບັດ ໂດຍ​ສະ­ເພາະ​ການ​ຈຳ­ກັດ​ບໍ­ລິ­ເວນ​ເມື່ອ​ສຳ­ຜັດ ຫຼື ເດີນ­ທາງ​ມາ​ແຕ່​ເຂດ​ລະ­ບາດ ແລະ ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 806/ຫສນຍ ລົງ​ວັນ​ທີ 29 ກໍ​ລະ ກົດ 2020 ພ້ອມ​ນີ້ ກໍ​ສືບ­ຕໍ່​ການ​ດຳ­ລົງ​ຊີ­ວິດ​ປົກ­ກະ­ຕິ​ແບບ​ໃໝ່​ ໃຫ້​ກາຍ​ເປັນ­ຄວາມ​ລຶ້ງ​ເຄີຍ.

error: Content is protected !!