ນະຄອນຫຼວງ ເລັ່ງໃສ່ການເກັບລາຍຮັບທີ່ເປັນຈຸດສຸມສະເພາະ

ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ​ກົມ​ສ່ວຍ​ສາ​ອາ­ກອນ ກະ­ຊວງ​ການ​ເງິນ ຈັດ​ກອງ​ປະ­ຊຸມ​ແຜນ​ລົງ​ຊຸກ­ຍູ້​ການ​ຈັດ​ເກັບ​ລາຍ​ຮັບ ແລະ ປະ­ຕິ­ບັດ​ລາຍ​ຈ່າຍ​ຢູ່ 9 ເມືອງ ແລະ ບັນ­ດາ​ດ່ານ​ຢູ່ ນວ 6 ເດືອນ​ທ້າຍ​ປີ 2020 ຂຶ້ນ​ວັນ​ທີ 17 ສິງ­ຫາ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ມີ​ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ທ່ານ ສີ​ລິ​ລາດ​ທົງ​ສິນ ທອງ​ເພັງ ຫົວ­ໜ້າ​ພະ­ແນກ­ການ​ເງິນ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ເພື່ອ​ຮັບ­ປະ­ກັນ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ຂອງ​ສະ­ພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັບ­ຮອງ​ເອົາ​ບັນ­ດາ ບົດ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 5 ເດືອນ​ຕົ້ນ​ປີ ແລະ ການ​ສະ­ເໜີ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ປີ 2020 ແລະ ແຈ້ງ​ການ​ຕ່າງໆ​ຂອງ​ກະ­ຊວງ​ການ​ເງິນ ທີ່​ເປັນ​ຈຸດ​ເລັ່ງ​ໃສ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ລາຍ​ຮັບ-ລາຍ​ຈ່າຍ ສົກ​ປີ 2020 ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ ນວ ບັນ­ດາ​ເມືອງ ແລະ ດ່ານ​ສາ­ກົນ-ທ້ອງ­ຖິ່ນ​ຢູ່ ນວ ເພື່ອ​ເກັບ​ກຳ​ຂໍ້​ມູນ ແລະ ພ້ອມ​ກັນ​ຈັດ​ເກັບ​ລາຍ​ຮັບ​ປົກ­ກະ­ຕິ ແລະ ບົ່ມ​ຊ້ອນ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ຕາມ​ກົດ­ໝາຍ​ກຳ­ນົດ ກວດ­ກາ​ຄືນ​ການ​ປະ­ຕິ­ບັດ​ຕົວ​ເລກ​ລາຍ​ຈ່າຍ​ຂອງ​ແຕ່​ລະ​ຂະ­ແໜງ­ການ ຕາມ​ການ​ອະ­ນຸ­ມັດ​ຂອງ​ສະ­ພາ​ແຫ່ງ​ຊາດ.

ນອກ​ນີ້​ຍັງ​ເລັ່ງ​ໃສ່​ໜ້າ​ວຽກ​ຈັດ​ເກັບ​ລາຍ​ຮັບ​ທີ່​ເປັນ​ຈຸດ​ສຸມ​ສະ­ເພາະ ເປັນ­ຕົ້ນ​ວຽກ​ງານ​ດັດ​ປັບ​ລາຍ​ຮັບ-ລາຍ​ຈ່າຍ​ງົບ­ປະ­ມານ​ປີ 2020 ແລະ ຂຶ້ນ​ແຜນ 2021 ວຽກ​ງານ​ລາຍ​ຮັບ​ຈາກ​ອາ­ກອນ ພາ­ສີ ຊັບ​ສິນ ແລະ ການ​ເງິນ​ທີ່​ລັດ​ລົງ­ທຶນ ຄ່າ​ທຳ­ນຽມ-ຄ່າ​ບໍ­ລິ­ການ ແລະ ອື່ນໆ​ໃນ​ປີ 2020 ໃຫ້​ສອດ­ຄ່ອງ​ຕາມ​ລະ­ບຽບ​ກົດ­ໝາຍ ເປັນ​ການ​ຊຸກ­ຍູ້​ດ້ານ​ລາຍ​ຮັບ-ລາຍ​ຈ່າຍ ແລະ ເຕັກ­ນິກ​ດ້ານ​ວິ­ຊາ​ການ​ໄປ​ພ້ອມ​ກັນ ເຊິ່ງ​ຕ້ອງ​ໄດ້​ມີ​ການ​ສົມ­ທົບ​ກັນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເພື່ອ​ແກ້​ໄຂ​ບັນ­ຫາ​ຄົງ​ຄ້າງ​ຕ່າງໆ ທີ່​ຍັງ​ບໍ່​ທັນ​ເອື້ອ​ອຳ­ນວຍ​ແກ່​ການ​ຈັດ​ເກັບ​ລາຍ​ຮັບ ໂດຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄັ້ງ​ນີ້ ຈະ​ເລີ່ມ​ແຕ່​ວັນ​ທີ 17 ສິງ­ຫາ-24 ກັນ­ຍາ 2020 ໃຫ້​ສຳ­ເລັດ.

error: Content is protected !!