ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ I ລົງເຄື່ອນໄຫວພົບປະກັບພະນັກງານຫຼັກແຫຼ່ງ ອົງການປົກຄອງ ແລະ ເລຂາພັກບ້ານ ນາຍບ້ານ ເມືອງສີໂຄດຕະບອງ ນວ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສະພາປະຊາຊົນ ນວ ຊຸດທີ I ແລະ ຮັບຟັງຄຳຄິດເຫັນ ຄຳສະເໜີຕ່າງໆໃນວັນທີ 17 ສິງຫາ 2020 ຢູ່ເມືອງສີໂຄດຕະບອງ ນຳພາໂດຍທ່ານນາງ ບົວຄຳ ທິບພະວົງ ຄະນະປະຈຳ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ສສຊ ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະ.

ທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງສີໂຄດຕະບອງ ກ່າວວ່າ: ໄລຍະມີການລະບາດພະຍາດໂຄວິດ-19 ເປັນຕົ້ນມາ ອົງການປົກຄອງເມືອງສີໂຄດຕະບອງ ໄດ້ປະຕິບັດມາດຕະການສະກັດກັ້ນ ຄວບຄຸມຕາມຄຳສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ ພ້ອມທັງໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການປົກຄອງ ນວ ມູນຄ່າ 1 ຕື້ກວ່າກີບ ຮັບຈາກສູນກາງ 20 ລ້ານກີບ ຮັບຈາກບໍລິສັດຕ່າງໆ 1 ຕື້ກວ່າກີບ ນອກນີ້ ຍັງໄດ້ແຕ່ງຕັ້ງພະນັກງານລົງຕິດຕາມແຮງງານທີ່ມາຈາກປະເທດໄທ ທີ່ກັກກັນຢູ່ໂຮງຮຽນ ມ ປາຍ ມິດຕະພາບວຽງຈັນ-ໂຮ່ຈີມິງ ປັດຈຸບັນ ສືບຕໍ່ແຕ່ງຕັ້ງຄະນະສະເພາະກິດຕິດຕາມຄົນເດີນທາງມາຈາກຕ່າງປະເທດທີ່ກັກບໍລິເວນຢູ່ຕາມໂຮງແຮມເຫີທ່ຽນ ແລະ ໂຮງແຮມຈັງຊີກົວຈີ ຄຽງຄູ່ກັນນີ້ ຍັງໄດ້ແກ້ໄຂເປົ້າໝາຍຢາເສບຕິດ ລັກຊັບ ປຸ້ນຊັບ ຊີງຊັບພົນລະເມືອງ 210 ເລື່ອງ ກັກຕົວດຳເນີນຄະດີ 189 ຄົນ ຍິງ 11 ຄົນ ເດັ່ນກວ່າໝູ່ ສາມາດມ້າງໄດ້ກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ໂຕການຈຳນວນໜຶ່ງ ຢຶດໄດ້ຂອງຢາບ້າ 10.451 ເມັດ ພະກາງ 4 ອົງ ພະນ້ອຍ 3 ອົງ ຕັ່ງຢາງ 6 ໜ່ວຍ ຊຸກຍູ້ການເກັບລາຍຮັບເຂົ້າງົບປະມານ ໃນນີ້ ຕົວເລກທີ່ໄດ້ຮັບຈາກ ນວ 65,9 ຕື້ກີບ ປັດຈຸບັນປະຕິບັດໄດ້ 18,3 ຕື້ກີບ ເທົ່າກັບ 27,8%.

ຈາກນັ້ນ ສສຊ ແລະ ສສ ນວ ກໍໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະໄມສາມັນເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຊັກຖາມຕໍ່ກັບບັນຫາທີ່ຕົນຍັງມີຄວາມຂັດຂ້ອງໝອງໃຈ ເພື່ອໃຫ້ ສສຊ ແລະ ສສ ນວ ໃນນາມທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ນຳໄປພິຈາລະນາ ຫຼື ສະເໜີຕໍ່ຂະແໜງການກ່ຽວຂ້ອງ ແກ້ໄຂ ໃນນີ້ ນາຍບ້ານໜອງໜ້ຽວ ໄດ້ສະເໜີເລື່ອງການກໍ່ເສັ້ນ ທາງຮ່ອມ 5 ຮ່ອມ 7 ບ້ານໜອງໜ້ຽວ ທີ່ລັດເປັນເຈົ້າຂອງໂຄງການ 100% ໂດຍແມ່ນບໍລິສັດອາລິຍະສັກເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງການກໍ່ສ້າງດັ່ງກ່າວໄດ້ເລີ່ມມາແຕ່ທ້າຍປີ 2012 ໜ້າວຽກທີ່ປະຕິປັດໄດ້ຫຼາຍກວ່າ 30% ແຕ່ໄດ້ຢຸດການກໍ່ສ້າງແຕ່ປີ 2015 ເປັນຕົ້ນມາ ປັດຈຸບັນ ປະຊາຊົນມີຄວາມຫຍຸ້ງຍາກໃນການໄປ-ມາ ເສັ້ນທາງເປັນຂຸມ ເປັນບໍ່ ລົດຕ່ຳໄປບໍ່ໄດ້ ລະດູຝົນນີ້ ນ້ຳໄດ້ເຊາະເຈື່ອນ ເຮັດໃຫ້ເສັ້ນທາງຂາດ ນອກນີ້ ຍັງໄດ້ຮຽກຮ້ອງໃຫ້ເລັ່ງແກ້ໄຂບັນຫາຄົນໄບ້ບ້າເສຍຈິດຢູ່ບ້ານໂພນສະຫວາດ ຕື່ມອີກ.
ວັນດຽວກັນນີ້ ຢູ່ສຳນັກງານປົກຄອງເມືອງຫາດຊາຍຟອງ ນວ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນວ ສສ ນວ ຊຸດທີ I ກໍລົງເຄື່ອນໄຫວພົບປະກັບພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ຕະຫຼອດຮອດເລຂາພັກບ້ານ ແລະ ນາຍບ້ານອ້ອມຂ້າງເມືອງຫາດຊາຍຟອງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນວ ຊຸດທີ I ພ້ອມທັງຮັບຟັງຄຳຄິດເຫັນ ແລະ ຄຳສະເໜີຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ບັນຫາສັງຄົມຕ່າງໆ ເພື່ອນຳສະເໜີຂະແໜງການກ່ຽວຂ້ອງເຊັ່ນດຽວກັນ.