ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເປັນການປັບປຸງການຈັດຕັ້ງໃຫ້ສອດຄ່ອງ ເໝາະສົມກັບໜ້າທີ່ວຽກງານ ຕາມຄວາມຮູ້ ຄວາມສາມາດ ເມືອງສີສັດຕະນາກ ໄດ້ຈັດພິທີປະກາດແຕ່ງຕັ້ງ ປັບປຸງພະນັກງານພາຍໃນກົງຈັກການປົກຄອງຂອງເມືອງ ໂດຍມີທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ທ່ານ ເດດສົງຄາມ ທຳມະວົງ ກຳມະການພັກນະຄອນຫຼວງ ເລຂາຄະນະພັກ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍຄະນະປະຈຳພັກ ຄະນະພັກ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ໃນພິທີ ໄດ້ປະກາດແຕ່ງຕັ້ງທ່ານ ທິນນະກອນ ທອງຄຳ ຄະນະປະຈຳພັກເມືອງ ເລຂາພັກບ້ານ ນາຍບ້ານວັດນາກ ເມືອງ ສີສັດຕະນາກ ມາເປັນຮອງເຈົ້າເມືອງສີສັດຕະນາກ ແຕ່ງຕັ້ງທ່ານ ດວງເດືອນ ວົງນະລາດ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ມາເປັນຫົວໜ້າຄະນະຈັດຕັ້ງເມືອງ ແຕ່ງຕັ້ງທ່ານ ວິໄລກອນ ສູນດາລາ ຫົວໜ້າຄະນະຈັດຕັ້ງເມືອງ ມາເປັນປະທານ ແນວລາວສ້າງຊາດເມືອງ ແຕ່ງຕັ້ງທ່ານ ບຸນສົມ ລຳໂຂງ ຮອງປະທານແນວລາວສ້າງຊາດ ມາເປັນຫົວໜ້າຄະນະໂຄສະນາ ອົບຮົມເມືອງສີສັດຕະນາກ.