ພິທີສະຫຼຸບຜົນການຮຽນປະຈຳສົກຮຽນ 2019-2020 ໂຮງຮຽນຂັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນທົ່ວເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 14 ສິງຫາ 2020 ທີ່ພັດຕາຄານດາວວຽງ 2 ນະຄອນຫຼວງວຽງຈັນ ມີທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເຊດຖາ ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາ ນວ ພະນັກງານຄູ-ອາຈານ ນັກຮຽນ ແລະ ຜູ້ປົກຄອງນັກຮຽນເຂົ້າຮ່ວມ.

ທ່ານ ພົມມີ ໄຊຍະສານ ໄດ້ຍົກເຫັນຜົນງານການເຄື່ອນໄຫວສິດສອນ ແລະ ຮ່ຳຮຽນໃນສົກຮຽນຜ່ານມາ ສົກຮຽນນີ້ ທົ່ວເມືອງມີໂຮງຮຽນລ້ຽງເດັກ-ອະນຸບານທັງໝົດ 72 ແຫ່ງ ປະຖົມ 76 ແຫ່ງ ມີໂຮງຮຽນມັດທະຍົມສຶກສາ 26 ແຫ່ງ ໃນນັ້ນ ມັດທະຍົມປາຍ 1 ແຫ່ງ ມັດທະຍົມສົມບູນ 1 ແຫ່ງ ແລະ ມັດທະຍົມຕົ້ນ 15 ແຫ່ງ ລັດ 7 ແຫ່ງ.

ຜົນການສອບເສັງສົກຮຽນ 2019-2020 ຊັ້ນປະຖົມ ນັກຮຽນມີໜ້າສອບເສັງ 1.793 ຄົນ ສອບເສັງໄດ້ສົມບູນ 1.744 ຄົນ ຍິງ 928 ຄົນ ທຽບໃສ່ສົກຮຽນຜ່ານມາ 1,08% ໄດ້ຄະແນນຮອບດ້ານ 669 ຄົນ ຍິງ 390 ຄົນ ໂຮງຮຽນທີ່ສອບເສັງໄດ້ 100% ມີ 57 ແຫ່ງ ພາກລັດ 30 ແຫ່ງ ຊັ້ນມັດທະຍົມຕົ້ນ ນັກ ຮຽນມີໜ້າສອບເສັງ 1.538 ຄົນ ຍິງ 793 ຄົນ ສອບເສັງໄດ້ສົມບູນ 672 ຄົນ ຍິງ 36 ຄົນ ເທົ່າກັບ 43,69 % ເພີ່ມຂຶ້ນ 1,23% ໄດ້ນັກຮຽນເກ່ງຮອບດ້ານທຸກວິຊາບໍ່ຫຼຸດ 7 ມີ 164 ຄົນ ຍິງ 110 ຄົນ ເທົ່າກັບ 10,66% ພິເສດ ສົກຮຽນນີ້ມີນັກຮຽນຊັ້ນ ມ4 ສອບເສັງໄດ້ຄະແນນດີເລີດແຕ່ລະວິຊາບໍ່ຫຼຸດ 9 ຄະແນນ 18 ຄົນ ຍິງ 14 ຄົນ ໃນນັ້ນມາຈາກໂຮງຮຽນ ມສ ວຽງສະຫວັນ 16 ຄົນ ຍິງ 13 ຄົນ ແລະ ຈາກໂຮງຮຽນ ມສ ປາຖະໜາ 2 ຄົນ ຍິງ 1 ຄົນ.
ໃນພິທີ ໄດ້ມອບໃບຍ້ອງຍໍໃຫ້ໂຮງຮຽນ ພະນັກງານຄູ-ອາຈານ ແລະ ນັກຮຽນທີ່ມີຜົນງານດີເດັ່ນ ໃນການສິດສອນ-ຮ່ຳຮຽນ ໃນນັ້ນ ໂຮງຮຽນທີ່ມີນັກຮຽນເສັງໄດ້ 100% ແລະ ໂຮງຮຽນມີນັກຮຽນເກ່ງ ແລະ ນັກຮຽນເກ່ງຮອບດ້ານ ໄດ້ຮັບໃບປະກາສະນີຍະບັດດີເລີດ.