ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໄດ້ນຳຜົນປະໂຫຍດມາສູ່ປະຊາຊົນ

ກອງ​ປະ­ຊຸມ​ສາ­ມັນ ຄັ້ງ​ທີ 17 ຂອງ​ຄະ­ນະ​ກຳ­ມະ­ການ​ບໍ­ລິ­ຫານ ກອງ​ຄຸ້ມ​ຄອງ​ອຸ­ທິ­ຍານ​ແຫ່ງ​ຊາດ​ນາ​ກາຍ-ນ້ຳ​ເທີນ (ກອຊ ນທ) ຈັດ​ຂຶ້ນ​ວັນ​ທີ 14 ສິງ­ຫາ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ​ຮອງ​ເຈົ້າ­ແຂວງ​ຄຳ​ມ່ວນ ແຂວງ​ບໍ​ລິ​ຄຳ​ໄຊ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກ່ຽວ­ຂ້ອງ ເຈົ້າ­ເມືອງ​ນາ​ກາຍ ເຈົ້າ­ເມືອງ​ຄຳ​ເກີດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ປະ­ຈຳ​ລາວ​ຈາກ​ນ້ຳ​ເທີນ 2 ແລະ ພະ­ນັກ­ງານ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ ໄດ້​ຮັບ​ຟັງ​ບົດ​ສະ­ເໜີ​ກ່ຽວ​ກັບ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປະ­ຈຳ​ປີ 2019 ແລະ ຄວາມ​ຄືບ​ໜ້າ​ຂອງ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ­ການ 6 ເດືອນ​ທ້າຍ​ປີ 2020 ຂອງ ກອຊ ນທ ເຊິ່ງ​ເຫັນ​ວ່າ ຮູບ​ແບບ ແລະ ຄວາມ​ພະ­ຍາ­ຍາມ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ­ສາ​ອຸ­ທິ­ຍານ​ແຫ່ງ​ຊາດ​ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ ແມ່ນ​ມີ​ຄວາມ​ສອດ­ຄ່ອງ​ກັບ​ພຶດ­ຕິ​ກຳ​ຕົວ​ຈິງ​ຢູ່​ໃນ​ທ້ອງ­ຖິ່ນ ເນື່ອງ​ຈາກ​ການ​ກຳ­ນົດ​ອົງ​ປະ­ກອບ​ຕ່າງໆ​ມີ​ຄວາມ​ກົມ­ກຽວ​ເຊິ່ງ​ກັນ ແລະ ກັນ ຈະ​ບໍ່​ເນັ້ນ​ໜັກ​ໃສ່​ແຕ່​ດ້ານ​ໃດ​ດ້ານ​ໜຶ່ງ ລະ­ຫວ່າງ​ການ​ອະ­ນຸ​ຮັກ ແລະ ການ​ພັດ­ທະ­ນາ ແລະ ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ທີ່​ເກີດ​ຈາກ​ຄວາມ​ຕ້ອງ­ການ​ທີ່­ແທ້​ຈິງ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເຊິ່ງ​ໄດ້​ນຳ​ຜົນ​ປະ­ໂຫຍດ​ຄວາມ​ຢູ່​ດີ​ກິນ​ດີ​ໄປ​ໃຫ້​ປະ­ຊາ­ຊົນ ເພື່ອ​ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເປັນ​ກ້າວໆ ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກ­ສາ​ປ່າ­ໄມ້ ແລະ ຊີ­ວະ​ນາໆພັນ ທັງ​ນີ້ ກໍ​ເນື່ອງ​ຈາກ ກອຊ ນທ ໄດ້​ປະ­ສານ​ສົມ­ທົບ ແລະ ເຮັດ​ວຽກ​ງານ​ຢ່າງ​ໃກ້­ຊິດ​ກັບ​ຄູ່​ຮ່ວມ​ງານ ແລະ ປະ­ຊາ­ຊົນ ລວມ​ທັງ​ໄດ້​ມີ​ການ​ຊຸກ­ຍູ້​ຊີ້​ນຳ ສ້າງ​ຄວາມ​ເຂັ້ມ­ແຂງ ຕອບ​ສະ­ໜອງ​ທາງ​ດ້ານ​ທຶນ­ຮອນ ແລະ ເຕັກ­ນິກ​ວິ­ຊາ​ການ​ໃຫ້​ປະ­ຊາ­ຊົນ ເຊິ່ງ​ມັນ​ໄດ້​ສະ­ແດງ​ອອກ​ຢູ່​ຜົນ­ງານ​ຫຼາຍ​ດ້ານ.

ຄຽງ​ຄູ່​ກັບ​ດ້ານ​ຕັ້ງ­ໜ້າ ກໍ​ຍັງ​ມີ​ດ້ານ​ອ່ອນ​ຂໍ້­ຄົງ­ຄ້າງ​ທີ່​ເກີດ​ຂຶ້ນ ອັນ​ໄດ້​ມີ​ຜົນ​ກະ­ທົບ​ຕໍ່​ປ່າ­ໄມ້​ທີ່​ດິນ ຊີ­ວະ​ນາໆພັນ ແລະ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃນ​ທາງ​ກົງ ແລະ ທາງ​ອ້ອມ ເຊິ່ງ​ຈະ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ແກ້​ໄຂ ໂດຍ​ສະ­ເພາະ​ດ້ານ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ມີ​ຢູ່​ໃນ​ອຸ­ທິ­ຍານ ເຊິ່ງ​ກອງ​ປະ­ຊຸມ​ໄດ້​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ຂໍ້​ສະ­ເໜີ​ແນະ­ນຳ​ຕ່າງໆ​ຂອງ​ຜູ້​ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄັ້ງ​ນີ້ ແລະ ຈາກ​ອົງ­ການ​ກວດ​ສອບ​ເອ­ກະ­ລາດ​ໃນ​ບັນ­ຫາ​ຕ່າງໆ ທີ່​ຈະ​ເປັນ​ບົດ­ຮຽນ​ທີ່​ລ້ຳ​ຄ່າ ເປັນ​ຂໍ້​ມູນ​ທີ່​ດີ​ເພື່ອ​ນຳ­ໄປ​ປັບ­ປຸງ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ມີ​ປະ­ສິດ­ທິ­ພາບ​ດີ​ກວ່າ​ເກົ່າ.

error: Content is protected !!