ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

    ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ໄດ້ຈັດຂຶ້ນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມ ມີພະເຖລານຸເຖລະ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ອະດີດການນໍາພັກ-ລັດ ລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການທຽບເທົ່າ ຜູ້ແທນແນວລາວສ້າງຊາດ ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນ. 

    ໃນພິທີ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຜ່ານບົດລາຍງານຫຍໍ້ມູນເຊື້ອ ແລະ ຜົນງານແນວລາວສ້າງຊາດໄລຍະ 70 ປີຜ່ານມາ ພ້ອມນັ້ນ ປະທານປະເທດໄດ້ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດໃຫ້ແກ່ອົງການແນວລາວສ້າງຊາດ ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ແກ່ປະທານສູນກາງແນວລາວສ້າງຊາດ ປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ແກ່ນັກທຸລະກິດດີເດັ່ນ ຈໍານວນ 1 ທ່ານ ແລະ ກ່າວບົດສູນທອນພົດ ເຊິ່ງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໃນແຕ່ລະໄລຍະ ກໍຄືການເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວທັງຊາດ ອອກໜ້າແທນພັກນໍາພາການຕໍ່ສູ້ກັບພວກຮຸກຮານລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!