ກອງປະຊຸມປຶກສາຫາລືລະດັບວິຊາການ ກ່ຽວກັບການເຊື່ອມສານວຽກງານການຄຸ້ມຄອງຄວາມສ່ຽງໄພພິບັດທຳມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຈັດຂຶ້ນວັນທີ 12 ສິງຫາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຫົວໜ້າກົມແຜນການ ແລະ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ມີຄະນະກົມ ຄະນະພະແນກ ຊ່ຽວຊານ ແລະ ວິຊາການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າເຊື່ອມສານວຽກງານການຄຸ້ມຄອງຄວາມສ່ຽງໄພພິບັດທຳມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຜນຂະແໜງການ ແລະ ທ້ອງຖິ່ນຢ່າງເປັນຮູບປະທຳ ແລະ ທັນກຳນົດເວລາ ເນື່ອງຈາກໄພພິບັດທຳມະຊາດ ເປັນຕົ້ນ: ໄພນ້ຳຖ້ວມ ໄພແຫ້ງແລ້ງ ແຜ່ນດິນໄຫວ ແລະ ອື່ນໆໄດ້ເກີດຖີ່ຂຶ້ນ ແລະ ໄດ້ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກໜ່ວງ ສະເພາະຢູ່ປະເທດເຮົາໃນ 2-3 ປີຜ່ານມາ ໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນກັນ ຄື: ຄູກັ້ນນ້ຳເຊປຽນ-ເຊນ້ຳນ້ອຍແຕກ ໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ ລວມທັງພະຍາດສັດ ສັດຕູພືດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19.
ສະນັ້ນ ກອງປະຊຸມຄັ້ງນີ້ຈຶ່ງມີຄວາມສຳຄັນ ແລະ ເປັນຂໍ້ມູນໃນການປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຊິ່ງຈຸດໝາຍລວມ ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີຄຸນນະພາບ ຕາມທິດສົມດູນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງປີ 2030 ແຜນການ 5 ປີ ຄັ້ງທີ IX ປະກອບມີ 6 ເປົ້າໝາຍໃຫຍ່ ແລະ ຢູ່ພາຍໃຕ້ແຕ່ລະເປົ້າໝາຍ ໄດ້ມີແຕ່ລະຂົງເຂດວຽກງານທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍ ໂດຍເປົ້າໝາຍທີ່ຕິດພັນກັບການຄຸ້ມຄອງຄວາມສ່ຽງໄພພິບັດທຳມະຊາດເປົ້າໝາຍທີ 4 ແລະ ເປົ້າໝາຍນີ້ປະກອບມີທັງໝົດ 3 ວຽກຈຸດສຸມ.