JDB ມອບເງິນຊ່ວຍເຫຼືອໄພນ້ຳຖ້ວມ ໃຫ້ແຂວງໄຊຍະບູລີ

ເພື່ອ​ຊ່ວຍ­ເຫຼືອ​ບັນ­ເທົາ​ທຸກ​ໃຫ້​ປະ­ຊາ­ຊົນ​ແຂວງ​ໄຊ​ຍະ​ບູ​ລີ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ໃນ​ວັນ​ທີ 10 ສິງ­ຫາ 2020 ທີ່​ສຳ­ນັກ­ງານ​ໃຫຍ່​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ (JDB) ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ພິ­ທີ​ມອບ​ເງິນ​ຊ່ວຍ­ເຫຼືອ 100 ລ້ານ​ກີບ ກ່າວ​ຮັບ​ໂດຍ​ທ່ານ ເພັດ​ພິ­ໄຊ ສູນ​ວິ­ໄລ ຫົວ­ໜ້າ​ຫ້ອງ​ວ່າ­ການ​ແຂວງ​ໄຊ​ຍະ​ບູ​ລີ ມີ​ທ່ານ ພົງ​ສະ­ຫວັນ ສິດ​ພະ​ວົງ ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ ທ່ານ ເອ­ກະ​ພັນ ພະ​ພິ​ທັກ ປະ­ທານ​ສະ­ພາ​ບໍ­ລິ­ຫານ ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ຄະ­ນະ​ຜູ້​ບໍ­ລິ­ການ​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ຕະ­ຫຼອດ​ຮອດ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ວິ­ໄລ ສີ​ພະ​ພອນ ຜູ້­ອຳ­ນວຍ­ການ​ໃຫຍ່ JDB ໄດ້​ກ່າວ​ຈຸດ­ປະ­ສົງ​ໃນ​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ເຊິ່ງ​ແຂວງ​ໄຊ​ຍະ​ບູ​ລິ ແລະ JDB ໄດ້​ມີ​ສາຍ​ພົວ­ພັນ​ກັນ​ມາ​ຍາວ​ນານ ຈຶ່ງ​ເຫັນ​ໄດ້­ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ລົມ​ພະ­ຍຸ​ພັດ​ຖະ​ຫຼົ່ມ ເຮັດ​ໃຫ້​ໂຮງ­ຮຽນ​ໃນ​ເຂດ​ພູ​ດອຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ດັ່ງ­ນັ້ນ JDB ຈຶ່ງ​ໄດ້​ໃຫ້­ການ​ເງິນ​ຊ່ວຍ­ເຫຼືອ​ເງິນ 100 ລ້ານ​ກີບ ຈາກ​ນັ້ນ ທ່ານ ອິນ​ແປງ ອຸ­ທຸມ­ພອນ ປະ­ທານ​ບໍ­ລິ­ສັດ ພັນ­ທະ​ມິດ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວ​ທາງ ໄດ້​ປະ­ກອບ­ສ່ວນ​ເງິນ​ຊ່ວຍ­ເຫຼືອ​ຕື່ມ​ອີກ 50 ລ້ານ​ກີບ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ ໂດຍ​ສະ­ເພາະ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ແຂວງ​ໄຊ​ຍະ​ບູ​ລີ ລວມ​ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ທັງ​ໝົດ 150 ລ້ານ​ກີບ.

ໂອ­ກາດ​ນີ້​ທ່ານ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ເປັນ​ຢ່າງ​ສູງ​ມາ​ຍັງ​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ແລະ ບໍ­ລິ­ສັດ ພັນ­ທະ​ມິດ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວ​ທາງ ທີ່​ໄດ້​ມີ​ນ້ຳ­ໃຈ​ເອື້ອ­ເຟື້ອ​ເພື່ອ​ແຜ່ ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ແຂວງ​ໄຊ​ຍະ​ບູ​ລີ​ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ລົມ​ພະ­ຍຸ​ຄັ້ງ​ນີ້ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ໃນ​ໂອ­ກາດ​ໜ້າ​ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ​ອີກ.

error: Content is protected !!