ນະຄອນຫຼວງ ຫາລືກຽມຈັດກິດຈະກຳຮັບບໍລິຈາກເລືອດ

ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຮ່ວມ​ກັບ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ຈັດ​ກອງ​ປະ­ຊຸມ​ປຶກ ສາ​ຫາ­ລື​ກ່ຽວ​ກັບ​ວຽກ​ງານ​ການ​ປຸກ­ລະ­ດົມ ບໍ­ລິ­ຈາກ​ເລືອດ​ແບບ​ສະ­ໝັກ​ໃຈ ບໍ່​ຮຽກ​ຄ່າ​ຕອບ​ແທນ ໃນ​ວັນ​ທີ 11 ສິງ­ຫາ 2020 ທີ່​ສູນ​ເລືອດ​ແຫ່ງ​ຊາດ ໂດຍ​ມີ​ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທ່ານ ຈັນ­ທະ​ລາ ສຸກ​ສາ­ຄອນ ຫົວ­ໜ້າ​ສູນ​ເລືອດ​ແຫ່ງ​ຊາດ ພ້ອມ​ດ້ວຍ​ທ່ານ​ຮອງ​ຫົວ­ໜ້າ ພະ​ແນກ ທ່ານ​ຮອງ​ເຈົ້າ­ເມືອງ ຜູ້­ຕາງ­ໜ້າ​ຈາກ​ພະ­ແນກ­ການ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ພາຍ​ໃນ ນວ ແລະ ພາກ­ສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ແພງ​ທອງ ບານ​ຈັນ­ທະ​ວົງ ຮອງ​ຫົວ­ໜ້າ​ສູນ​ເລືອດ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ຈາກ ພາກ­ສ່ວນ​ຕ່າງໆ​ໃນ ນວ ໄລ­ຍະ​ຜ່ານ​ມາ ເຫັນ​ວ່າ​ມີ​ຫຼາຍ​ພາກ­ສ່ວນ​ໄດ້​ໃຫ້­ການ​ຮ່ວມ​ມື​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ໄດ້​ດີ​ສົມ ຄວນ ເຊິ່ງ​ມີ​ຫຼາຍ​ໜ່ວຍ​ງານ​ໄດ້​ສືບ­ຕໍ່​ໃຫ້­ການ​ປະ­ລິ­ຈາກ​ເລືອດ​ຢ່າງ​ຕໍ່​ເນື່ອງ ລວມ​ທັງ​ບາງ​ເມືອງ ແຕ່​ຂະ​ບວນ​ການ​ດັ່ງ­ກ່າວ​ເມື່ອ ທຽບ​ກັບ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ແມ່ນ​ບໍ່​ສາ­ມາດ​ບັນ­ລຸ​ໄດ້ ມີ​ບາງ​ພາກ­ສ່ວນ​ຍັງ​ບໍ່​ທັນ​ໃຫ້­ການ​ຮ່ວມ​ມື​ໄດ້​ດີ​ເທົ່າ​ທີ່​ຄວນ ສ່ວນ​ໃຫຍ່ ການ​ປະ­ກອບ­ສ່ວນ​ຍັງ​ບໍ່​ຮວມ​ສູນ ຈາກ​ສະ­ຖິ­ຕິ 6 ເດືອນ​ຕົ້ນ​ປີ 2020 ພະ­ແນກ­ການ​ທີ່​ໄດ້​ຈັດ​ກິດ­ຈະ­ກຳ​ໃຫ້­ການ​ບໍ­ລິ­ຈາກ​ເລືອດ ມີ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ມີ​ຮ່ວມ​ບໍ­ລິ­ຈາກ​ຈຳ­ນວນ 25 ຄົນ ແລະ ອົງ­ການ​ປົກ­ຄອງ​ເມືອງ ປາກ​ງື່ມ ຈັນ­ທະ​ບູ​ລີ ສັງ​ທອງ ແລະ ເມືອງ​ນາ​ຊາຍ​ທອງ ເມືອງ​ທີ່​ປະ­ກອບ­ສ່ວນ​ຫຼາຍ​ກວ່າ​ໝູ່​ແມ່ນ ເມືອງ​ປາກ​ງື່ມ ຈຳ­ນວນ 27 ຄົນ.

ທີ່​ປະ​ຊູມ​ໄດ້​ເປັນ​ເອ­ກະ­ສັນ ຈະ​ຮ່ວມ​ກັນ​ຈັດ​ກິດ­ຈະ­ກຳ​ຮັບ​ບໍ­ລິ­ຈາກ​ເລືອດ​ເນື່ອງ​ໃນ​ໂອ­ກາດ​ວັນ​ທີ 23 ສິງ­ຫາ ວັນ​ຍຶດ​ອຳ ນາດ​ທີ່​ໝູ­ນວຽນ​ມາ​ຄົບ­ຮອບ​ອີກ​ວາ­ລະ​ໜຶ່ງ (ສ່ວນ​ວັນ​ເວ­ລາ ສະ­ຖານ­ທີ່ ແມ່ນ​ຈະ­ແຈ້ງ​ໃຫ້​ຊາບ​ຕາມ​ພາຍ­ຫຼັງ) ເຊິ່ງ​ສາ­ມາດ​ຕິດ ຕາມ​ໄດ້​ໃນ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ເພ​ຈ Vientiane Mai ໃນ​ໂອ­ກາດ​ຕໍ່​ໄປ.

error: Content is protected !!