ອອກກົດໝາຍ ແລະ ນິຕິກຳຄຸ້ມຄອງການນຳໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດ

    ໃນໄລຍະຜ່ານມາ ມີບາງກຸ່ມຄົນໄດ້ນຳໃຊ້ການສື່ສານທາງອອນລາຍ ໂຄສະນາບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ກໍ່ໃຫ້ເກີດຄວາມປັ່ນປວນໃນສັງຄົມ ເພື່ອເປັນການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ສປປ ລາວ ຈຶ່ງໄດ້ອອກກົດໝາຍ ແລະ ລະບຽບການຄຸ້ມຄອງ ຜ່ານມາແມ່ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຶກສາອົບຮົມ ແລະ ປະຕິບັດລະບຽບການຕໍ່ຜູ້ກະທຳຜິດ. 

    ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແນໃສ່ປົກປ້ອງກຽດສັກສີ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຫ້ບໍລິການ ຜູ້ໃຊ້ບໍລິການ ແລະ ສັງຄົມປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລັດຖະບານໄດ້ອອກກົດໝາຍ ແລະ ນິຕິກຳຄຸ້ມຄອງການນຳໃຊ້ການສື່ສານທາງອິນເຕີເນັດ ປະກອບມີ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ກົດໝາຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ. 

    ດັ່ງນັ້ນ ຈຶ່ງຂໍແຈ້ງໃຫ້ປະຊາຊົນທົ່ວ ນວ ກໍຄືທົ່ວປະເທດ ໃຫ້ພ້ອມກັນຮັບຮູ້ວ່າ ປັດຈຸບັນ ສປປ ລາວແມ່ນມີກົດໝາຍ ແລະ ດຳລັດໃຫ້ການຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ໃຫ້ພ້ອມກັນປະຕິບັດຕາມລະບຽບກົດໝາຍ ແລະ ລະມັດ ລະວັງໃນການນຳໃຊ້ສື່ສັງຄົມອອນລາຍ ເພາະອາດຈະເປັນດາບ 2 ຄົມ ຖ້າເຮົານຳໃຊ້ໃນທາງທີ່ຖືກຕ້ອງ ມັນກໍຈະສ້າງຄຸນປະໂຫຍດຫຼາຍ ຖ້ານຳໃຊ້ບໍ່ຖືກຕ້ອງ ກໍຈະນຳຄວາມຜິດມາສູ່ຕົວເຮົາ ໄປພ້ອມກັບໃຫ້ລະວັງການກົດ Like ກົດ Share ກໍເຊັ່ນດຽວກັນ ຖ້າຂໍ້ມູນບໍ່ຊັດເຈນ ແລະ ບໍ່ຖືກຕ້ອງ ແມ່ນບໍ່ໃຫ້ກົດ Like ກົດ Share ຫຼືມີຄຳເຫັນ ເຊິ່ງຖ້າຂໍ້ມູນຜິດພາດ ເວລາເຮົາກົດ Like ກົດ Share ໄປ ກໍຖືວ່າຜູ້ກົດ Like ກົດ Share ກໍຜິດເຊັ່ນດຽວກັນກັບຜູ້ທີ່ໂຄສະນາບິດເບືອນ ດັ່ງນັ້ນ ຖ້າຫາກບຸກຄົນໃດຕ້ອງການຮູ້ຂໍ້ມູນທີ່ຊັດເຈນ ກໍສາມາດໄປພົວພັນກັບພາກສ່ວນກ່ຽວຂ້ອງ ຫຼື ສະພາ ແລະ ຕິດຕາມຂໍ້ມູນຂ່າວສານກັບສຳນັກຂ່າວສານທີ່ເຊື່ອຖືໄດ້ 

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!