ພິທີລົງນາມ ການຮ່ວມມືດ້ານການພັດທະນາລະບົບການບໍລິຫານ ແລະ ການຮຽນ-ການສອນທີ່ທັນສະ ໄໝ ເພື່ອບໍລິການໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ມະຫາວິທະຍາໄລດັ່ງກ່າວ ລະຫວ່າງທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມຊ ແລະ ທ່ານ ຄະຈອນສັກ ດວງພຸດທາ ຮອງປະທານບໍລິສັດຮັບພັດທະນາລາວ ແລະ ທີ່ປືກສາ ຈຳກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້ ເພື່ອພັດທະນາລະບົບການບໍລິຫານ ຈັດການຮຽນ-ການສອນ ແລະ ການບໍລິການດ້ານວິຊາການຂອງ ມຊ ໃຫ້ມີປະສິດທິຜົນສູງຂຶ້ນ ເປັນການນຳເອົານະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມານໍາໃຊ້ໃນການຄຸ້ມຄອງການຮຽນ-ການສອນ ເຊິ່ງເອີ້ນວ່າ: “ລະບົບຈັດການຮຽນ-ການສອນແບບທັນສະໄໝ (SLMS) ໂດຍຈະກາຍເປັນລະບົບທີ່ມີຄວາມວ່ອງໄວ ແລະ ສະດວກສະບາຍໃນການໃຊ້ງານ ເປັນຕົ້ນຊ່ວຍໃນການເກັບມ້ຽນຂໍ້ມູນຕ່າງໆ ການຈັດເກັບຂໍ້ມູນຈຳນວນຫຼາຍຂອງແຕ່ລະໜ້າວຽກຂອງ ມຊ ລວມເຖິງການຮີບໂຮມເນື້ອໃນຫຼັກສູດການຮຽນ-ການສອນ ພ້ອມນີ້ ລະບົບດັ່ງກ່າວຍັງເປັນລະບົບທີ່ສາມາດຮອງຮັບໄດ້ທັງພາສາລາວ ແລະ ພາສາອັງກິດ ໂຄງການນີ້ ຈະດຳເນີນໃນສັນຍາ 25 ປີ ຂອງການຮ່ວມມືສອງຝ່າຍຈຶ່ງສໍາເລັດ.

# ຂ່າວ & ພາບ: ລັດເວລາ