ອພສ ເມືອງຈັນທະບູລີສຶກສາອົບຮົມວິໄນໃຫ້ພະສົງທົ່ວເມືອງ

    ວັນທີ 4 ສິງຫາ 2020 ທີ່ວັດທົ່ງຕຸມໂພໄຊຍະຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດງານລົງອຸໂປສົດຄະກຳສາມັກຄີຂອງພະສົງທົ່ວເມືອງຈັນທະບູລີ ມີພະອາຈານ ແລະ ຮອງປະທານອົງການພຸດທະສາສະໜາ ສຳພັນແຫ່ງ ສປປ ລາວ (ອພສ) ປະທານ ອພສ ເມືອງຈັນທະບູລີ ເຈົ້າອະທິການວັດ ແລະ ພະສົງ 30 ວັດທົ່ວເມືອງຈັນທະບູລີເຂົ້າຮ່ວມ 285 ອົງ.

    ພະອາຈານ ຫຼັກຄຳ ວໍລະສານເມທີ ປທ ບຸນລ່ວມ ອິນສີຊຽງໃໝ່ ຄະນະບໍລິຫານງານ ອພສ ແຫ່ງ ສປປ ລາວ ຮອງປະທານ ອພສ ເມືອງຈັນທະບູລີ ເຈົ້າອະທິການວັດທົ່ງຕຸມໂພໄຊຍະຣາມ ກ່າວວ່າ: ການຈັດງານຄັ້ງນີ້ ຖືເອົາໄຕມາດ 3 ເດືອນມາປະຕິບັດຄຳສັ່ງສອນຂອງພະພຸດທະເຈົ້າ ເປັນການສຶກສາອົບຮົມບົ່ມສອນທາງວິໄນທຳໃຫ້ພະສົງ ທັງເປັນການເຕົ້າໂຮມຄວາມສມັກຄີຂອງພະສົງສາມະເນນ ແລະ ອອກຕົນຍາດໂຍມພາຍໃນເມືອງຈັນທະບູລີ ແລະ ເມືອງອ້ອມຂ້າງ ເຊິ່ງພາຍໃນງານ ໄດ້ຈັດໃຫ້ມີຫຼາຍກິດຈະກຳ ເປັນຕົ້ນໃສ່ບາດຢາດນໍ້າຖວາຍ

ສັງຄະທານ ຖວາຍອາຫານເພນ ຟັງເທດສະໜາ ໄຫວ້ພະຮັບສິນ ໂດຍໄດ້ມີບັນດາບໍລິສັດຫ້າງຮ້ານ ແລະ ນິຕິບຸກຄົນໄດ້ມາຮ່ວມເປັນເຈົ້າພາບເຈົ້າສັດທາອາຫານ ເຄື່ອງດື່ມ ແລະ ວັດຖຸປັດໄຈຕ່າງໆ ໃນນັ້ນກໍມີທ່ານ ແກ້ວລຳພອນ ແລະ ນາງ ຂັນທະລີ ແສງສຸລິເດດ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ ໄດ້ຖວາຍບ້າງປັດໄຈ 285 ບ້າງ ເປັນເງິນ 9.120.000 ກີບ ແລະ ຖວາຍຍໍາສະຫຼັດຜັກປອດສານພິດ 15 ຖາດ ເປັນເງິນ 6.500.000 ກີບ  ລວມເປັນເງິນທັງໝົດ 13.620.000 ກີບ.

error: Content is protected !!