ວັນທີ 30 ກໍລະກົດ 2020 ທີ່ໂຮງແຮມ La Seine Hotel by Burasari ນະຄອນຫຼວງວຽງຈັນ ກຸງສີ ຈັດພິທີຖະແຫຼງຂ່າວ ເປີດນຳໃຊ້ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຫຼື ກຸງສີມັນນີລາວ ເຊິ່ງໃຫ້ເງິນກູ້ສ່ວນບຸກຄົນໂດຍບໍ່ມີຫຼັກຊັບ ຫຼື ຜູ້ຄ້ຳປະກັນ ເປັນກຽດຖະແຫຼງໂດຍທ່ານ ວິລະບູນ ຈິຣະພັດທະນະກູນ ປະທານ ກຸງສີມັນນີລາວ ແລະ ທ່ານ ຈັນສະໝອນ ເພັດຊົມພູ ຫົວໜ້າຝ່າຍການຂາຍສ່ວນບຸກຄົນ ກຸງສີມັນນີລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິບູນ ຈິຣະພັດທະນະກູນ ກ່າວວ່າ ເພື່ອໃຫ້ຄົນສາມາດເຂົ້າເຖິງການບໍລິການທາງດ້ານການເງິນ ໄດ້ຢ່າງສະດວກສະບາຍ ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ ເຊິ່ງການບໍລິການຂອງກຸງສີມັນນີລາວ ເປັນສະຖາບັນການເງິນມາດຕະຖານ ແລະ ເປັນຄັ້ງທຳອິດ ທີ່ຄົນລາວສາມາດກູ້ຢືມໄດ້ໂດຍບໍ່ມີຫຼັກຊັບ ຫຼື ຜູ້ຄ້ຳປະກັນ ຖືວ່າເປັນອີກກ້າວໜຶ່ງຂອງກຸງສີ ໃນການໃຫ້ບໍລິການດ້ານການເງິນທີ່ດີທີ່ສຸດສຳລັບສັງຄົມລາວ ກຸງສີ ມັນນີລາວ ເປັນເຈົ້າຂອງໂດຍ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ ຫຼື “ກຸງສີ ລິດຊິ້ງລາວ” ສ້າງຕັ້ງຂຶ້ນໃນປີ 2014 ແລະ ເຕີບໂຕຢ່າງໄວທີ່ຄຽງຄູ່ກັບເສດຖະກິດລາວ ກຸງສີລິດຊິ້ງລາວ ໄດ້ສະເໜີຜະລິດຕະພັນ ແລະ ການບໍລິການດ້ານການເງິນຫຼາຍຮູບແບບ ທີ່ຖືກອອກແບບໂດຍສະເພາະ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວ.

ກຸງສີມັນນີລາວ ມີທຶນຈົດທະບຽນໃນເບື້ອງຕົ້ນ 9 ຕື້ກີບ ໂດຍໃຫ້ບໍລິການລູກຄ້າທົ່ວໄປ ຜູ້ທີ່ມີລາຍຮັບໜ້ອຍກໍສາມາດເຂົ້າເຖິງໄດ້ ໂດຍບໍ່ມີຫຼັກຊັບຄ້ຳປະກັນ ພຽງແຕ່ມີບັດປະຈຳຕົວ ໜັງສືຜ່ານແດນ ຫຼື ປື້ມສຳມະໂນຄົວ ໃບຢັ້ງຢືນເງິນເດືອນ (ສຳລັບພະນັກງານທີ່ມີເງິນເດືອນປະຈຳ) ສ່ວນລູກຄ້າທີ່ບໍ່ມີເງິນເດືອນ ກໍສາມາດເອົາບັດປະຈຳຕົວ ໜັງສືຜ່ານແດນ ຫຼື ສຳມະໂນຄົວ ແລະ ຈະມີການປະເມີນລາຍຮັບແຕ່ລະເດືອນຂອງລູກຄ້າ ຜູ້ໜຶ່ງສາມາດຢືມໄດ້ 3 ເທົ່າຂອງເງິນເດືອນ ຫຼື ລາຍຮັບ ໂດຍອະນຸມັດເລີ່ມແຕ່ 1 ລ້ານ-50 ລ້ານກີບ ອີງຕາມຄວາມເໝາະສົມຂອງລາຍຮັບ ພາຍຫຼັງປະກອບເອກະສານແລ້ວ ຈະໄດ້ເງິນພາຍໃນ 1-3 ວັນ ທ່ານໃດຕ້ອງການສາມາດຮັບແບບຟອມສະໝັກເງິນກູ້ສ່ວນບຸກຄົນ ທີ່ສຳນັກງານກຸງສີມັນນີລາວ ຫຼື ທາງ online ທີ່ www.facebook.com/krugnsrimoneylaos.