ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ວັນທີ 28 ກໍລະກົດ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ວິໄລວົງ ບຸດດາຄຳ ໄດ້ລາຍງານວ່າ: ເສດຖະກິດແຂວງຈຳປາສັກ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂົງເຂດວັດທະນະທຳ-ສັງຄົມ ໄດ້ຮັບການບູລະນະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຫັນເປັນຂອງທົ່ວປວງຊົນຮອບດ້ານ ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ຊົນນະບົດ ຊີວິດການເປັນຢູ່ຂອງປະຊາຊົນ ທະຫານ ຕຳຫຼວດ ໄດ້ຮັບການປັບປຸງ-ຍົກລະດັບໃຫ້ດີຂຶ້ນເປັນກ້າວໆ ຄວາມທຸກຍາກຫຼຸດລົງ ເຮັດໃຫ້ຄວາມຫຼຸດໂຕນກັນລະຫວ່າງຊົນນະບົດກັບຕົວເມືອງຫຍັບມໍ່ເຂົ້າກັນເທື່ອລະກ້າວ 6 ເດືອນຕົ້ນປີ 2020 ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດແຂວງຈຳປາສັກພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ມີພຽງແຕ່ຂະແໜງກະສິກຳທີ່ສາມາດບັນລຸໄດ້ຕາມແຜນການ ສ່ວນການຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ປັດຈຸບັນພວມຢູ່ໃນໄລຍະກະກຽມຢ່າງເຄັ່ງຮ້ອນ ເພື່ອກຽມຄວາມພ້ອມຮອບດ້ານ ເຊິ່ງຄາດວ່າຈະເປີດກອງປະຊຸມດັ່ງກ່າວໃນທ້າຍເດືອນຕຸລາຫາຕົ້ນເດືອນພະຈິກ 2020.
ໂອກາດນີ້ ທ່ານຮອງນາຍົກໄດ້ເນັ້ນໃຫ້ການນຳແຂວງຈຳປາສັກ ເອົາໃຈໃສ່ນຳພາ-ຊີ້ນຳການພັດທະນາເສດຖະກິດຂອງແຂວງໃຫ້ມີຄວາມເຂັ້ມແຂງ ໝັ້ນຄົງ ສາມາດກຸ້ມຕົນເອງ ໂດຍສະເພາະໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມທະວີການຊຸກຍູ້ປະຊາຊົນທຳການຜະລິດເປັນສິນຄ້າ ເພື່ອສະໜອງໃຫ້ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມດຸ່ນດ່ຽງໃນການຂະຫຍາຍຕົວໃຫ້ຂະແໜງການອື່ນ ເພື່ອຮັກສາຈັງຫວະການເຕີບໂຕຂອງເສດຖະກິດບໍ່ໃຫ້ຫຼຸດລົງຕື່ມອີກ ເອົາໃຈໃສ່ເປັນພິເສດໃນການເຝົ້າລະວັງ-ປ້ອງກັນພະຍາດໂຄວິດ-19 ໂດຍການເຜີຍແຜ່ ແລະ ໃຫ້ຂໍ້ມູນກ່ຽວກັບວິທີປ້ອງກັນແກ່ປະຊາຊົນດ້ວຍຫຼາຍວິທີ ສ່ວນການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ເອົາໃຈໃສ່ວຽກງານຂະບວນການ ເປັນຕົ້ນຂະບວນການທຳການຜະລິດຂອງປະຊາຊົນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂະບວນຕ່າງໆຂອງມະຫາຊົນ ໃຫ້ຕິດແທດກັບຂະບວນການຮັກຊາດ ແລະ ພັດທະນາ ດ້ານເນື້ອໃນໃຫ້ສົມທົບກັບສູນກາງ ເບິ່ງຄືນຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ ຮ່າງບົດສຳຫຼວດການນຳພາໃຫ້ແທດເໝາະກັບສະພາບຕົວຈິງ ການຄັດເລືອກບຸກຄະລາກອນຕ້ອງໃຫ້ສົມສ່ວນ ຮັບປະກັນຄຸນນະພາບ ແລະ ເປັນແບບຢ່າງໃຫ້ສະມາຊິກພັກ ພະນັກງານ ແລະ ມະຫາຊົນ.
ນອກນີ້ ທ່ານ ບຸນທອງ ຈິດມະນີ ຍັງໄດ້ມອບລົດຈັກ 4 ຄັນ ຄອມພິວເຕີ ແລະ ເຄື່ອງພິມ 7 ຊຸດ ໃຫ້ຄະນະກວດກາພັກ ແລະ ອົງການກວດກາແຂວງຈຳປາສັກ ແລະ ໄດ້ໄປຢ້ຽມຊົມໂຄງການເຂື່ອນໄຟຟ້າດອນສະໂຮງ ແລະ ຢ້ຽມຊົມຊົນລະປະທານທີ່ກໍ່ສ້າງ ໂດຍໂຄງການເຂື່ອນໄຟຟ້າດອນສະໂຮງ ເພື່ອສະໜອງນ້ຳໃຫ້ປະຊາຊົນທຳການຜະລົດກະສິກຳທັງລະດູແລ້ງ-ລະດູຝົນ ແລະ ຢ້ຽມຊົມເຂດເສດຖະກິດພິເສດ ມະຫານາທີສີທັນດອນຕື່ມອີກ.