ຫາລືກະກຽມເປີດກອງປະຊຸມທຸລະກິດທ່ອງທ່ຽວ ນວ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ເພື່ອ​ກະ­ກຽມ​ເປີດ​ກອງ​ປະ­ຊຸມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 29 ກໍ­ລະ­ກົດ 2020 ຢູ່​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ມີ​ທ່ານ ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ທ່ານ ບົວ​ຂາວ ພົມ​ສຸ­ວັນ ປະ­ທານ​ທີ່​ປຶກ­ສາ ສະ­ມາ­ຄົມ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ລາວ ແລະ ກຸ່ມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນວ ທ່ານ ຄຳ​ຄູນ ໃບ​ລາ​ຕຣີ ຮອງ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ທ່ານ​ຮອງ​ປະ­ທານ​ສະ­ມາ­ຄົມ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ປຶກ­ສາ​ຫາ­ລື​ກັນ​ຫຼາຍ​ບັນ­ຫາ ໂດຍ​ສະ­ເພາະ​ການ​ຫ້າງ​ຫາ​ກະ­ກຽມ​ເນື້ອ​ໃນ​ກອງ​ປະ­ຊຸມ ພາຍ­ຫຼັງ​ເກີດ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພ້ອມ​ທັງ​ຫາ­ລື​ການ​ປັບ­ປຸງ​ຮ່າງ​ກົດ​ລະ­ບຽບ​ຂອງ​ກຸ່ມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນວ ວ່າ​ຈຸດ​ໃດ​ທີ່​ເຫັນ​ວ່າ​ເນື້ອ​ໃນ​ຍັງ​ບໍ່​ທັນ​ສອດ­ຄ່ອງ ເພື່ອ​ນຳ​ມາ​ປັບ­ປຸງ​ແກ້​ໄຂ​ຕໍ່​ໄປ.

ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ກ່າວ​ວ່າ: ຜ່ານ​ການ​ຮັບ​ຟັງ​ການ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ສອງ​ຝ່າຍ ໂດຍ​ພື້ນ­ຖານ​ແລ້ວ ພະ​ແນກ ຖວ​ທ ນວ ເຫັນ​ດີ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເປີດ​ກອງ​ປະ­ຊຸມ​ດັ່ງ­ກ່າວ ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ກຸ່ມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນວ ແລະ ພະ​ແນກ ຖວ​ທ ນວ ໃນ​ນີ້ ພວກ​ເຮົາ​ອາດ​ຈະ​ເຊື້ອ​ເຊີນ​ສະ­ມາ­ຄົມ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ລາວ ກົມ​ທີ່​ກ່ຽວ­ຂ້ອງ ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ​ໃນ​ການ​ປຶກ­ສາ​ຫາ­ລື ພ້ອມ​ທັງ​ຮັບ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ບັນ­ດາ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ທ່ອງ​ທ່ຽວ ເພື່ອ​ຫາ​ວີ​ທີ​ແກ້​ໄຂ​ໃນ​ອະ­ນາ­ຄົດ.

ສຳ­ລັບ​ເນື້ອ​ໃນ​ວາ­ລະ​ກອງ​ປະ­ຊຸມ​ຈະ​ແບ່ງ​ອອກ​ເປັນ 2 ເນື້ອ​ໃນ​ຫຼັກ​ຄື: ຮ່ວມ​ກັນ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ວິ­ທີ​ທາງ​ແກ້​ໄຂ​ຊ່ວຍ­ເຫຼືອ ບັນ­ດາ​ບໍ­ລິ­ສັດ​ທຸ­ລະ​ກິດ​ທ່ອງ​ທ່ຽວ ພາຍ­ຫຼັງ​ທີ່​ເກີດ​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ບັນ­ດາ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ທ່ອງ​ທ່ຽວ ມີ​ຜົນ​ກະ­ທົບ​ຫຼາຍ​ໜ້ອຍ​ຊ່ຳ​ໃດ ແລະ ພວກ​ເຮົາ​ຈະ​ມີ​ວິ­ທີ​ຊ່ວຍ­ເຫຼືອ​ກັນ​ແນວ­ໃດ ສ່ວນ​ເນື້ອ​ໃນ​ທີ​ສອງ ແຜນ­ການ​ປັບ­ປຸງ​ການ­ຈັດ­ຕັ້ງ ກໍ​ຄື​ການ​ຜ່ານ​ຮ່າງ​ລະ­ບຽບ ແລະ ສະ­ເໜີ​ສິດ­ຜົນ­ປະ­ໂຫຍດ ເພື່ອ​ລະ­ດົມ​ເອົາ​ບັນ­ດາ​ຜູ້​ປະ­ກອບ​ການ ເຂົ້າ​ມາ​ເປັນ​ຄະ­ນະ​ບໍ­ລິ­ຫານ​ງານ​ກຸ່ມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນວ ສ່ວນ​ວັນ ແລະ ເວ­ລາ​ເປີດ​ກອງ​ປະ­ຊຸມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ນວ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໄວໆ​ນີ້.

error: Content is protected !!