ແມ່ຍິງເມືອງສີໂຄດຕະບອງ ຖືເອົາຂໍ້ແຂ່ງຂັນ 3 ດີ ຕິດພັນກັບທຸກຂະບວນການ

ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ແລະ ຮັບ­ຮອງ​ເມືອງ​ສີ​ໂຄດ​ຕະ­ບອງ ເປັນ​ເມືອງ​ສະ­ຫະ­ພັນ​ແມ່­ຍິງ 3 ດີ ປະ­ຈຳ​ປີ 2015-2020 ຈັດ​ຂຶ້ນ​ວັນ​ທີ 28 ກໍ­ລະ­ກົດ 2020 ຢູ່​ສະ­ໂມ­ສອນ​ປົກ­ຄອງ​ເມືອງ​ສີ​ໂຄດ​ຕະ­ບອງ ໂດຍ​ມີ​ທ່ານ ວິ­ລະ​ສັກ ນາມ​ມຸນ­ຕີ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ທ່ານ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ສີ​ໂຄດ​ຕະ­ບອງ ມີ​ບັນ­ດາ​ອະ­ດີດ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ ປ້າ​ອາ­ວຸ­ໂສ ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ​ນາງ ອາ​ລຸນ​ນີ ສີ​ພາ​ຄຳ ປະ­ທານ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ ຂອງ​ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ສີ​ໂຄດ​ຕະ­ບອງ ໃນ​ໄລ­ຍະ 5 ປີ­ຜ່ານ­ມາ (2015-2020) ບາງ​ຕອນ​ວ່າ: ສະ­ຫະ­ພັນ​ແມ່­ຍິງ​ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ ຂອງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄື: ພົນ­ລະ­ເມືອງ​ດີ ພັດ­ທະ­ນາ​ດີ ສ້າງ​ຄອບ­ຄົວ​ດີ ຕິດ​ພັນ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 3 ສ້າງ ຂະ​ບວນ​ການ​ແຂ່ງ­ຂັນ​ຮັກ​ຊາດ ແລະ ພັດ­ທະ­ນາ ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ​ໜັກ​ແໜ້ນ ສ້າງ​ຄອບ­ຄົວ ແລະ ບ້ານ​ພັດ­ທະ­ນາ ບ້ານ​ແບບ­ຢ່າງ​ສາ­ທາ­ລະ­ນະ​ສຸກ ບ້ານ​ວັດ­ທະ­ນະ­ທຳ ບ້ານ​ປອດ​ຄະ­ດີ ຕ້ານ ແລະ ສະ­ກັດ​ກັ້ນ​ປະ­ກົດ​ການ​ຫຍໍ້­ທໍ້ ນະ­ໂຍ­ບາຍ 6 ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ສະ­ຫະ­ພັນ​ແມ່­ຍິງ​ພວກ​ເຮົາ ໄດ້​ນຳ­ພາ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ຢູ່​ແຕ່​ລະ​ຮາກ​ຖານ​ບ້ານ ຮາກ​ຖານ​ໂຮງ­ຮຽນ ຮາກ​ຖານ​ຫ້ອງ­ການ​ອ້ອມ​ຂ້າງ ໜ່ວຍ​ຫ້ອງ­ການ ແລະ ໜ່ວຍ​ໂຮງ­ຮຽນ ເກັບ​ກຳ​ຂໍ້​ມູນ ແລະ ວາງ​ແຜນ​ເພື່ອ​ເປີດ​ຂະ​ບວນ​ການ​ແຂ່ງ­ຂັນ​ເຜີຍ­ແຜ່​ເນື້ອ​ໃນ​ຂໍ້​ແຂ່ງ­ຂັນ 3 ດີ ໃຫ້​ບັນ­ດາ​ກຸ່ມ​ເປົ້າ​ໝາຍ.

error: Content is protected !!