ການຊົມໃຊ້ໃນຄົວເຮືອນຂອງຄົນລາວ ຢູ່ໃນລະດັບ 2,6 ລ້ານກີບຕໍ່ເດືອນ

ກອງ​ປະ­ຊຸມ​ປະ­ກາດ​ຜົນ​ການ​ສຳ​ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ໃນ​ລາວ ຄັ້ງ​ທີ 6 ໄລ­ຍະ​ປີ 2018-2019 ຈັດ​ຂຶ້ນ​ວັນ​ທີ 28 ກໍ­ລະ­ກົດ 2020 ທີ່​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ໂດຍ​ເປັນ​ປະ­ທານ​ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ມີ​ທ່ານ​ນາງ ພອນ​ສະ​ຫຼີ ສຸກ​ສະ​ຫວັດ ຮອງ​ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ບັນ­ດາ​ຫົວ­ໜ້າ​ກົມ ຮອງ​ກົມ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ພອນ​ສະ​ຫຼີ ສຸກ​ສະ​ຫວັດ ກ່າວ​ວ່າ: ການ​ສຳ​ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ໃນ​ລາວ ແມ່ນ​ການ​ສຳ​ຫຼວດ​ຕົວ​ແທນ​ຂະ­ໜາດ​ໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ ກໍ​ຄື​ກະ­ຊວງ​ແຜນ­ການ ແລະ ການ​ລົງ​ທືນ ມອບ​ໃຫ້​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ເຊິ່ງ​ໄດ້​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ທຸກໆ 5 ປີ ເລິ່ມ​ແຕ່​ປີ 1992-1993 ເປັນ­ຕົ້ນ​ມາ ຕາມ​ແຜນ​ຍຸດ​ທະ​ສາດ​ພັດ­ທະ­ນາ​ລະ­ບົບ​ສະ­ຖິ­ຕິ​ແຫ່ງ​ຊາດ​ແຕ່​ລະ​ໄລ­ຍະ ເພື່ອ​ຕອບ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ທີ່​ຄົບ​ຖ້ວນ ມີ​ຄຸນ​ນະ​ພາບ ແລະ ບັນ­ດາ​ຕົວ​ຊີ້​ບອກ​ໃຫ້​ແກ່​ການ​ຕີ​ລາ­ຄາ-ປະ​ເມີນ​ຜົນ­ສຳ­ເລັດ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່ນ​ໃນ​ແຕ່​ລະ​ໄລ­ຍະ ລວມ​ທັງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ ພັດ­ທະ­ນາ​ແບບ​ຍືນ​ຍົງ​ໃຫ້​ມີ​ຜົນ­ສຳ­ເລັດ​ເທື່ອ​ລະ​ກ້າວ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ເກັບ​ກຳ​ຂໍ້​ມູນ​ສຳ​ຫຼວດ​ຕົວ​ຈິງ ຊີ້​ໃຫ້​ເຫັນ​ວ່າ ດ້ານ​ຄຸນ​ລັກ­ສະ­ນະ​ຂອງ​ຄົວ​ເຮືອນ ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ ປີ 2018-2019 ຈຳ­ນວນ​ຄົວ​ເຮືອນ​ໃນ​ລາວ ມີ​ທັງ​ໝົດ​ປະ­ມານ 1,2 ລ້ານ​ກວ່າ​ຄົວ​ເຮືອນ ມີ​ຂະ­ໜາດ​ຂອງ​ຄົວ​ເຮືອນ​ສະ­ເລ່ຍ​ແມ່ນ 4,7 ຄົນ​ຕໍ່​ຄົວ​ເຮືອນ ທຽບ­ໃສ່​ໃນ​ປີ 2012-2013 ຫຼຸດ​ລົງ 5,2 ຄົນ ໃນ​ນີ້ ອາ­ໄສ​ຢູ່​ໃນ​ຕົວ​ເມືອງ​ມີ 34,8% ອາ­ໄສ​ໃນ​ຊົນ­ນະ­ບົດ​ທີ່​ມີ​ຫົນ­ທາງ 58,8% ແລະ ອາ­ໄສ​ໃນ​ຊົນ­ນະ­ບົດ​ທີ່​ບໍ່​ມີ​ເສັ້ນ­ທາງ 6,6% ການ​ຊົມ­ໃຊ້​ຕໍ່​ເດືອນ​ຂອງ​ຄົວ​ເຮືອນ​ຄົນ​ລາວ ສະ­ເລ່ຍ​ຢູ່​ໃນ​ລະ­ດັບ 2,63 ລ້ານ​ກີບ ເພີ່ມ​ຂຶ້ນ​ຈາກ 2,05 ລ້ານ​ກີບ​ໃນ​ປີ 2012-2013 ໃນ​ນັ້ນ ການ​ຊົມ­ໃຊ້​ໝວດ​ສະ­ບຽງ​ອາ­ຫານ ຍັງ​ກວມ​ເອົາ​ອັດ­ຕາ​ເພີ່ມ​ຂຶ້ນ​ຈາກ 70,4% ເປັນ 73,6% ການ​ຊົມ­ໃຊ້​ຜົນ​ຜະ­ລິດ​ຂອງ​ຕົວ​ເອງ ຫຼຸດ​ລົງ​ຈາກ 39,9%ໃນ 5 ຜ່ານ​ມາ​ເປັນ 34,8% ການ​ບໍ­ລິ­ໂພກ​ເຂົ້າ ຫຼຸດ​ລົງ​ຈາກ 34,2% ໃນ 5 ປີ­ຜ່ານ­ມາ ເປັນ30,8% ໃນ​ປີ 2018-2019.

ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ດ້ານ​ສຶກ​ສາ ແລະ ສາ­ທາ­ລະ­ນະ​ສຸກ ການ​ຜະ­ລິດ ແລະ ກິດ­ຈະ­ກຳ​ທຸ­ລະ​ກິດ​ຂອງ​ຄົວ​ເຮືອນ ການ​ນຳ​ໃຊ້​ເວ­ລາ ແລະ ຄວາມ­ທຸກ​ຍາກ​ໃນ​ລາວ ຜົນ​ສຳ​ຫຼວດ​ຊີ້​ໃຫ້​ເຫັນ​ວ່າ ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ລາວ​ແມ່ນ​ນັບ​ມື້​ດີ​ຂື້ນ​ເປັນ​ກ້າວໆ ເມື່ອ​ທຽບ­ໃສ່ 5 ປີ ຜ່ານ​ມາ ອັດ­ຕາ​ສ່ວນ​ຄວາມ­ທຸກ​ຍາກ​ຢູ່​ໃນ​ລາວ ຫຼຸດ​ລົງ​ຈາກ 23,2% ໃນ​ປີ 2012-2013 ເປັນ 18,3% ໃນ​ປີ 2018-2019.

ພາຍ­ຫຼັງ​ການ​ປະ­ກາດ​ຜົນ​ຂອງ​ການ​ສຳ​ຫຼວດ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ຍັງ​ໄດ້​ສະ­ແດງ​ຄວມ​ຂອບ­ໃຈ​ຕໍ່​ການ­ຈັດ­ຕັ້ງ​ທຸກ​ຂັ້ນ ນັບ​ແຕ່​ສູນ​ກາງ​ຮອດ​ທ້ອງ­ຖິ່ນ​ທີ່​ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ສຳ​ຫຼວດ​ການ​ໃຊ້​ຈ່າຍ ແລະ ການ​ຊົມ­ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ຄັ້ງ​ທີ​ນີ້ ມີ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ.

error: Content is protected !!