ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ແລະ ຫ້ອງການອຸດສາຫະກຳ – ການຄ້າ ເມືອງນາຊາຍທອງ ໄດ້ລົງກວດກາບັນດາຮ້ານທີ່ຈຳໜ່າຍສິນຄ້ານຳເຂົ້າບໍ່ຖືກຕ້ອງ ເປັນປະເພດຈານດາວທຽມ ໃນວັນທີ 28 ກໍລະກົດ 2020 ທີ່ເຂດບໍລິເວນຕະຫຼາດສົງເປືອຍ ແລະ ເຂດຕະຫຼາດຫົວຂົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸກສະຫວາດ ແກ້ວຫາວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະເຈົ້າໜ້າທີ່ ແລະ ພະນັກງານວິຊາການກ່ຽວຂ້ອງ.

ທ່ານ ສຸກສະຫວາດ ແກ້ວຫາວົງ ກ່າວວ່າ: ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1989/ຫສນຍ ລົງວັນທີ 14/12/2017 ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2018 ເປັນຕົ້ນມາ ເຊິ່ງໃນໄລຍະຕົ້ນປີ 2020 ມາຮອດປັດຈຸບັນ ໄດ້ລົງກວດກາສິນຄ້າດັ່ງກ່າວ ໃນນະຄອນຫຼວງວຽງຈັນໄດ້ທັງໝົດ 60 ກວ່າຮ້ານ ສາມາດຢຶດສິນຄ້າເປັນປະເພດດາວທຽມທີ່ບໍ່ຖືກຕ້ອງຕາມກົດໝາຍ ລວມມູນຄ່າ 160 ລ້ານກວ່າກີບ ພ້ອມດຽວກັນນັ້ນ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ຈົນກວ່າສິນຄ້າດັ່ງກ່າວຈະໄດ້ຈຳໜ່າຍຖືກຕ້ອງຕາມກົດໝາຍ ໃນທົ່ວນະຄອນຫຼວງວຽງຈັນ.

