ບ້ານສວນມະນີຈັນ ເປີດບໍລິການ 6 ວັນຕໍ່ອາທິດ

ທ່ານ ນາງ ມະ­ນີ​ຈັນ ຜັນ​ຫວາດ​ວົງ​ສຸກ ເຈົ້າ​ຂອງ​ບ້ານ​ສວນ​ມະ­ນີ​ຈັນ ໃຫ້​ສຳ­ພາດ​ວັນ​ທີ 28 ກໍ­ລະ­ກົດ 2020 ວ່າ: ເພື່ອ​ຕອບ​ສະ­ໜອງ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າ ​ທີ່​ມາ​ທ່ຽວ​ຊົມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ບ້ານ​ສວນ​ມະ­ນີ​ຈັນ ​ທີ່​ຕັ້ງ​ຢູ່​ບ້ານ​ດ່ານ​ຊ້າງ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ມາ​ຮຽນ​ຮູ້​ເຮັດ​ອາ​ຫາຍ​ພື້ນ​ບ້ານ ມາ​ຮັບ​ປະ­ທານ​ອາ­ຫານ​ຕອນ​ທ່ຽງ ແລະ ຕອນ​ແລງ ຊົມ​ກິດ­ຈະ­ກຳ​ສິ­ລະ​ປະ​ຊົນ­ເຜົ່າ ນຸ່ງ​ເຄື່ອງ​ຊຸດ​ຊົນ­ເຜົ່າ​ໄຕ​ແດງ ແລະ ຖ່າຍ­ຮູບ ເຊິ່ງ​ເປີດ​ບໍ­ລິ­ການ​ມາ​ແຕ່​ວັນ​ທີ 13 ມິ­ຖຸ­ນາ 2020 ອາ­ທິດ​ໜຶ່ງ​ສອງ​ຄັ້ງ​ຄື ວັນ​ເສົາ ແລະ ວັນ​ອາ­ທິດ ເວ­ລາ 9-19:00 ໂມງ ເພື່ອ​ສົ່ງ­ເສີມ​ລາວ​ທ່ຽວ​ລາວ ໃຊ້​ວິ​ກິດ​ພະ­ຍາດ​ໂຄ​ວິດ-19 ເປັນ​ໂອ­ກາດ ມາ​ຮອດ​ວັນ​ທີ 28 ກໍ­ລະ­ກົດ 2020 ບ້ານ​ສວນ​ມະ­ນີ​ຈັນ​ໄດ້​ຍົກ​ລະ­ດັບ​ເພີ່ມ​ຈຳ­ນວນ​ມື້​ເປີດ​ບໍ­ລິ­ການ​ຈາກ 2 ວັນ​ເປັນ 6 ວັນ​ຕໍ່​ອາ​ທີດ ແຕ່​ວັນ​ອັງ­ຄານ​ຫາ​ວັນ​ອາ­ທິດ ພັກ​ວັນ​ດຽວ​ຄື​ວັນ​ຈັນ​ເທົ່າ​ນັ້ນ.

ດັ່ງ­ນັ້ນ ຜູ້​ທີ່​ຕ້ອງ­ການ​ໄປ​ທ່ຽວ​ຊົມ ໄປ​ຮັບ​ປະ­ທານ​ອາ­ຫານ​ທ່ຽງ ອາ­ຫານ​ແລງ ຈັດ​ກອງ​ປະ­ຊຸມ​ຂະ­ໜາດ​ນ້ອຍ ແລະ ຮ່ວມ​ກິດ­ຈະ­ກຳ​ຕ່າງໆ ກໍ​ສາ­ມາດ​ໄປ​ໄດ້​ຕາມ​ວັນ​ເວ­ລາ​ດັ່ງ­ກ່າວ ທາງ​ເຂົ້າ​ສະ­ຖານ­ທີ່​ບ້ານ​ສວນ​ມະ­ນີ​ຈັນ​ເບື້ອງ​ເສັ້ນ­ທາງ​ນາ​ທົ່ມ-ໂນນ​ແສງ​ຈັນ-ໄຟ​ອຳ­ນາດ​ໂນນ​ສະ­ອາດ-ລາດ​ຄວາຍ ເມືອງ​ໄຊ​ທາ­ນີ.

error: Content is protected !!