ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ການຜະລິດກະສິກຳຢູ່ຟາມພັນເພັດ

    ວັນທີ 24 ກໍລະກົດ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ)  ພ້ອມຄະນະໄດ້ລົງຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມການດຳເນີນທຸລະກິດຂອງບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານນາໄຮ່ ເມືອງຫາດຊາຍຟອງ ນວ ຖືກຕ້ອນຮັບຈາກທ່ານ ທອງສະຫວັນ ມີບຸນ ສະມາຊິກສະພາປະຊາຊົນ ນວ ຊຸດທີ 1 ປະທານບໍລິສັດພັນເພັດພັດທະນາກະສິກຳ ຈຳກັດຜູ້ດຽວ ປະທານສະມາຄົມໂຮງສີເຂົ້າ ນວ ພ້ອມດ້ວຍພັນລະຍາ ມີທ່ານເຈົ້າເມືອງຫາດຊາດຟອງ ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ບັນດາຫົວໜ້າຫ້ອງການ ແລະ ຫົວໜ້າຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

      ໂອກາດນີ້ ທ່ານປະທານບໍລິສັດໄດ້ລາຍງານສະພາບການດຳເນີນທຸລະກິດຂອງບໍລິສັດນັບແຕ່ສ້າງ ຕັ້ງປີ 2009 ເປັນຕົ້ນມາ ຍົກໃຫ້ເຫັນດ້ານສະດວກ ຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າ ໂດຍສະເພາະ ບໍລິສັດໄດ້ສະເໜີສອງບັນຫາໃຫຍ່ຄື: ສະພາບການສະໜອງນໍ້າຊົນລະປະທານໃຫ້ແກ່ເນື້ອທີ່ທຳການຜະລິດ ເນື່ອງຈາກປັດຈຸບັນ ດິນຟ້າອາກາດບໍ່ອຳນວຍຄວາມສະດວກ ຢາກໃຫ້ຂະແໜງການກ່ຽວຂ້ອງຊຸກຍູ້ສ້ອມແປງຊົນລະປະທານທີ່ເປ່ເພໃຫ້ສາມາດສະໜອງນໍ້າໄດ້ສອງລະດູການຜະລິດ ແລະ ສະເໜີກູ້ຢືມເງິນດອກເບ້ຍຜ່ອນຜັນເພື່ອນຳມາເປັນທຶນ ເນື່ອງຈາກບໍລິສັດເປັນຕົວແບບແຫ່ງຊາດດ້ານການກະສິກຳຜ່ານມາ ກໍຄືປັດຈຸບັນ ບໍລິສັດໄດ້ມີເນື້ອທີ່ຟາມຂອງຕົນເອງ 30 ເຮັກຕາເພື່ອເປັນຕົວແບບການຜະລິດເຂົ້າ ແລະ ຜະລິດແນວພັນເຂົ້າສະໜອງໃຫ້ສະມາຊິກ ສົ່ງເສີມຊາວກະສິກອນຜະລິດເຂົ້າເປັນສິນຄ້າດ້ວຍນະໂຍບາຍສອງບວກສາມຂອງລັດຖະບານ ນຳໃຊ້ເຄື່ອງກົນຈັກກະສິກຳທີ່ທັນສະໄໝເຂົ້າໃນການຜະລິດແບບຄົບວົງຈອນ ນັບແຕ່ຂອດຕົກກ້າຈົນຮອດການເກັບກູ້ຜົນຜະລິດ ແລະ ລົບລ້າງໄຮ່ນານ້ອຍເປັນໄຮ່ນາໃຫຍ່ ເພື່ອຫຼຸດຜ່ອນແຮງງານຄົນ ແລະ ຕົ້ນທຶນການຜະລິດຕໍ່າ ເພື່ອໃຫ້ຊາວກະສິກອນມີກຳໄລ ແລະ ອື່ນໆ ປັດຈຸບັນໄດ້ມີຊາວກະສິກອນເປັນສະມາຊິກບໍລິສັດຈຳນວນຫຼວງຫຼາຍ ແລະ ມີເນື້ອທີ່ການຜະລິດຫຼາຍຮ້ອຍເຮັກຕາ ແຕ່ສິ່ງສຳຄັນ ປັດຈຸບັນບໍລິສັດຍັງຂາດທຶນຮອນເພື່ອມາລົງທຶນສ້າງໂຮງອົບເຂົ້າເປືອກ ສ້າງສາງເຢັນເກັບມ້ຽນເຂົ້າເປືອກ ສາມາດຮັກສາໄດ້ 2 ປີ ທຶນໝູນວຽນເກັບຊື້ຜົນຜະລິດນຳສະມາຊິກ ແລະ ອື່ນໆ ນອກຈາກໂຄງການປູກເຂົ້າແລ້ວ

ບໍລິສັດຍັງສົ່ງເສີມຊາວກະສິກອນປູກໝາກພ້າວ 10.000 ຕົ້ນໃສ່ດິນເປົ່າຫວ່າງ ລ້ຽງໄກ່ລາດ ລ້ຽງກົບ ລ້ຽງປາ ແລະ ອື່ນໆຕື່ມອີກ ສ່ວນຄວາມຕ້ອງການທຶນປະມານ 100 ຕື້ກີບ ແລະ ໃນຜ່ານມາ ບໍລິສັດໄດ້ສະເໝີໄປຍັງພາກສ່ວນກ່ຽວຂ້ອງ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ສະພາແຫ່ງຊາດ ລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ ແຕ່ບໍ່ທັນໄດ້ຄຳຕອບວ່າຊິໄດ້ແຫຼ່ງທຶນຈາກແຫຼ່ງໃດ ມີແຕ່ລໍຖ້າມາເລື້ອຍໆເກືອບ 2-3 ປີແລ້ວ ຖ້າຫາກໄດ້ແຫຼ່ງທຶນຕາມທີ່ຕ້ອງການຂອງບໍລິສັດຈະເຮັດຂະບວນການຜະລິດຂອງຊາວນາເປັນຂະບວນຟົດຟື້ນ ສາມາດຜະລິດເຂົ້າເປັນຈຳນວນຫຼວງຫຼາຍສະໜອງໃຫ້ຕະຫຼາດພາຍໃນ ແລະ ຕ່າງປະເທດ ໂຮງງານອຸດສາຫະກຳ ເປັນຕົ້ນໂຮງງານເບຍ ແລະ ໂຮງງານໝີ່ເຂົ້າປຸ້ນ ເວລານັ້ນ ຈະເຮັດໃຫ້ຊາວນາມີລາຍຮັບຈາກການຂາຍເຂົ້າປີໜຶ່ງຫຼາຍຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຕາມແນວທາງນະໂຍບາຍຂອງພັກ ເຊິ່ງຜ່ານມາ ຂະແໜງການກ່ຽວຂ້ອງຂອງກະຊວງ ແລະ ນວ ໄດ້ມາຊຸກຍູ້ສົ່ງເສີມດ້ານວິຊາການຢ່າງຕໍ່ເນື່ອງ.

    ພາຍຫຼັງທີ່ຮັບຟັງການລາຍງານຈາກປະທານບໍລິສັດ ທ່ານເຈົ້າຄອງ ນວ ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງຂອງ ນວ ມີຄຳຕອບອະທິບາຍໃຫ້ບໍລິສັດ ເປັນຕົ້ນທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານຫົວໜ້າຂະແໜງຊົນລະປະທານ ແລະ ທ່ານຫົວໜ້າຂະແໜງປູກຝັງ ເພື່ອໃຫ້ມີຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ ຈາກນັ້ນ ທ່ານເຈົ້າຄອງ ນວ ໄດ້ໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດທີ່ສາມາດຮັກສາໄດ້ຟາມຕົວແບບແຫ່ງຊາດ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອເປັນຕົວແບບໄປເລື້ອຍໆ ໂດຍເນັ້ນໃຫ້ບໍລິສັດຜະລິດເຂົ້າເປັນຫຼັກ ແລະ ຜະລິດອັນອື່ນເປັນສຳຮອງ ໂດຍຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ ນວ ຜະລິດເຂົ້າຂາຍເປັນສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ ນຳໃຊ້ວິໄສທັດຂອງບໍລິສັດແບບຍືນຍົງ ແລະ ສິ່ງສຳຄັນໃຫ້ທຸກພາກສ່ວນຂະແໜງການກ່ຽວຂ້ອງຂອງລັດ ຕ້ອງສະໜັບສະໜູນຊຸກຍູ້ບໍລິສັດ ເປັນຕົ້ນຊອກຫາແຫຼ່ງທຶນມາຊ່ວຍບໍລິສັດເພື່ອເຮັດໃຫ້ທຸລະກິດຂອງບໍລິສັດມີຄວາມຍືນຍົງໄປຕະຫຼອດ.

error: Content is protected !!