ສະໂມສອນ ລາວ-ທ໊ອບ ເອັຟຊີ ຈັດພິທີເປີດຕົວຊຸດແຂ່ງ ແລະ ຜູ້ສະໜັບສະໜູນ ຂຶ້ນວັນທີ 24 ກໍ ລະກົດ 2020 ຢູ່ວິທະຍາໄລ ລາວ-ທ໊ອບ ໂດຍມີທ່ານ ພັນທະວິໄລ ນວນຮຸ່ນ ປະທານສະໂມສອນ ລາວ-ທ໊ອບ ເອັຟຊີ ພ້ອມດ້ວຍຄະນະ ຜູ້ໃຫ້ການສະໜັບສະໜູນ ຄູເຝີກ ແລະ ນັກກີລາເຂົ້າຮ່ວມ.
ທ່ານ ພັນທະວິໄລ ນວນຮຸ່ນ ກ່າວວ່າ: ຊຸດແຂ່ງໃນບ້ານ ແລະ ນອກບ້ານຂອງສະໂມສອນ ລາວ-ທ໊ອບ ເອັຟຊີ ລະດູການ 2020 ຖືກອອກແບບ ແລະ ສະໜັບສະໜູນຈາກຮ້ານໄອ ສະປອດ ທີ່ເປັນຜູ້ຜະ ລິດ ແລະ ຈຳໜ່າຍເຄື່ອງກີລາຂອງຄົນລາວ ພ້ອມນີ້ຍັງມີຜູ້ສະໜັບສະໜູນຫຼັກ ແລະ ຄູ່ຮ່ວມມື ເຊັ່ນ: ບໍລິ ສັດ ອີຊູຊູລາວບໍລິການ ຄັບໂປ້ ສະຕູດີໂອ ໂຫຼດແອັດເວີທາຍຊິ້ງ ແລະ ບາຄາສ ເຄື່ອງດື່ມຊູກຳລັງ ເຊິ່ງຈະໃຫ້ການສະໜັບສະໜູນດ້ານຕ່າງໆຂອງສະໂມສອນຈົນຈົບລະດູການ.

ລະດູການນີ້ ລາວ-ທ໊ອບ ເອັຟຊີ ຈັດຢູ່ສາຍ B ປະກອບມີ: ເມືອງຫາດ ຢູໄນເຕັດ ເອສທີທີ ເອັຟຊີ ທີນິຕີ້ ເອສອີຊີ ຢູໄນເຕັດ ເຄວສຢູໄນເຕັດ ແລະ ບີແກ່ນ ຢູໄນເຕັດ ສ່ວນດ້ານການກຽມຄວາມພ້ອມ ເກືອບ 2 ເດືອນຜ່ານມາ ໄດ້ເຝີກຊ້ອມປົກກະຕິ ໂດຍກຳນົດເອົາສະໜາມສັບພະວິຊາ ແລະ ເດີ່ນເຟີລາລີ້ ເປັນສະໜາມຊ້ອມປະຈຳ ແລະ ໄດ້ອຸ່ນເຄື່ອງກັບທີມຕ່າງໆໃນສາຍດຽວກັນ ແລະ ຕ່າງສາຍ ນອກນີ້ຍັງໄດ້ອຸ່ນເຄື່ອງກັບທີມໃນລະດັບລີກ 1 ໄດ້ 6 ຄັ້ງ ແລະ ນັດຕໍ່ໄປຍັງຈະໄດ້ອຸ່ນເຄື່ອງກັບທີມວຽງຈັນ ເອັຟຊີ ຕື່ມອີກ ເພື່ອທົດສອບພາລະກຳລັງຂອງນັກກີລາ ແລະ ກ້າວສູ່ການແຂ່ງຂັນຕົວຈິງ ໂດຍໃຫ້ທີມຕິດ 1 ໃນ4 ຂອງລາວລີກ 2 ແລະ ສູ້ຊົນເຮັດໃຫ້ສະໂມສອນຍົກລະດັບທີມຂຶ້ນໄປຫຼິ້ນໃນລີກ 1 ໃຫ້ໄດ້.