ບໍລິສັດເບຍລາວ ສືບຕໍ່ສົ່ງເສີມການປູກເຂົ້າແບບຍືນຍົງ ຍົກລະດັບມາດຕະຖານກະສິກຳທີ່ດີ ແລະ ການປູກເຂົ້າແບບປຽກສະຫຼັບແຫ້ງ ຮ່ວມກັບກຸ່ມຊາວນາ ແລະ ພາກລັດ


ໃນວັນທີ 8 ກັນຍາ 2026, ທີ່ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກອງປະຊຸມປະຈຳປີກຸ່ມຊາວນາ ພາຍໃຕ້ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ; ໂດຍມີທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ທັງເປັນຜູ້ຊີ້ນຳໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດເບຍລາວ, ມີທ່ານ ຫຼິງຫຼ້ອງ ສິດທິໄຊ ຫົວໜ້າສູນກະສິກຳສະອາດ ແລະ ທ່ານ ດຣ. ສີວຽງແຂກ ພົມມະລາດ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຈາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ , ພ້ອມດ້ວຍກຸ່ມຊາວນາໃນໂຄງການ, ສະຫະກອນ, ຄູ່ຮ່ວມທຸລະກິດ, ບັນດາສື່ມວນຊົນ ພ້ອມພະນັກງານເບຍລາວເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ໄດ້ມີການທົບທວນຄືນຄວາມຄືບໜ້າຂອງໂຄງການ, ການນຳສະເໜີແຜນພັດທະນາຕັ້ງ ແຕ່ການຈັດຕັ້ງກຸ່ມຊາວນາ, ການສົ່ງເສີມການປູກເຂົ້າອິນຊີ ຄວບຄູ່ກັບການນຳເອົາມາດຕະຖານການເຮັດກະສິກຳທີ່ດີ (GAP) ແລະ ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ມານຳໃຊ້ໃນການຜະລິດເຂົ້າໃນໂຄງການ.

ໜຶ່ງໃນວາລະສຳຄັນຂອງກອງປະຊຸມຄັ້ງນີ້ ຄືການສົ່ງເສີມເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ເຊິ່ງເປັນວິທີການຂັງນ້ຳໃນນາເຂົ້າ ໂດຍປ່ອຍໃຫ້ລະດັບນ້ຳຫຼຸດລົງ ແລ້ວຈຶ່ງຕື່ມນ້ຳໃສ່ນາເຂົ້າເປັນໄລຍະ, ເຊິ່ງວິທີດັ່ງກ່າວຈະຊ່ວຍໃຫ້ຫຼຸດຜ່ອນການນຳໃຊ້ນ້ຳ, ແລະ ພະລັງງານໃນການສູບນ້ຳເພື່ອແຈກຢາຍ, ເພີ່ມການຖ່າຍເທອາກາດໃນດິນ ແລະ ຫຼຸດຜ່ອນສະພາບທີ່ເອື້ອອຳນວຍຕໍ່ການເກີດທາດອາຍພິດເຮືອນແກ້ວໃນນາເຂົ້າ.

ໂດຍການນຳສະເໜີຈາກວິຊາການສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ລະບຸວ່າ ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ມີສັກກາຍະພາບໃນການຊ່ວຍຫຼຸດຜ່ອນການນຳໃຊ້ນ້ຳໄດ້ເຖິງ 30% ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄດ້ເຖິງ 50%, ພ້ອມດຽວກັນນັ້ນ ຜົນການທົດລອງໃນ ສປປ ລາວ ຍັງເຮັດໃຫ້ເຫັນວ່າ ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ສາມາດຮັກສາເກນມາດຕະຖານ ແລະ ເພີ່ມຜົນຜະລິດໄດ້ຫຼາຍກວ່າ ເມື່ອທຽບກັບເຕັກນິກການຂັງນ້ຳໃນນາເຂົ້າຢ່າງຕໍ່ເນື່ອງແບບເກົ່າ.

ທ່ານ ຫລິງຫລ້ອງ ສິດທິໄຊ ໄດ້ໃຫ້ຮູ້ວ່າ: “ບໍລິສັດເບຍລາວ ກໍເປັນບໍລິສັດ ທີ່ມີຄວາມເຂັ້ມແຂງໃນການຊຸກຍູ້ສົ່ງເສີມຊາວກະສິກອນ ຊຶ່ງເປັນປັດໄຈຫຼັກທີ່ຊ່ວຍໃຫ້ຊາວກະສິກອນມີລາຍຮັບເພີ່ມ ແລະ ເຮັດໃຫ້ວຽກງານກະສິກຳສະອາດມີຄວາມຍືນຍົງ. ຕໍ່ການນຳເອົາມາດຕະຖານກະສິກຳທີ່ດີ ກໍຄື GAP ໃນການປູກເຂົ້າຂອງ ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດເບຍລາວ ນີ້ ກໍເຫັນວ່າ ເປັນການດຳເນີນງານທີ່ຖືກຕ້ອງ ເນື່ອງຈາກວ່າ ຈະເຮັດໃຫ້ການນຳເອົາ ເຕັກນິກ ຫລື ມາດຕະຖານຂອງກະຊວງກະສິກຳ ກໍຄື ກົມປູກຝັງ ຜັນຂະຫຍາຍລົງສູ່ວຽກງານຕົວຈິງ. ເພາະວ່າທາງ ກະຊວງກະສິກຳ ກໍຄື ກົມປູກຝັງ ຈະມີມະຕິຜັນຂະຫຍາຍວຽກງານກະສິກຳສະອາດ ລົງສູ່ທ້ອງຖິ່ນ ໃຫ້ໄດ້ 1.000 ຄອບຄົວ ໃນປີ 2030. ນີ້ ກໍເປັນອົງປະກອບໜຶ່ງທີ່ທາງ ບໍລິສັດເບຍລາວ ໄດ້ມີຄວາມສຳຄັນໃນການຊຸກຍູ້ສົ່ງເສີມ ຊາວກະສິກອນດັ່ງກ່າວໃຫ້ເກີດຜົນເປັນຈິງ ແລະ ສາມາດນຳເອົາຜົນຜະລິດຂອງຊາວກະສິກອນນັ້ນ ເຂົ້າມາສູ່ການຕະຫຼາດ ເພື່ອໃຫ້ສູ່ວົງຈອນຂອງບໍລິສັດ.”

ທ່ານ ດຣ. ສີວຽງແຂກ ພົມມະລາດ ກ່າວວ່າ: “ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ ສາມາດຊ່ວຍຫຼຸດການນຳໃຊ້ນ້ຳໄດ້ເກືອບ 50% ແລະ ຊ່ວຍຫຼຸດການປ່ອຍອາຍພິດເຮືອນແກ້ວ ໂດຍບໍ່ເຮັດໃຫ້ຜົນຜະລິດແຕກຕ່າງຈາກວິທີການປູກແບບທົ່ວໄປ. ການເພີ່ມຜົນຜະລິດຍັງຂຶ້ນກັບຫຼາຍປັດໄຈ ເຊັ່ນ: ການເລືອກແນວພັນ, ການໃສ່ຝຸ່ນ, ການປ້ອງກັນພະຍາດ-ແມງໄມ້ ແລະ ວິທີການເກັບກ່ຽວ. ຂະນະດຽວກັນ, ຂໍ້ຈຳກັດສຳຄັນໃນການຂະຫຍາຍເຕັກນິກນີ້ໃນວົງກວ້າງ ແມ່ນລະບົບຊົນລະປະທານ ເນື່ອງຈາກການເຮັດນາປຽກສະຫຼັບແຫ້ງຈຳເປັນຕ້ອງສາມາດຄວບຄຸມນ້ຳໄດ້. ປັດຈຸບັນ ເນື້ອທີ່ນາແຊງທີ່ສາມາດຄວບຄຸມນ້ຳໄດ້ມີປະມານ 12-15% ເທົ່ານັ້ນ. ດັ່ງນັ້ນ ການພັດທະນາ ແລະ ຂະຫຍາຍລະບົບຊົນລະປະທານ ຈຶ່ງເປັນປັດໄຈສຳຄັນທີ່ສຸດເພາະວ່າຖ້າລະບົບຊົນລະປະທານດີ ການຄຸ້ມຄອງນຳໃຊ້ນ້ຳກໍສາມາດເຮັດໄດ້ ເພາະວ່າເຮົາບໍ່ສາມາດໃຫ້ຄອບຄົວໜຶ່ງ ຫຼື ສອງຄອບຄົວເຮັດໄດ້ ຖ້າພື້ນທີ່ນັ້ນບໍ່ເຮັດພ້ອມໆກັນ.”

ຄຽງຄູ່ກັບເຕັກນິກດັ່ງກ່າວ ທາງໂຄງການຍັງໃຫ້ຄວາມສຳຄັນກັບມາດຕະຖານການເຮັດກະສິກຳທີ່ດີ (GAP) ເພື່ອຍົກລະດັບຄຸນນະພາບ ແລະ ຄວາມປອດໄພຂອງຜົນຜະລິດ, ຕັ້ງແຕ່ການຈັດການພື້ນທີ່, ການເລືອກສາຍພັນເຂົ້າ, ການໃຊ້ປຸ໋ຍ ແລະ ການປັບປຸງດິນຄືນ, ການໃຊ້ນ້ຳ, ການເກັບກ່ຽວ, ສາງມ້ຽນເຂົ້າ, ການຂົນສົ່ງ ແລະ ການກວດສອບຍ້ອນຫຼັງ, ເພື່ອໃຫ້ໝັ້ນໃຈໄດ້ວ່າ ຂະບວນການຜະລິດມີມາດຕະຖານ ແລະ ສະໜອງວັດຖຸດິບໃນການຜະລິດເບຍລາວ ເພື່ອສ້າງຄວາມໝັ້ນໃຈ ແລະ ປອດໄພໃຫ້ກັບຜູ້ບໍລິໂພກ.

ການຮ່ວມມືພາຍໃຕ້ໂຄງການໄດ້ແບ່ງບົດບາດໜ້າທີ່ລະຫວ່າງຫຼາຍພາກສ່ວນ ໂດຍມີ ບໍລິສັດເບຍລາວ ເປັນສູນກາງໃນການສະໜັບສະໜູນ ດ້ານປະສານງານ, ການຝຶກອົບຮົມ, ເຕັກນິກການຜະລິດ, ການກວດສອບຄຸນນະພາບ ແລະ ການຮັບຊື້ຜົນຜະລິດ, ພ້ອມທັງພັດທະນາລະບົບໃຫ້ຊາວນາ ສາມາດກ້າວຂຶ້ນມາເປັນຊາວນາທີ່ທັນສະໄໝ ແລະ ເປັນຜູ້ສະໜອງວັດຖຸດິບໃຫ້ແກ່ບໍລິສັດຢ່າງເປັນລະບົບ; ພ້ອມດຽວກັນນັ້ນ ຊາວນາໃນໂຄງການ ມີໜ້າທີ່ໃນການປະຕິບັດຕາມມາດຕະຖານ ແລະ ສະໜອງຜົນຜະລິດເຂົ້າ, ແລະ ພາກລັດລວມໄປເຖິງໜ່ວຍງານວິຊາການທີ່ກ່ຽວຂ້ອງ ກໍ່ໄດ້ມີບົດບາດໃນການສະໜັບສະໜູນທາງດ້ານແນວພັນເຂົ້າ, ລະບົບຊົນລະປະທານ, ເຕັກນິກ ແລະ ການກຳກັບມາດຕະຖານ.

ທ່ານ ສິດທິໄຊ ເກດ​ຕະ​ວົງ ກ່າວວ່າ: “ປັດຈຸບັນ ໂຄງການໄດ້ດຳເນີນເຂົ້າສູ່ປີທີ 7 ໂດຍບໍລິສັດຮ່ວມກັບພາກລັດ ໃນການກຳນົດມາດຕະຖານ, ຖ່າຍທອດຄວາມຮູ້ທັງພາກທິດສະດີ ແລະ ປະຕິບັດ ພ້ອມອອກໃບຮັບຮອງໃຫ້ແກ່ຊາວນາທີ່ເຂົ້າຮ່ວມໂຄງການ. ນອກນັ້ນ, ບໍລິສັດຍັງເຮັດສັນຍາຊື້ຂາຍກັບຊາວນາໂດຍກົງ ແລະ ຊຳລະຄ່າເຂົ້າຜ່ານລະບົບທະນາ ຄານ. ໃນອະນາຄົດ ມີແນວທາງສົ່ງເສີມໃຫ້ຊາວນາເຂົ້າເຖິງແຫຼ່ງທຶນ ແລະ ສາມາດກູ້ຢືມເງິນຈາກທະນາຄານໃນອັດຕາດອກເບ້ຍທີ່ເໝາະສົມ ເພື່ອຮ່ວມກັນສ້າງລະບົບການຜະລິດເຂົ້າທີ່ຍືນຍົງ.”

ທ່ານ  ບຸນສົງ  ເວົ້າເສີມວ່າ: “ປັດຈຸບັນ ການເຮັດນາແມ່ນຫັນມານໍາໃຊ້ ເຕັກນິກປຽກສະຫລັບແຫ້ງ ຊຶ່ງກຸ່ມພວກເຮົາ ຍັງຢູ່ໃນຂັ້ນຕອນການຮຽນຮູ້ ແລະ ປະຕິບັດ (ຜົນສຳເລັດປະມານ 60-70%), ແຕ່ສິ່ງທີ່ເຫັນຊັດເຈນແມ່ນ ເຮົາເສຍຄ່ານ້ຳໜ້ອຍລົງເນື່ອງຈາກມີໄລຍະທີ່ປະໃຫ້ດິນແຫ້ງ ເຮັດໃຫ້ຮາກເຂົ້າແຂງແຮງ, ເຂົ້າແຕກກໍໄດ້ດີ, ໄດ້ຫຼາຍຮວງ ແລະ ໄດ້ເມັດຫລາຍ ໂດຍຜ່ານມາເຮັດແບບທຳມະດາ ໄດ້ປະມານ 600 ກິໂລຕໍ່ໄລ່. ແຕ່ພໍມາໃຊ້ເຕັກນິກປຽກສະຫລັບແຫ້ງ ຜົນຜະລິດເພີ່ມຂຶ້ນເປັນ 700 – 750 ກິໂລ/ໄລ່ ນີ້ແມ່ນໂຕເລກທີ່ເຫັນໄດ້ຊັດເຈນ ຈາກການນໍາໃຊ້ເຕັກນິກນີ້.”

ໃນກອງປະຊຸມຄັ້ງນີ້ ໄດ້ເປີດໂອກາດໃຫ້ກຸ່ມຊາວນາ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ຍົກປັນຫາທີ່ໄດ້ພົບພໍ້ຜ່ານມາ ແລະ ສະເໜີແນວຄິດ ເພື່ອຮ່ວມກັນພັດທະນາແນວທາງການປະຕິບັດໃນລະດູຕໍ່ໜ້າ ແລະ ກຽມຄວາມພ້ອມສຳຫຼັບການຂະຫຍາຍການຜະລິດເຂົ້າແບບຍືນຍົງໃນອະນາຄົດ.

ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດເບຍລາວ ເປັນສ່ວນໜຶ່ງຂອງແນວທາງການພັດທະນາວັດຖຸດິບທາງກະສິກຳໃຫ້ມີປະສິດທິພາບ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສ້າງຄຸນຄ່າການຮ່ວມມືລະຫວ່າງພາກທຸລະກິດ, ຊຸມຊົນ ແລະ ລັດຖະບານ ໂດຍການເຊື່ອມໂຍງການເຮັດກະສິກຳທີ່ດີ (GAP) ແລະ ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ເພື່ອກ້າວໄປສູ່ແນວທາງການເຮັດກະສິກຳແບບຟື້ນຟູໃນໄລຍະຍາວ (Regenerative Agriculture) ແລະ ສອດຄ່ອງກັບແນວທາງ Brewing Tomorrow ຂອງ Carlsberg Group ໃນການພັດທະນາທຸລະກິດຄຽງຄູ່ກັບຊຸມຊົນ ແລະ ສິ່ງແວດລ້ອມ.

error: Content is protected !!